ສະໂມສອນ ຊົນບຸລີ ເອຟຊີ ຍົກເລີກສັນຍາ ຜູ້ຮັກສາປະຕູ ຈາກກໍລະນີເມົາແລ້ວຂັບ ເຮັດໃຫ້ເກີດອຸບັດຕິເຫດຕຳຄົນເສຍຊີວິດ

ເຟສບຸກ ສະໂມສອນ ຊົນບຸລີ ເອຟຊີ ໄດ້ອອກຖະແຫລງການເພີ່ມເຕີມຄັ້ງທີ 2 ໂດຍຍົກເລີກສັນຍາກັບ ທ້າວ ວໍລະວຸດ ສຸຂຸນາ ຢ່າງເປັນທາງການໂດຍລະບຸວ່າ: “ຖະແຫລງການເພີ່ມເຕີມສະບັບທີ 2 ໂດຍປະທານສະໂມສອນ ຊົນບຸລີ ເອຟຊີ: ວິທະຍາ ຄຸນປລື້ມ.
ຈາກຖະແຫລງການຂອງ ສະໂມສອນ ຊົນບຸລີ ເອຟຊີ ຈາກກໍລະນີອຸບັດຕິເຫດທີ່ ທ້າວ ວໍລະວຸດ ສຸຂຸນາ ເມົາແລ້ວຂັບລົດຕຳຄົນຈົນເຮັດໃຫ້ເສຍຊີວິດໃນສະບັບທໍາອິດ ທີ່ສະໂມສອນໄດ້ອອກຖະແຫລງການໃນມື້ວານນີ້
ຫລັງຈາກທີ່ການສົນທະນາເພີ່ມເຕີມອີກຂອງທີມບໍລິຫານ ແລະ ທຸກພາກສ່ວນທີ່ກ່ຽວຂ້ອງ ຮ່ວມກັບຂໍ້ມູນຫລັກຖານທີ່ຖືກພິຈາລະນາ ສະນັ້ນ ຈຶ່ງມີບົດສະຫລຸບເພີ່ມເຕີມຈາກຖະແຫລງການສະບັບທຳອິດ ” ເຊິ່ງຂ້າພະເຈົ້າ ວິທະຍາ ຄຸນປລື້ມ ປະທານສະໂມສອນ ຊົນບຸລີ ເອຟຊີ ຈະເປັນຜູ້ອອກຖະແຫລງການເພີ່ມເຕີມໃນສະບັບນີ້ດ້ວຍຕົນເອງ ດັ່ງນີ້:
ຈາກຜົນຂອງການສືບສວນຂອງເຈົ້າໜ້າທີ່ ທີ່ມີການຕັ້ງຂໍ້ຫາ ທ້າວ ວໍລະວຸດ ສຸຂຸນາ ວ່າ “ຂັບລົດໃນຂະນະມຶນເມົາ ເປັນເຫດເຮັດໃຫ້ຜູ້ອື່ນເສຍຊີວິດ ແລະ ບາດເຈັບສາຫັດ” ແລະ ຈາກຫລັກຖານພະຍານໃນບ່ອນເກີດເຫດ ເຖິງແມ່ນວ່າຈະມີການຂໍປະກັນຕົວເພື່ອໄປໃຫ້ການກັບທະນາຍຄວາມ ແລະ ໃນສານ, ເຊິ່ງຈາກທີ່ສະໂມສອນປະກາດການລົງໂທດໃນສະບັບທໍາອິດວ່າ “ ວໍລະວຸດ ສຸຂຸນາ ຈະບໍ່ຖືກສົ່ງລົງສະໜາມໃນການແຂ່ງຂັນບານເຕະໄທລີກ ຈົນກວ່າຄະດີຈະຍຸຕິລົງ ແລະ ລົງໂທດຕາມກົດໝາຍ “ຈຶ່ງມີການພິຈາລະນາບົດລົງໂທດໃໝ່ ໂດຍມີມະຕິຕົກລົງຈາກ ຊົນບຸລີ ເອຟຊີ ໃຫ້ “ຍົກເລີກສັນຍາ” ເຊິ່ງມີຜົນທັນທີ
ແລະ ຈາກການອອກມາສະແດງຄວາມຮັບຜິດຊອບຂອງຜູ້ຈັດການທີມ ທ່ານ ສັກສິດ ສິງໂຕທອງ ຜ່ານຄລິບວີດີໂອ ( https://bit.ly/3syQJTc ) ວ່າຂໍຢຸດຕິໜ້າທີ່ ລາອອກຈາກຕໍາແໜ່ງຜູ້ຈັດການທີມຂອງ ຊົນບຸລີ ເອຟຊີ, ທາງຜູ້ບໍລິຫານຈັດການສະໂມສອນໄດ້ເຄົາລົບການຕັດສິນໃຈ ແລະ ມີມະຕິຮັບຮອງໃຫ້ມີຜົນຕາມຄວາມສົງຂອງຜູ້ກ່ຽວເຊັ່ນກັນ
ສຸດທ້າຍທາງສະໂມສອນ ຊົນບຸລີ ເອຟຊີ ຂໍເນັ້ນຢ້ຳເລື່ອງການສະແດງຈຸດຢືນຂອງສະໂມສອນ ທີ່ບໍ່ເຫັນດີນຳ ແລະ ຍອມຮັບບໍ່ໄດ້ຕໍ່ກັບການກະທຳຂອງ ທ້າວ ວໍລະວຸດ ສຸຂຸນາ ຜູ້ຮັກສາປະຕູສະໂມສອນ ໃນກໍລະນີເກີດອຸປະຕິເຫດຍ້ອນເມົາແລ້ວຂັບ ຈົນເຮັດໃຫ້ມີຜູ້ເສຍຊີວິດ ເນື່ອງຈາກພວກເຮົາແມ່ນສະໂມສອນບານເຕະທີ່ມີຈຸດປະສົງເພື່ອເຮັດໃຫ້ປະຊາຊົນຊົນ ຊົນບຸລີ ມີສຸຂະພາບຮ່າງກາຍແຂງແຮງ, ປອດພະຍາດ ແລະ ພຶດຕິກຳເມົາແລ້ວຂັບ ກົງກັນຂ້າມກັບຄວາມຕັ້ງໃຈທີ່ພວກເຮົາມີ
ສະໂມສອນຍັງຄົງຢືນຢັນວ່າຈະບໍ່ປົກປ້ອງຜູ້ກະທໍາຜິດ ພ້ອມໃຫ້ຄວາມຮ່ວມມືກັບເຈົ້າໜ້າທີ່ ແລະ ນຳເອົາຜູ້ກະທຳຜິດມາດຳເນີນຄະດີຕາມລະບຽບກົດໝາຍ. ເພື່ອເປັນແບບຢ່າງທີ່ດີ ແລະ ມີຄວາມຮັບຜິດຊອບຕໍ່ສັງຄົມ ພວກເຂົາເຈົ້າອີກທັງຍັງໄດ້ຢືນຢັນວ່າພວກເຂົາຈະຄວບຄຸມ ເບິ່ງແຍງບໍ່ໃຫ້ນັກກິລາບານເຕະ ລວມທັງບຸກຄະລາກອນໃນສະໂມສອນ ກໍ່ເຫດເມົາແລ້ວຂັບຈົນເກີດເຫດການການສູນເສຍດັ່ງກ່າວອີກຕໍ່ໄປ.

