ເຈົ້າໜ້າທີ່ກອງບັນຊາການ ປກສ ເມືອງໂພນໂຮງ ກັກຕົວ ຜູ້ຕ້ອງຫາລັກຊັບພົນລະເມືອງ ປະເພດ ຄວາຍ ງົວ

ພາຍຫຼັງເຈົ້າໜ້າທີ່ໜ່ວຍງານວິຊາສະເພາະຄະດີອາຍາ ປກສ ເມືອງໂພນໂຮງ ແຂວງວຽງຈັນ ໄດ້ຮັບຂໍ້ມູນຂ່າວຈາກພົນລະເມືອງດີວ່າ: ຢູ່ຂອບເຂດ ເມືອງໂພນໂຮງ ແຂວງວຽງຈັນ ໄດ້ມີຄົນບໍ່ດີເຄື່ອນໄຫວລັກຊັບພົນລະເມືອງປະເພດ ຄວາຍ ງົວ ຂອງປະຊາຊົນ ສະນັ້ນເຈົ້າໜ້າທີ່ໜ່ວຍງານວິຊາສະເພາະຄະດີອາຍາ ກອງບັນຊາການ ປກສ ເມືອງໂພນໂຮງ ຈຶ່ງເລັ່ງຕິດຕາມເປົ້າໝາຍ ຈຶ່ງສາມາດກັກຕົວເປົ້າໝາຍໄດ້ 1 ຄົນ ຄື: ທ້າວ ຢົວໄທຢ່າງ ອາຍຸ 52 ປີ ປະຊາຊົນຢູ່ບ້ານໂພນຄໍາໃຕ້ ເມືອງໂພນໂຮງ ແຂວງວຽງຈັນ ຖືກກັກຕົວຄັ້ງວັນທີ 24 ພຶດສະພາ 2022 ໃນຂໍ້ກ່າວຫາລັກຊັບພົນລະເມືອງ ປະເພດຄວາຍ ງົວ ມາທຳການສຶບສວນ-ສອບສວນ.
ຜ່ານການສືບສວນ – ສອບສອນຂອງເຈົ້າໜ້າທີ່ ທ້າວ ຢົວໄທຢ່າງ ໄດ້ຮັບສາລະພາບວ່າ: ໃນຄັ້ງວັນທີ 28 ຕຸລາ 2021 ຜູ້ກ່ຽວໄດ້ໄປລັກເອົາຄວາຍເພດແມ່ (ຄວາຍດ່ອນ) ຢູ່ບ້ານນາເພີຍ ເມືອງທຸລະຄົມ ແຂວງວຽງຈັນ ຈຳນວນ 1 ໂຕ ແລ້ວໄປຂາຍໃຫ້ກັບພໍ່ຄ້າທີ່ໄດ້ນັດໝາຍກັນໄວ້ ໃນລາຄາ 4.000.000 ກີບ, ໃນຄັ້ງວັນທີ 5 ກຸມພາ 2022 ໄດ້ໄປລັກງົວເພດແມ່ສີແດງ ຢູ່ບ້ານນາເລົາ ເມືອງໂພນໂຮງ ແຂວງວຽງຈັນ ຈໍານວນ 1 ໂຕ ຈາກນັ້ນກໍ່ເອົາໄປຂາຍໃຫ້ກັບພໍ່ຄ້າບໍ່ຊາບຊື່ ໃນລາຄາ 2.000.000 ກີບ,  ປີ 2022 ຜູ້ກ່ຽວແມ່ນໄດ້ໄປລັກເອົາງົວເພດແມ່ສີເຫຼືອງ ຢູ່ຂອບເຂດບ້ານໂພນຄຳເໜືອ ເມືອງໂພນໂຮງ ຈໍານວນ 1 ໂຕ ແລ້ວກໍໄດ້ເອົາໄປຂາຍໃຫ້ກັບພໍ່ຄ້າທີ່ນັດ ໝາຍກັນໄວ້ ໃນລາຄາ 1.800.000 ກີບ, ໃນຄັ້ງວັນທີ 20 ພຶດສະພາ 2022 ຜູ້ກ່ຽວແມ່ນໄດ້ໄປລັກເອົາງົວເພດຜູ້ ສີຂາວເຫຼືອງ ຢູ່ບ້ານໂຮງເລື່ອຍ ເມືອງໂພນໂຮງ ຈໍານວນ 1 ໂຕ ແລ້ວໄປລັກເອົາອີກ 1 ໂຕ ຢູ່ຂອບເຂດບ້ານໂພນຄໍາເໜືອ ເມືອງໂພນໂຮງ ຈາກນັ້ນ ເອົາໄປຂາຍໃຫ້ກັບພໍ່ຄ້າ ໃນລາຄາ 6.000.000 ກີບ, ໃນຄັ້ງວັນທີ 23 ພຶດສະພາ 2022 ເຈົ້າໜ້າທີ່ໜ່ວຍງານວິຊາສະເພາະຄະດີອາຍາ-ເສດຖະກິດ ປກສ ເມືອງໂພນໂຮງ ໄດ້ຮັບແຈ້ງຄວາມຈາກພົນລະເມືອງດີວ່າມີຄົນບໍ່ດີເຄື່ອນໄຫວລັກຊັບພົນລະເມືອງ ປະເພດ ຄວາຍ ງົວ ພາຍຫຼັງເຈົ້າໜ້າທີ່ໄດ້ຮັບແຈ້ງຄວາມຈຶ່ງໄດ້ສົມທົບກັບພາກສ່ວນກ່ຽວຂ້ອງ.
