ຣູນີ ປະກາດອຳລາ ທີມຊາດອັງກິດ ຢ່າງເປັນທາງການ

ເວນ ຣູນີ ປະກາດອຳລາ ທີມຊາດອັງກິດ ແລ້ວ ເພື່ອເນັ້ນ ຊີວິດຄ້າແຄ່ງກັບຕົ້ນສັງກັດ ເອຟເວີຕັນ ຢ່າງດຽວ ເຖິງວ່າ ແກເຣ ເຊົາເກດ ຜູ້ຈັດການທີມ ຍັງຢາກໄດ້ໂຕໄວ້ກໍຕາມ.
ຣູນີ ຢືນຢັນການອຳລາ ທີມຊາດຢ່າງເປັນທາງການ ຫຼັງຕິດທີມຊາດມາ 14 ປີເຕັມ ພ້ອມດ້ວຍສະຖິຕິ 119 ນັດ ຍິງໄດ້ 53 ປະຕູ ເປັນເຈົ້າຂອງ ຕຳແໜ່ງດາວຍິງສູງສຸດຕະ ຫຼອດການ ແຊງໜ້າ ບ໊ອບບີ ຊາລຕັນ ນຳອີກ.
“ ເຊົາເກດ ໂທຫາຂ້ອຍ ໃນອາທິດນີ້ ລາວບອກຂ້ອຍ ວ່າຢາກໄດ້ຂ້ອຍກັບມາຫຼິ້້ນ ທີມຊາດອັງກິດ ອີກຄັ້ງ ເຊິ່ງ ຂ້ອຍກໍຊາບຊຶ້ງຫຼາຍ ແນວໃດ ກໍຕາມຫຼັງຈາກທີ່ຂ້ອຍຄິດເຖິງເລື່ອງນີ້ຢ່າງໜັກ ຂ້ອຍບອກ ເຊົາເກດ ວ່າ ຂ້ອຍຂໍເລີກຫຼິ້ນ ທີມຊາດຢ່າງເປັນທາງການ ມັນເປັນການຕັດສິນໃຈທີ່ຍາກລຳບາກ ແລະ ເປັນເລື່ອງທີ່ ຂ້ອຍປຶກສາກັບຄອບຄົວ, ຜູ້ ຈັດການທີມ ເອຟເວີຕັນ ແລະ ຄົນໃກ້ໂຕໄວ້ແລ້ວ ການຫຼິ້ນ ໃຫ້ທີມຊາດອັງກິດ ຄືເລື່ອງພິ ເສດສຳລັບຂ້ອຍສະເໝີ ຂ້ອຍ ຢາກຂອບໃຈທຸກຄົນທີ່ຊ່ວຍ ເຫຼືອຂ້ອຍມາຕະຫຼອດ ແຕ່ ຂ້ອຍຮູ້ສຶກວ່າມັນເຖິງເວລາ ແລ້ວທີ່ຕ້ອງເລີກ ການອອກ ຈາກ ແມນເຊສເຕີ ຢູໄນເຕັດ ຄື ເລື່ອງຍາກ ແລະ ຂ້ອຍຈະທຸ່ມ ເທໃຫ້ກັບ ເອຟເວີຕັນ ຂ້ອຍຈະ ເປັນກອງເຊຍຂອງ ທີມຊາດ ອັງກິດ ຕໍ່ໄປ ສິ່ງດຽວທີ່ໜ້າ ເສຍດາຍຄືການບໍ່ໄດ້ເປັນສ່ວນໜຶ່ງຂອງຄວາມສຳເລັດກັບ ທີມຊາດໃນລາຍການໃຫຍ່ ເທົ່ານັ້ນ ຫວັງວ່ານັກເຕະທີ່ ເຊົາເກດ ຮຽກມາ ຈະເຮັດໄດ້ ດີຂຶ້ນໄປອີກ ແລະ ຫວັງວ່າ ທຸກຄົນຈະສະໜັບສະໜູນທີມຕໍ່ໄປ” ເວນ ຣູນນີ ກ່າວ.

