ອິນເດຍ ຜະເຊີນກັບມົນລະພິດ ທາງອາກາດ ລະດັບຮຸນແຮງ

ສຳນັກຂ່າວຊິນຮວາລາຍງານ ໃນວັນທີ 25 ຕຸລາ ທີ່ຜ່ານມາວ່າ: ລະບົບ ການຄວບຄຸມຄຸນນະພາບ ຂອງພະຍາກອນອາກາດ ແລະ ການວິໄຈສະພາບ ອາກາດ (SAFAR) ຂອງອິນເດຍ ໄດ້ເປີດເຜີຍ ວ່າ: ຄຸນນະພາບອາກາດ ໃນນະຄອນຫລວງ ນີວແດນລີ ຂອງອິນເດຍ ພວມຢູ່ໃນລະດັບຮ້າຍແຮງທີ່ສຸດ ເນື່ອງຈາກ ການຈູດບັ້ງໄຟດອກຂອງ ປະຊາຊົນ ເພື່ອສະເຫລີມສະຫລອງ ເທດສະການ ດິວາລີ ເຊິ່ງດັດສະນີຄຸນນະພາບອາກາດ (AQI) ໂດຍລວມ ມີຄ່າຄວາມໜາແໜ້ນ ຂອງຝຸ່ນລະອອງ ຂະໜາດນ້ອຍ ຫລື ພີເອັມ 2,5 (PM2.5) ລວມມີ 353 ເຊິ່ງຈັດຢູ່ໃນລະດັບຮຸນແຮງ, ໂດຍຄ່າເອຄີວໄອ ແບ່ງເປັນ 6 ລະດັບ. ໂດຍທົ່ວໄປ ລະດັບມົນລະພິດທາງອາກາດໃນອິນເດຍ ມັກຈະເກີດເຂຶ້ນ ໃນໄລຍະລະດູໜາວ. ຍ້ອນມີກິດຈະກຳ ກໍ່ສ້າງ ແລະ ການຈູດຂີ້ເຫຍື້ອ ຂອງຊາວກະສິກອນ ແລະ ມົນລະພິດ ຈາກການຈາລະຈອນອື່ນໆ ເປັນສາເຫດທີ່ກໍ່ໃຫ້ເກີດ ມົນລະພິດທາງອາກາດ.
