ຖວທ ເມືອງສີໂຄດຕະບອງ ເຮັດບົດບັນທຶກກ່າວເຕືອນຮ້ານອາຫານ ຖານໂພສຮູບພາບໃສ່ຊຸດລອຍນໍ້າ ໂຄສະນາຜ່ານເຟສບຸກ

ວັນທີ 27 ຕຸລາ 2022 ນີ້ ຫ້ອງການ ຖວທ ເມືອງສີໂຄດຕະບອງ ນະຄອນຫລວງວຽງຈັນ ໄດ້ເຮັດບົດບັນທຶກກ່າວເຕືອນ ຮ້ານອາຫານດອກຄາຍທອງ ຢູ່ບ້ານໜອງແຕ່ງ ເມືອງສີໂຄດຕະບອງ ນະຄອນຫລວງວຽງຈັນ ກ່ຽວກັບບັນຫາການໂພສຮູບພາບທີ່ບໍ່ເໝາະສົມ ເປັນຮູບນາງສາວແຕ່ງກາຍຫລໍ່ແຫລມ ນຸ່ງຊຸດລອຍນໍ້າລົງໂຄສະນາຢູ່ໃນເພຈເຟສບຸກຂອງເຈົ້າຂອງຮ້ານ.
ຕໍ່ບັນຫາດັ່ງກ່າວ ທາງຮ້ານຍອມຮັບວ່າເປັນຄວາມຈິງ (ໄດ້ລົງໂຄສະນາແທ້) ຮູບພາບດັ່ງກ່າວມັນໄດ້ເລີ່ມຕົ້ນໂພສລົງໃນທ້າຍປີ 2020 (ດົນໆໂພສລົງຄັ້ງໜຶ່ງ) ເພື່ອເປັນການໂຄສະນາສະຖານທີ່ຮ້ານຂອງຕົວເອງ. ຜ່ານມາທາງຮ້ານຍັງບໍ່ທັນໄດ້ມີຜູ້ໃດມາທັກທ້ວງ ແລະ ກໍ່ດ້ວຍຄວາມຮູ້ເທົ່າບໍ່ເຖິງການ (ທາງຮ້ານເປັນຜູ້ສະເໜີຢືນຢັນ).
ຕໍ່ກັບການໄດ້ໂພສຮູບພາບດັ່ງກ່າວ ເຫັນວ່າບໍ່ເໝາະສົມ, ບໍ່ສອດຄ່ອງຕາມລະບຽບກົດໝາຍ ແລະ ຮີດຄອງປະເພນີ ອັນດີງາມຂອງລາວ. ດັ່ງນັ້ນ, ໃຫ້ທາງຮ້ານລຶບພາບທີ່ໄດ້ລົງໂຄສະນາທາງສື່ອອນລາຍ ອອກນັບແຕ່ມື້ນີ້ເປັນຕົ້ນໄປ.

