ສິງກະໂປມີແຜນ ເພີ່ມການນຳເຂົ້າ ກະແສໄຟຟ້າຈາກປະເທດໃນພາກພື້ນ

ລັດຖະບານສິງກະໂປມີແຜນ ຊື້ກະແສໄຟຟ້າເພີ່ມອີກຈາກປະເທດໃກ້ຄຽງ ລວມທັງລາວ.

ວັນທີ 26 ຕຸລາ 2022, ສຳນັກຂ່າວຕ່າງປະເທດລາຍງານວ່າ: ສຳນັກງານຕະຫລາດພະລັງງານສິງກະໂປ (EMA) ອອກຖະແຫລງການໃນວັນທີ 26 ຕຸລາວ່າ: ໄດ້ມີການຍື່ນຂໍ້ສະເໜີກ່ຽວກັບການນຳເຂົ້າກະແສໄຟຟ້າເພີ່ມອີກ ໄປໃຫ້ຫລາຍໜ່ວຍງານທີ່ກ່ຽວຂ້ອງຂອງຫລາຍປະເທດໃນພາກພື້ນ.

ຂະນະດຽວກັນ, ລັດຖະບານສິງກະໂປໄດ້ຮັບຂໍ້ສະເໜີກ່ຽວກັບການຊື້ຂາຍກະແສໄຟຟ້າຫລາຍກວ່າ 20 ລາຍການຈາກບັນດາປະເທດ ລວມທັງອົດສະຕຣາລີ, ອິນໂດເນເຊຍ, ລາວ ແລະ ໄທ ໂດຍກຳນົດເປົ້າໝາຍການນຳເຂົ້າໃຫ້ໄດ້ 4 ກິກກະວັດ ພາຍໃນປີ 2035.

ນອກຈາກນັ້ນ, ສິງກະໂປ ແລະ ກຳປູເຈຍ ລົງນາມຮ່ວມກັນໃນບັນທຶກຄວາມເຂົ້າໃຈ (MOU) ເມື່ອບໍ່ດົນມານີ້ ກ່ຽວກັບການສົ່ງເສີມການຮ່ວມມືດ້ານພະລັງງານ. ປັດຈຸບັນ ປະມານ 95% ຂອງກະແສໄຟຟ້າເຊິ່ງນຳໃຊ້ໃນສິງກະໂປຜະລິດຈາກແກັສທຳມະຊາດ ແລະ ຕອນນີ້ລັດຖະບານກຽມຫັນມາໃຊ້ພະລັງງານໝູນວຽນເພີ່ມຂຶ້ນ.

ລາວເລີ່ມຈຳໜ່າຍກະແສໄຟຟ້າຂະໜາດ 100 ເມກາວັດ ໃຫ້ສິງກະໂປ ພາຍໃຕ້ໂຄງການບູລະນາການພະລັງງານ ລາວ-ໄທ-ມາເລເຊຍ-ສິງກະໂປ (LTMS-PIP) ໃນເດືອນມິຖຸນາຜ່ານມາ. ຂະນະທີ່ຢ້ອນກັບໄປໃນເດືອນກັນຍາ 2014 ລາວ, ໄທ, ມາເລເຊຍ ແລະ ສິງກະໂປ ໄດ້ສຳຫລວດແນວຄິດການຊື້ຂາຍໄຟຟ້ານອກເໜືອຈາກປະເທດໃກ້ຄຽງ ຜ່ານປະຊາຄົມເສດຖະກິດອາຊຽນ (AEC) ແລະ ໂຄງການອາຊຽນ ພາວເວີ ກຣິດ (APG).

ໃນໄລຍະທຳອິດເລື່ອງດັ່ງກ່າວຍັງເປັນພຽງແນວຄິດ, ວິໄສທັດ ແລະ ເປົ້າໝາຍ ເພື່ອສົ່ງເສີມເຄືອຂ່າຍບູລະນາການພະລັງງານໃນພາກພື້ນ. ຕໍ່ມາໃນປີ 2017 ການໄຟຟ້າລາວເລີ່ມດຳເນີນງານເພື່ອຂາຍພະລັງງານໄຟຟ້າໃຫ້ມາເລເຊຍ ພາຍໃຕ້ໂຄງການ ລາວ-ໄທ-ມາເລເຊຍ (LTM) ໂດຍໂຄງການນີ້ເປັນສັນຍາລັກຂອງການຮ່ວມມືອັນດີລະຫວ່າງໄຟຟ້າລາວກັບການໄຟຟ້າຝ່າຍຜະລິດແຫ່ງປະເທດໄທ ແລະ ການໄຟຟ້າມາເລເຊຍ.