ທ່ານ ທອງລຸນ ສີສຸລິດ ປະທານປະເທດ ຈະເດີນທາງຢ້ຽມຢາມບຣູໄນ ວັນທີ 24-26 ຕຸລາ 2022 ນີ້

 ຂ່າວກະຊວງການຕ່າງປະເທດແຈ້ງໃຫ້ຊາບວ່າ: ໃນລະຫວ່າງວັນທີ 24-26 ຕຸລາ 2022  ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງ ຂອງ ສປປ ລາວ ຈະເດີນທາງຢ້ຽມຢາມລັດຖະກິດ ທີ່ ບຣູໄນ ດາຣູຊາລາມ.

ໂດຍຕອບສະໜອງຕາມຄຳເຊື້ອເຊີນຂອງ ສົມເດັດ ຊຸນຕານ ຮາຈິ ຮັດຊານານ ໂບນເກຍ ແຫ່ງ ບຣູໄນ ດາຣູຊາລາມ.

ເພື່ອເພີ່ມທະວີ ແລະ ຮັດແໜ້ນສາຍພົວພັນມິດຕະພາບອັນເປັນມູນເຊື້ອທີ່ດີງາມ ແລະ ການຮ່ວມມືທີ່ດີ ລະຫວ່າງສອງປະເທດ ໃຫ້ໄດ້ຮັບການເພີ່ມພູນຄູນສ້າງ ແລະ ແໜ້ນແຟ້ນຍິ່ງໆຂຶ້ນ.