ເຫດການໄຟໄໝ້ ຢູ່ບ້ານໂພນພະເນົາ ມີ 4 ຮ້ານ ແລະ ເຮືອນ 1 ຫລັງ

ທ່ານ ພັທ ຄຳເພັດ ດາລາວົງ ຫົວໜ້າພະແນກຕຳຫລວດ ສະກັດກັ້ນ ແລະ ຕ້ານອັກຄີໄພ ລາຍງານໃຫ້ຮູ້ວ່າ: ພາຍຫລັງພະແນກຕຳຫລວດ ສະກັດກັ້ນ ແລະ ຕ້ານອັກຄີໄພ ໄດ້ຮັບແຈ້ງວ່າມີເຫດການໄຟໄໝ້ ຈິ່ງໄດ້ນໍາກຳລັງ ພ້ອມລົດມອດໄຟ 2 ຄັນ ລົງສະຖານທີ່ເກີດເຫດ ໃຊ້ເວລາດັບມອດໄຟ 2 ຊົ່ວໂມງ ຈິ່ງສາມາດຄວບຄຸມໄຟໄດ້ ເບື່ອງຕົ້ນແມ່ນເກີດໄຟໄໝ້ ຮ້ານສ້ອມແປງລົດຈັກ ແລ້ວລາມໃສ່ຮ້ານເສີມສວຍ 3 ຮ້ານ ແລະ ເຮືອນອີກ 1 ຫລັງ ຢູ່ບ້ານໂພນພະເນົາ ເມືອງໄຊເສດຖາ ນະຄອນຫລວງວຽງຈັນ ໃນວັນທີ 16 ຕຸລາ 2022 ຜ່ານມາ.
ປັດຈຸບັນ ເຈົ້າໜ້າທີ່ສອບສວນ ພະແນກຕໍາຫລວດສະກັດກັ້ນ ແລະ ຕ້ານອັກຄີໄພ ກຳລັງເລັ່ງເກັບກໍາຂໍ້ມູນ ແລະ ຊອກຫາສາເຫດ ທີ່ພາໃຫ້ເກີດອັກຄີໄພໃນຄັ້ງນີ້. ສໍາລັບມູນຄ່າເສຍຫາຍທີ່ເກີດຈາກໄຟໄໝ້ຄັ້ງນີ້ ແມ່ນຢູ່ໃນຂັ້ນຕອນປະເມີນຂອງເຈົ້າໜ້າທີ່.

