ເຂົ້າໃຈກັນແລ້ວ, ໂຣນັລໂດ ກັບມາຊ້ອມກັບທີມແມນຢູ, ຄາດສອງສາເຫດທີ່ ເທນ ຮາກ ໃຫ້ຄືນທີມ

ຄຣິສເຕຍໂນ ໂຣນັລໂດ້ ດາວຍິງທີມຊາດໂປຣຕຸເກສ ອາຍຸ 37 ປີ ກັບມາຊ້ອມກັບທີມຊຸດໃຫຍ່ຂອງແມນເຊສເຕີ ຢູໄນເຕັດ ແລ້ວ ຫລັງຖືກຜູ້ຈັດການທີມ ເອຣິກ ເທນ ຮາກ ລົງໂທດຕດຊື່ອອກຈາກທີມໃນພຣີເມຍລີກ ອັງກິດ ນັດຫລ້າສຸດ ທີ່ບຸກໄປສະເຫມີ ເຊລຊີ 1-1 ເມື່ອຄືນວັນເສົາທີ 22 ຕຸລາທີ່ຜ່ານມາ ຈາກການເຮັດຕົວມີບັນຫາເມື່ອອາທິດຜ່ານມາ.
ໂດຍ ໂຣນັລໂດ້ ໄດ້ຮັບບົດລົງໂທດດ່ັງກ່າວ ພ້ອມຖືກປັບເງິນ 1 ລ້ານປອນ ແລະ ຖືກຈັບແຍກໄປຊ້ອມກັບທີມຊຸດອາຍຸບໍ່ເກີນ 21 ປີ ຫລັງປະຕິເສດລົງຫລິ້ນເປັນຕົວສຳຮອງໃນໄລຍະທ້າຍເກມທີ່ເປີດບ້ານຊະນະ ສະເປີ 2-0 ເມື່ອກາງອາທິດທີ່ແລ້ວ ແລະ ຍັງສະ ແດງທ່າທີບໍ່ເຫມາະສົມດ້ວຍການຍ່າງອອກຈາກສະໜາມກັບບ້ານກ່ອນຫມົດເວລາການແຂ່ງຂັນນຳອີກ.
ຈົນຫລ້າສຸດ ໂຣນັລໂດ້ ໄດ້ເດີນທາງມາທີ່ສະໜາມຝຶກຊ້ອມຂອງສະໂມສອນ ເພື່ອເຂົ້າມາເຈລະຈາເລື່ອງສະຖານະໃນທີມ ແລະ ອະນາຄົດກັບ ແມນຢູ ຫລັງມີຂ່າວລືມາຕະຫລອດວ່າ ເທນ ຮາກ ພ້ອມແຈ້ງໃຫ້ຄະນະບໍລິຫານປ່ອຍຕົວດາວເຕະປະສົບ ການຫລາຍອອກຈາກທີມແບບບໍ່ມີຄ່າຕົວ ໃນຕະຫລາດນັກເຕະລະດູການຫນ້ານີ້ທັນທີ ຫາກບໍ່ຍອມຂໍໂທດຈາກການ ກະທຳຄວາມຜິດທີ່ລາວສະແດງອອກໃນເກມດັ່ງກ່າວ ລວມເຖິງບໍ່ຍອມຮັບບົດໃນທີມທີ່ອາດຈະຫລຸດລົງ ແລະ ບໍ່ໄດ້ເປັນ ຕົວຈິງຢ່າງສະຫມຳ່ສະເຫມີຄືເມື່ອກ່ອນ.
ແຕ່ຈາກການທີ່ຫລ້າສຸດສັງຄົມອອນລາຍຂອງແມນຢູ ໄດ້ລົງພາບ ໂຣນັລໂດ້ ກັບມາຊ້ອມກັບຫມູ່ອີກເທື່ອຫນຶ່ງ ເຮັດໃຫ້ຄາດວ່າ ລາວໄດ້ສະສາງບັນຫາຄາໃຈກັບ ເທນ ຮາກ ຮຽບຮ້ອຍແລ້ວ ໂດຍ ເດິ ມິຣເຣີ ອ້າງຈາກແຫລ່ງຂ່າວວົງໃນຂອງ ແມນຢູ ວ່າທັງຄູ່ໄດ້ ເຈລະຈາກັນຢ່າງຕໍ່ເນື່ອງຕັ້ງແຕ່ຕັດຊືອອກຈາກທີມໃນເກມພົບ ເຊລຊີ.
ແຫລ່ງຂ່າວຍັງລະບຸວ່າ ເທນ ຮາກ ຢືນຢັນຈະແຈ້ງວ່າລາວບໍ່ຍອມໃຫ້ ໂຣນັລໂດ ສະແດງອອກເຖິງຄວາວມບໍ່ກົງກັນ ຫລື ກໍ່ໃຫ້ເກີດບາດແຜພາຍໃນທີມຕໍ່ໜ້າສາທາລະນະ ແລະ ພ້ອມລົງໂທດໃຫ້ເປັນຕົວຢ່າງກັບທຸກຄົນໃນທີມ ຫາກສະແດງພຶດຕິກຳທີ່ ຍອມຮັບບໍ່ໄດ້ ບໍ່ວ່າຈະເປັນນັກເຕະທີ່ມີຊື່ສຽງຫລາຍທີ່ສຸດຂອງສະໂມສອນກໍຕາມ ເຊິ່ງຄາດວ່າ ໂຣນັລໂດ ຫນ້າຈະຍອມຮັບເງື່ອນ ໄຂທັງ 2 ຂໍ້ແລ້ວ ຈຶ່ງໄດ້ຮັບອະນຸດຍາດໃຫ້ກັບມາຊ້ອມກັບທີມໄດ້ປົກກະຕິ.

