ປິດສາກຕຳນານ ຟຣອງ ຣິເບຣີ ປະກາດແຂວນເກີບແລ້ວດ້ວຍອາຍຸ 39 ປີ

ຟຣອງ ຣິເບຣີ ປະກາດແຂວນເກີບຢ່າງເປັນທາງການແລ້ວໃນໄວ 39 ປີ ປິດສາກເສັ້ນທາງນັກເຕະອາຊີບທີ່ຢູ່ວົງການມາດົນ ແລະ ປະສົບຄວາມສຳເລັດຫລວງຫລາຍ.
ຟຣອງ ຣິເບຣີ ອະດີດກອງກາງທີມຊາດຝຣັ່ງ ປະກາດແຂວນເກີບຢ່າງເປັນທາງການແລ້ວ ປິດສາກເສັ້ນທາງນັກເຕະ ອາຊີບມາດົນເຖິງ 22 ປີ ແລະ ປະສົບຄວາມສຳເລັດ.
ໂດຍໄລຍະເວລາທີ່ ຣິເບຣີ ຮຸ່ງເຮືອງທີ່ສຸດກໍຄືການຫລິ້ນໃຫ້ກັບ ບາເຢິນ ມິວນິກ ທີມເກ່ັງແຫ່ງເຢຍລະມັນ ມາຍາວນານໃນປີ 2007-19 ໄດ້ແຊ໊ມບຸນເດສລີກາ 9 ສະໄຫມ, ເດເອຟເບ ໂພຄາລ 6 ສະໄຫມ, ເດເອຟແອລ-ຊຸບເປີຄັບ 4 ສະໄຫມ, ຢູຟາ ແຊ໊ມປຽນ ລີກ, ຢູຟາ ຊຸບເປີຄັບ ແລະ ຟີຟາ ຄລັບ ເວີນ ຄັບ ຢ່າງລະ 1 ສະໄຫມ.
ນອກຈາກນີ້ ຣິເບຣີ ຍັງເຄີຍຫລິ້ນໃຫ້ກັບ ບູໂລນ, ອາເລສ, ແບຣສ, ເມັດ, ກາຕາຊາຣາຍ, ໂອລິມປິກ ມາກເຊ, ຟີອໍເຣນຕີນາ ແລະ ຊາແລນິຕານາ ແລະ ຍັງຫລິ້ນໃຫ້ທີມຊາດຝຣັ່ງໄປ 81 ນັດຍິງໄດ້ 16 ປະຕູ ມີສ່ວນນຳທີມເປັນຮອງແຊ໊ມໂລກ 2006.
ຂະນະດຽວກັນ ຣິເບຣີ ຍັງໄດ້ຮັບກຽດສ່ວນຕົວອີກຫລາຍຢ່າງ ແຕ່ທີ່ຜູ້ຄົນຈົດຈຳໄດ້ດີທີ່ສຸດຕ້ອງຍົກໃຫ້ເມື່ອປີ 2013 ເຊິ່ງລາວ ສະແດງຜົນງານເກ່ັງນຳບາເຢິນ ມິວນິກ ຄວ້າ 3 ແຊ໊ມໃຫຍ່ ຈົນສົ່ງຜົນໃຫ້ໄດ້ອັນດັບ 3 ໃນການມອບລາງວັນຟີຟາ ບັນລົງດໍ ເຊິ່ງຫລາຍຝ່າຍເບິ່ງວ່າລາວຄວນຈະໄດ້ລາງວັນຫລາຍກວ່າ.
ແນວໃດກໍຕາມ ນອກຈາກອາຍຸທີ່ຫລາຍຂຶ້ນແລ້ວ ຕອນນີ້ ຣິເບຣີ ຍັງມີບັນຫາເລື່ອງອາການບາດເຈັບເຂົ່າຊຳ້ເຮື້ອ ສຸດທ້າຍລາວ ກໍຕັດສິນໃຈຍົກເລີກສັນຍາກັບຕົ້ນສັງກັດປັດຈຸບັນຢ່າງ ຊາແລນິຕານາ ໂດຍມີຜົນໃນທັນທີ.
ຣິເບຣີ ອາຍຸ 39 ປີ ເປີດເຜີຍຜ່ານທະວິດເຕີວ່າ : “ ເຖິງວ່າບານຈະຢຸດໄປແລ້ວ ແຕ່ຄວາມຮູ້ສຶກຂ້າງໃນຂ້ອຍຍັງບໍ່ຢຸດລົງ ຂອບໃຈ ທຸກຄົນສຳລັບເສັ້ນທາງການຜະຈົນໄພທີ່ສຸດຍອດແບບນີ້ ”.