ຜ່ານການກວດກາເກັບກໍາຂໍ້ມູນ ຈຶ່ງສາມາດຮູ້ໄດ້ວ່າ ລົດແກ່ ຄວາຍ ງົວ ແມ່ນໄດ້ເຂົ້າໄປທາງດ່ວນໃນມື້ທີ່ເກີດເຫດນັ້ນແມ່ນລົດກະບະຮຸນໃດ H 100 ສີຟ້າ ຕິດປ້າຍທະບຽນ ກກ 0602 ຊຽງຂວາງ ເຊີ່ງລົດຄັນດັ່ງກ່າວແມ່ນຂອງ ທ້າວ ຢົວໄທຢ່າງ, ຕົກມາຮອດວັນທີ 24 ພຶດສະພາ 2022 ເຈົ້າໜ້າທີ່ຕໍາຫຼວດໝ່ວຍງານວິຊາສະເພາະຈຶ່ງໄດ້ສົມທົບກັບ ປກສ ກຸ່ມບ້ານ ແລະ ອຳນາດການປົກຄອງບ້ານໂພນຄໍາໃຕ້ ເມືອງໂພນໂຮງ ລົງກວດກາຢູ່ທີ່ເຮືອນຂອງຜູ້ກ່ຽວຈື່ງພົບເຫັນລົດຄັນດັ່ງກ່າວແຕ່ບໍ່ຕິດປ້າຍທະບຽນ ຜ່ານການກວດກາລົດຈຶ່ງໄດ້ພົບເຫັນປ້າຍທະບຽນລົດທີ່ຜູ້ກ່ຽວໄດ້ຊຸກເຊື່ອງໄວ້ໃນແຄບລົດ ຜູ້ກ່ຽວຈຶ່ງໄດ້ຍອມຈໍານົນຕໍ່ຂໍ້ມູນຫຼັກຖານ, ໃນທີ່ສຸດກໍສາມາດກັກຕົວທ້າວ ຢົວໄທຢ່າງ ໄດ້ ໃນຄັ້ງວັນທີ 24 ພຶດສະພາ 2022 ມາດຳເນີນຄະດີຕາມລະບຽບກົດໜາຍ, ສ່ວນເງິນທີ່ໄດ້ຈາກຂາຍງົວ, ຄວາຍແມ່ນເອົາໄປໃຊ້ຈ່າຍຈົນໝົດ.
ຜ່ານການສືບສວນ-ສອບສວນ ເກັບກຳຂໍ້ມູນຂອງເຈົ້າໜ້າທີ່ ເຫັນວ່າ ທ້າວ ຢົວໄທຢ່າງ ແມ່ນມີເຈດຕະນາເຄື່ອນໄຫວລັກຊັບພົນລະເມືອງ ປະເພດ ຄວາຍ ງົວ ຢ່າງແທ້ຈິງ, ການກະທຳດັ່ງກ່າວນັ້ນໄດ້ແຕະຕ້ອງເຖິງຊັບສິນຂອງບຸກຄົນ ແລະ ສັງຄົມມີຄວາມເສຍຫາຍ, ສ້າງຄວາມບໍ່ເປັນລະບຽບຮຽບຮ້ອຍຕໍ່ສັງຄົມ ເຊິ່ງການກະທຳຜິດດັ່ງກ່າວແມ່ນຜິດຕໍ່ກົດໝາຍອາຍາໃນມາດຕາ 119 ສະຖານລັກຊັບພົນລະເມືອງ ປັດຈຸບັນເຈົ້າໜ້າທີ່ກອງບັນຊາການ ປກສ ເມືອງໂພນໂຮງ ໄດ້ສັງລວມຂໍ້ມູນຫຼັກຖານເພື່ອດຳເນີນຄະດີໃນຂັ້ນຕໍ່ໄປ.
#ຂ່າວ ປກສ ແຂວງວຽງຈັນ