ເທນ ຮາກ ຢືນຢັນບໍ່ຂາຍ ໂຣນັລໂດ ແຕ່ເຕືອນນັກເຕະຢ່າເຮັດໃຫ້ແຟນບານບໍ່ພໍໃຈ

ເອຣິກ ເທນ ຮາກ ຜູ້ຈັດການທີມຊາວເນເທີແລນ ຂອງແມນເຊສເຕີ ຢູໄນເຕັດ ຢືນຢັນວ່າຍັງບໍ່ຕ້ອງການຂາຍ ຄຣິສຕຽນໂນ ໂຣນັລໂດ ກອງໜ້າປະສົບການຫລາຍອອກໄປ ແຕ່ກໍບໍ່ແນ່ໃຈວ່າອີກເມື່ອໃດທີ່ດາວຍິງອາຍຸ 37 ປີ ຈະກັບມາຢູ່ໃນທີມ ຊຸດໃຫຍ່ ຄືເກ່ົາ.

ໂຣນັລໂດ ຖືກສັ່ງໃຫ້ໄປຝຶກຊ້ອມກັບທີມຊຸດອາຍຸຕຳ່ກວ່າ 21 ປີ ຫລັງປະຕິເສດລົງສະໜາມເປັນຕົວສຳຮອງໄລຍະທ້າຍເກມທີ່ຊະນະ ທັອດແນມ ຮັອດສະເປີ 2-0 ແລະ ຍ່າງກັບຫ້ອງແຕ່ຕົວຕັ້ງແຕ່ການແຂ່ງຂັນຍັງບໍ່ທັນຈົບ ເຮັດໃຫ້ ເທນ ຮາກ ລົງໂທດ ໂຣນັລໂດ ໂດຍຕັດຊື່ອອກຈາກທີມທີ່ຈະແຂ່ງກັບ ເຊລຊີ ວັນທີ 22 ຕຸລານີ້.

“ ຂ້ອຍຍັງວາງໃຈ ໂຣນັລໂດ ” ເທນ ຮາກ ກ່າວເມື່ອຖືກຖາມວ່າ ລາວຄິດວ່າ ໂຣນັລໂດ ຈະຢູ່ຕໍ່ຫລືຕ້ອງການຢູ່ກັບທີມຈົນ ຈົບລະດູການຫລືບໍ່ ຕອບວ່າ : “ ທັງສອງຢ່າງ ” ແລະ ບອກອີກວ່າ ບໍ່ຕ້ອງການຕັດ ໂຣນັລໂດ ອອກຈາກທີມດົນເກີນໄປ “ ຂ້ອຍຕ້ອງການໃຫ້ລາວຢູ່ໃນທີມ ແລະ ຂ້ອຍຕ້ອງການໃຫ້ລາວມີສ່ວນຮ່ວມທຸກເກມເພາະລາວສາມາດສ້າງຜົນກະທົບ ”.

ຂະນະດຽວກັນ ເທນ ຮາກ ກໍເຕືອນ ໂຣນັລໂດ ວ່າໃຫ້ລະວັງປະຕິກິລິຍາສະທ້ອນກັບຈາກແຟນບານທີ່ບໍ່ພໍໃຈວ່າ : “  ລາວເປັນນັກເຕະທີ່ປະສົບຄວາມສຳເລັດຫລວງຫລາຍ ແຕ່ລາວກໍຕ້ອງເນັ້ນຫນັກວ່າເຈົ້າຈະຖືກຕັດສິນໃນໄລຍະເວລານີ້ ວ່າເຈົ້າສະແດງອອກຢ່າງໃດ ໃນປັດຈຸບັນ ມັນເປັນເລື່ອງຂອງມື້ນີ້ ບໍ່ກ່ຽວກັບອາຍຸ ຫລື ຊື່ສຽງ ທຸກຄົນຕ້ອງເນັ້ນໜັກເຖິງມັນ ບໍ່ແມ່ນພຽງ ໂຣນັລໂດ ”.