ເມັກຊິໂກ ພ້ອມທຸກດ້ານ, ຍື່ນສະເໜີຕົວເປັນເຈົ້າພາບຈັດໂອລິມປິກ 2036

ເມັກຊີໂກ ຍື່ນຂ້ໍສະເໜີຂໍເປັນເຈົ້າພາບໂອລິມປິກເກມ 2036 ຢ່າງເປັນທາງການຮຽບຮ້ອຍແລ້ວ ຢືນຢັນເລື່ອງເສດຖະກິດບໍ່ມີ ບັນຫາ ແລະ ລະບົບສາທາລະນູປະໂພກກໍມີພ້ອມຮຽບຮ້ອຍແລ້ວ.

ກະຊວງການຕ່າງປະເທດເມັກຊີໂກ ແລະ ຄະນະກຳມະການໂອລິມປິກເມັກຊີໂກ ອອກມາຖະແຫລງການຮ່ວມກັນເມື່ອວັນພຸດ ທີ່ຜ່ານມາ ຢືນຢັນວ່າ ພວກເຂົາໄດ້ຍື່ນຂໍ້ສະເໜີຮຽບຮ້ອຍແລ້ວ ໂດຍກຽມທີ່ຈະປະກາດລາຍຊື່ຄະນະກຳມະການສະເໜີຕົວໃນວັນທີ 30 ພະຈິກນີ້ ເຊິ່ງຖືເປັນຂັ້ນຕອນທຳອິດໃນການດຳເນີນ ກ່ອນຈະມີການປະເມີນ ແລະ ຕັດສິນໃຈເລືອກເຈົ້າພາບກັນຕໍ່ໄປ.

ມາເຊໂລ ເອບຣາດ ລັດຖະມົນຕີວ່າການກະຊວງການຕ່າງປະເທດເມັກຊີໂກ ລະບຸຜ່ານຖະແຫລງການວ່າ : “ ເຮົາເບິ່ງວ່າເຮົາ ເປັນປະເທດທີ່ປະສົບຄວາມສຳເລັດ ແລະ ມີຄວາວມທະເຍີທະຍານ ເຮົາເປັນປະເທດດຽວທີ່ເປັນເຈົ້າພາບບານໂລກຮອບສຸດທ້າຍ ເຖິງ 3 ຄັ້ງ ແລະ ເຮົາກໍເປັນປະເທດທີ່ແຂງແກ່ນ ແລະມີສະຖານະທາງເສດຖະກິດທີ່ດີທີ່ສຸດປະເທດຫນຶ່ງຂອງໂລກ ”.

ຂະນະດຽວກັນ ເອບຣາດ ຢືນຢັນວ່າ : ເມັກຊີໂກ ມີສັກກະຍາພາບພຽງພໍທີ່ຈະເປັນເຈົ້າພາບໄດ້ ເຖິງວ່າກ່ອນໜ້ານີ້ ອະນາ ກາບຣີເອລາ ເກວາຣາ ອະດີດນັກກິລາແລ່ນລານເຈົ້າຂອງລາງວັນໂອລິມປິກ ເຊິ່ງປັດຈຸບັນດຳລົງຕຳແໜ່ງຜູ້ອຳ ນວຍການຄະນະກຳມະການກິລາແຫ່ງຊາດ ຈະເຄີຍວິນຈານວ່າ ສະພາບເສດຖະກິດຂອງປະເທດເວລານີ້ບໍ່ເຫມາະ ສົມກັບການເປັນເຈົ້າພາບ ໂດຍຢືນຢັນວ່າ ລະບົບການເງິນຂອງການຈັດການແຂ່ງຂັນໂອລິມປິກເກມປ່ຽນໄປແລ້ວ ໂດຍເຈົ້າພາບຈ່າຍເງິນລົງທຶນພຽງ 10% ຂອງຄ່າໃຊ້ຈ່າຍທັງຫມົດ ແລະປະເທດຍັງມີລະບົບສາທາລະນູປະ ໂພກຕ່າງໆທີ່ພ້ອມໃຊ້ງານຢູ່ແລ້ວນຳອີກ.