ແມນຢູ ກຽມສະເໜີຄ່າເມື່ອຍ ເດ ເຄອາ ຫລຸດລົງໃນສັນຍາສະບັບໃຫມ່, ພ້ອມເລັງເປົ້າຫມາຍຕົວແທນມືກາວແມນຢູ

ສະໂມສອນແມນເຊສເຕີ ຢູໄນເຕັດ ແຫ່ງພຣີເມຍລີກ ອັງກິດ ຕົກເປັນຂ່າວກຽມພິຈາລະນາຫລຸດຄ່າເມື່ອຍໃນສັນຍາສະບັບໃຫມ່ ທີ່ພວກເຂົາຈະຍື່ນໃຫ້ກັບ ເດບິດ ເດ ເຄອາ ເມື່ອ ເອຣິກ ເທນ ຮາກ ຜູ້ຈັດການທີມຊາວເນເທີແລນ ສະແດງຄວາມບໍ່ເຊື່ອ ຫມັ້ນວ່າຜູ້ຮັກສາປະຕູທີມຊາດສະເປນ ເປັນມືກາວທີ່ເຫມາະສົມເຂົ້າກັບຮູບແບບການຫລິ້ນຂອງທີມ.
ເດ ເຄອາ ຢູ່ເຝົ້າເສົາໃຫ້ແມນຢູ ນັບຕັ້ງແຕ່ຍ້າຍຈາກ ແອດເລຕີໂກ ມາດຣິດ ໃນລະດູການ 2011 ພາຍໃຕ້ມູນຄ່າ 18,9 ລ້ານປອນ ໂດຍສັນຍາສະບັບປັດຈຸບັນຂອງລາວຈະສິ້ນສຸດຫລຸດລົງໃນລະດູການ 2023 ນີ້ ເຊິ່ງ ແມນຢູ ມືຕົວເລືອກໃນສັນຍາທີ່ຈະສາມາດ ຂະຫຍາຍເວລາອອກໄປໄດ້ອີກ 1 ປີ.
ລາຍງານຈາກ The Athletic ເປີດເຜີຍວ່າມືກາວອາຍຸ 31 ປີ ອາດຕ້ອງຈຳໃຈຕອບຮັບຄ່າເມື່ອຍສັນຍາສະບັບໃຫມ່ທີ່ມີມູນຄ່າ ຫລຸດລົງຈາກເກ່ົາທີ່ລາວໄດ້ຮັບຢູ່ 375,000 ປອນ/ອາທິດ ຫາກຫວັງທີ່ຈະເຝົ້າເສົາໃນຖິ່ນ ໂອນ ແທຣ໊ຟຟອດ ຕໍ່ໄປໂດຍອ້າງ ອີງຈາກທ່າທີຂອງລາວເມື່ອລະດູການກ່ອນໄດ້ໃຫ້ສຳພາດວ່າຕ້ອງການທີ່ຈະຢູ່ກັບ ແມນຢູ ຕໍ່ໄປ ເຖິງວ່າຈະມີເງື່ອນໄຂຫລຸດຄ່າ ເມື່ອຍກໍຕາມ.
ບົດຄວາມສະບັບດຽວກັນຍັງຊີ້ວ່າ ທີມຂອງ ເທນ ຮາກ ໄດ້ຕິດຕາມຜົນງານຂອງ ດີໂອໂກ ຄອສຕາ ມືກາວສັງກັດ ປໍໂຕ້ ແລະອູໄນ ຊິມອນ ຜູ້ຮັກສາປະຕູຈາກ ແອດເລຕິກ ບິລເບົາ ຢ່າງໃກ້ຊິດເພື່ອເປັນຕົວແທນຂອງ ເດ ເຄອາ ໃນໄລຍະຍາວ.
“ ເຮົາຍັງບໍ່ໄດ້ຕັດສິນໃຈອະນາຄົດຂອງລາວ ຜົນງານໃນ 2 ເກມທຳອິດຂອງລະດູການາອດບໍ່ແມ່ນຜົນງານທີ່ດີທີ່ສຸດຂອງລາວ ແຕ່ຫລັງຈາກນັ້ນ ລາວໄດ້ສະແດງໃຫ້ເຫັນເຖິງຄວາມສຳຄັນໃນເກມຮັບຂອງເຮົາ ເຮັດໃຫ້ທີມນິ້ງ ແລະ ຂ້ອຍມັກລາວໃນຖານະມະ ນຸດຄົນຫນຶ່ງ ຂ້ອຍສາມາດເຮັດວຽກຮ່ວມກັບລາວໄດ້ ແຕ່ຕອນນີ້ເຮົາຕ້ອງຂໍຜ່ານໄລຍະໜ້າໜາວນີ້ໄປໃຫ້ໄດ້ກ່ອນ ຈາກນັ້ນ ຄ່ອຍຫາລືເຖິງການຊື້ນີ້ກັບລາວ ” ເທນ ຮາກ ກ່າວ.

