ກະຊວງ ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ປະກາດການແຕ່ງຕັ້ງ ຂັ້ນຄະນະກົມ

 ຊື່ງຈັດຂື້ນໃນ ວັນທີ 20 ຕຸລາ 2022 ນີ້ ກະຊວງ ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ (ກຊສ) ໄດ້ຈັດພິທີ ປະກາດແຕ່ງຕັ້ງຂັ້ນຄະນະກົມ ໂດຍການເປັນປະທານຂອງ ທ່ານ ນາງ ບຸນຄຳ ວໍລະຈິດ ລັດຖະມົນຕີ.
ໃນພິທີໄດ້ປະກາດການແຕ່ງຕັ້ງຫົວໜ້າກົມ, ຮອງຫົວໜ້າກົມ ດັ່ງມີລາຍລະອຽດຄື:
1. ທ່ານ ນາງ ພັກກາວັນ ພິດສະໄໝ ເປັນ ຫົວໜ້າກົມແຜນການ ແລະ ການເງິນ ໂດຍອີງຕາມດຳລັດ ສະບັບເລກທີ 378/ນຍ, ລົງວັນທີ 29 ກັນຍາ 2022.
อาจเป็นรูปภาพของ 2 คน, ผู้คนกำลังยืน และ สถานที่ในร่ม
2. ທ່ານ ວິລະນະ ສອນນະສິນ ເປັນ ຫົວໜ້າກົມທີ່ດິນ ໂດຍອີງຕາມດຳລັດ ສະບັບເລກທີ 379/ນຍ, ລົງວັນທີ 29 ກັນຍາ 2022.
อาจเป็นรูปภาพของ 2 คน, ผู้คนกำลังยืน และ สถานที่ในร่ม
3. ທ່ານ ນາງ ບົວຄຳ ສຸລິວັນ ເປັນ ຫົວໜ້າຫ້ອງການກອງທຶນປົກປັກຮັກສາສິ່ງແວດລ້ອມ ໂດຍອີງຕາມດຳລັດ ສະບັບເລກທີ 380/ນຍ, ລົງວັນທີ 29 ກັນຍາ 2022.
อาจเป็นรูปภาพของ 2 คน, ผู้คนกำลังยืน และ สถานที่ในร่ม
4. ທ່ານ ອານົງສອນ ພົມມະຈັນ ເປັນ ຫົວໜ້າຫ້ອງການ ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ໂດຍອີງຕາມດຳລັດ ສະບັບເລກທີ 381/ນຍ, ລົງວັນທີ 29 ກັນຍາ 2022.
อาจเป็นรูปภาพของ 2 คน, ผู้คนกำลังยืน และ สถานที่ในร่ม
5. ທ່ານ ສີເມືອງ ເພັດຊົມພູ ເປັນຮອງຫົວໜ້າກົມກວດກາ ໂດຍອີງຕາມຂໍ້ຕົກລົງ ສະບັບເລກທີ 4611/ກຊສ ລົງວັນທີ 6 ກັນຍາ 2022.
อาจเป็นรูปภาพของ 2 คน, ผู้คนกำลังยืน และ สถานที่ในร่ม