ປະມຸກລັດແຫ່ງກາຕ້າ ຮັບຮູ້ວ່າທົ່ວໂລກວິຈານ ກາຕ້າ ແບບໃດແດ່ ແຕ່ຂໍພິສູດໃນການ ເປັນເຈົ້າພາບບານໂລກ 2022 ນີ້

ນັບ​ຕັ້ງ​ແຕ່​ໄດ້​ຮັບ​ສິດ​ເປັນ​ເຈົ້າ​ພາບ​ຈັດ​ການ​ແຂ່ງ​ຂັນ​ບານ​​ໂລກ 2022, ກາ​ຕ້າ ​ຕ້ອງ​ປະ​ເຊີນ​ໜ້າ​ກັບ​ກວດສອບ ແລະ ​ສຽງວິ​ຈານພາກວິຈານ ກ່ຽວ​ກັບ​ການ​ປະຕິບັດ​ຕໍ່​ແຮງ​ງານ​ອົບ​ພະຍົບ ​ແລະ ຊຸມຊົນຮັກ​ຮ່ວມ​ເພດ ລວມທັງປະເດັນກ່ຽວກັບ​ການ​ເມືອງ​ຢ່າງຕໍ່ເນື່ອງ

ເຊິ່ງ ກາ​ຕ້າ​ ກໍ່ໄດ້​ປະຕິ​ເສດ​ຕໍ່​ຄຳ​ຮ້ອງ​ຮຽນ ​ແລະ ການ​ວິພາກ​ວິຈານຕ່າງໆມາໂດຍຕະຫລອດ ​ແລະ ຫລ້າສຸດມາ​ນີ້ ທ່ານ ຊີກສ ທາບີມ ບິນ ຮາມັດ ອັລທານີ ຜູ້​ປົກຄອງ​ກາ​ຕ້າ ໄດ້ກ່າວ​ຄຳ​ປາ​ໄສ​ທາງ​ໂທລະພາບ​ຕໍ່​ໜ້າ​ສະພາ​ນິຕິບັນຍັດ ຂອງ​ກາ​ຕ້າ​ໃນ​ວັນ​ອັງຄານ​ຜ່ານມາວ່າ “ກາຕ້າ ແມ່ນຢູ່ພາຍໃຕ້ເວລາທີ່ບໍ່ເຄີຍພົບພໍ້ມາກ່ອນ ເຊິ່ງບໍ່ເຄີຍມີປະເທດເຈົ້າພາບບານໂລກຊາດໃດເຄີຍປະເຊີນກັບການວິພາກວິຈານແບບນີ້ມາກ່ອນ.”

“ໃນ​ເບື້ອງ​ຕົ້ນ​ພວກ​ເຮົາ​ໄດ້​ຈັດການ​ກັບ​ເລື່ອງ​ເຫລົ່າ​ນີ້ແລ້ວ​ດ້ວຍ​ຄວາມ​​ຊື່ສັດ ​ແຕ່​ພວກ​ເຮົາ​ຈະ​ຕັ້ງ​ຄຳ​ຖາມ ​ແລະ​ ສາເຫດ ​ລວມເຖິງ​ແຮງ​ຈູງ​ໃຈ​ຂອງ​ຄົນ​ເຮັດແຄມເປນຕໍ່ຕ້ານ​ກາ​ຕ້າ,”.

ເຖິງແມ່ນວ່າຈະມີການແກ້ກົດໝາຍແຮງງານໄປແລ້ວ ​ແຕ່​ໃນ​ຫລາຍ​ເດືອນ​ຜ່ານ​ມາ​ນີ້ ກາ​ຕ້າ​ ໄດ້​ຖືກ​ກົດ​ດັນ​ກ່ຽວ​ກັບ​ການ​ດຳ​ເນີນ​ຄະດີ​ທີ່​ບໍ່​ຍຸດຕິ​ທຳ​ຕໍ່​ຄົນ​ຮັກ​ຮ່ວມ​ເພດ

ເຊິ່ງກົດໝາຍກາຕ້າ ກຳນົດໃຫ້ຈຳຄຸກແຕ່ໜຶ່ງປີຫາສາມປີ ສຳລັບຜູ້​ໃຫຍ່​ຖືກ​ຕັດ​ສິນວ່າກະ​ທຳ​ຜິດທີ່​ເປັນ​ເກ ຫລື ເລ​ສ​ບຽນ ເຊິ່ງຫລາຍຝ່າຍມີຄວາມກັງວົນວ່າ ຄົນຮັກຮ່ວມເພດ ຈະບໍ່ປອດໄພຫາກເດີນທາງໄປກາຕ້າ ໃນລະຫວ່າງການແຂ່ງຂັນບານໂລກ, ແຕ່ ຊີກສ ທາບີມ ຢືນຢັນວ່າ “ພວກເຮົາຕ້ອງສ້າງຄວາມປະທັບໃຈກັບປະຊາຊົນທົ່ວໂລກທີ່ມາຢ້ຽມຢາມປະເທດຂອງພວກເຮົາ.”