ວັນທີ 27 ຕຸລາ 2022 ກອງປະຊຸມອົງການປົກຄອງນະຄອນຫຼວງວຽງຈັນ (ນວ) ຄັ້ງທີ 17 ເປັນປະທານຂອງທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງ ນວ ມີບັນດາຮອງເຈົ້າຄອງ ນວ ເຈົ້າເມືອງ ຫົວໜ້າພະແນກການ ແລະ ອົງການທຽບເທົ່າລັດອ້ອມຂ້າງ ນວ ເຂົ້າຮ່ວມ.
ກອງປະຊຸມຄັ້ງນີ້ ໄດ້ປຶກສາຫາລື ຄົ້ນຄ້ວາ ແລະ ສຸມໃສ່ພິຈາລະນາບັນດາຫົວຂໍ້ທີ່ສໍາຄັນຄື:
– ສະພາບພົ້ນເດັ່ນປະຈໍາເດືອນຕຸລາ ແລະ ແຜນວຽກຈຸດສຸມປະຈໍາເດືອນພະຈິກ 2022 ຂອງອົງການປົກຄອງ ນວ ບົດສະຫຼຸບການຈັດຕັ້ງປະຕິບັດວາລະແຫ່ງຊາດຢູ່ ນວ ໄລຍະ 1 ເດືອນຜ່ານມາ.
– ຜົນການລົງສໍາຫຼວດປັກຫຼັກໝາຍຂອບເຂດດິນລັດຄຸ້ມຄອງຢູ່ເມືອງນາຊາຍທອງປະມານ 10 ເຮັກຕາ ເພື່ອສ້າງເປັນສະຖານີຄ່ຽນຖ່າຍຂີ້ເຫຍື້ອ ກໍ່ສ້າງໂຮງງານຄັດແຍກຂີ້ເຫຍື້ອ ແລະ ດິນລັດຄຸ້ມຄອງ 50 ເຮັກຕາ ເຊິິ່ງເປັນດິນຕໍ່ແຜ່ນກັບສະໜາມບໍາບັດຂີ້ເຫຍື້ອຫຼັກ 32 ເພື່ອກໍ່ສ້າງສະໜາມບໍາບັດຂີ້ເຫຍື້ອໃຫ້ຮອງຮັບຂີ້ເຫຍື້ອຈໍານວນຫຼວງຫຼາຍໃນ ນວ.
– ການສະເໜີພິຈາລະນາອອກຂໍ້ຕົກລົງຮັບຮອງແຜນຜັງລວມ ແລະ ກົດລະບຽບຄຸ້ມຄອງນໍາໃຊ້ທີ່ດິນຂອງເທດສະບານເມືອງສັງທອງ ນວ ການຂໍຄໍາເຫັນຕໍ່ການຈັດຕັ້ງປະຕິບັດບັນຊີສິນຄ້າ ເພື່ອທົດແທນການນໍາເຂົ້າຫາກະຊວງອຸດສາຫະກໍາ ແລະ ການຄ້າ ການສ້າງເຄື່ອງໝາຍການຄ້າ (LOGO) ຜະລິດຕະພັນຊີ້ນງົວ ນວ.
ພ້ອມນັ້ນ ຈະໄດ້ປຶກສາຫາລືເພີ່ມຕື່ມບາງວຽກງານ ເປັນຕົ້ນ ການກະກຽມບົດລາຍງານຂອງອົງການປົກຄອງຕໍ່ຄຳສະເໜີຂອງປະຊາຊົນ ຜ່ານສະພາປະຊາຊົນ ນວ ການກະກຽມແຜນວຽກອຳນວຍຄວາມສະດວກ ການປ້ອງກັນ ການຮັກສາຄວາມສະຫງົບປອດໄພໃນບຸນນະມັດສະການພະທາດຫຼວງວຽງຈັນ ປະຈຳປີ 2022 ທີ່ຈະມາເຖິງ ການຈັດສັນຕ້ອນຮັບແຂກບ້ານ ແຂກເມືອງ ບັນດານະຄອນ/ແຂວງ ເພື່ອນມິດຕ່າງໆ ແລະ ການຕ້ອນຮັບການນຳຂັ້ນສູນກາງທີ່ຈະເຂົ້າຮ່ວມງານ ແລະ ພິທີຕ່າງໆ ຕາມລາຍການກິດຈະກຳ.