ເກີດເຫດລະເບີດຢູ່ຄຸກໃນຢາງກຸ້ງ ເສຍຊີວິດ 8 ຄົນ ບາດເຈັບ 18 ຄົນ ຄາດເປັນຝີມື “ຜູ້ກໍ່ການຮ້າຍ”

ລັດຖະບານມຽນມາເປີດເຜີຍວ່າ: ເກີດເຫດລະເບີດຂຶ້ນຢ່າງໜ້ອຍ 2 ຄັ້ງ ບໍລິເວນນອກຄຸກເມືອງຢາງກຸ້ງ ເຊິ່ງເປັນສູນກາງການຄ້າຂອງມຽນມາໃນວັນທີ 19 ຕຸລາ ສົ່ງຜົນໃຫ້ມີຜູ້ເສຍຊີວິດ 8 ຄົນ ແລະ ບາດເຈັບ 18 ຄົນ.
ຄຳຖະແຫລງຈາກຝ່າຍຂໍ້ມູນຂອງລັດຖະບານມຽນມາລະບຸວ່າ: ເຫດລະເບີດດັ່ງກ່າວໂຈມຕີຝູງຊົນທີ່ກຳລັງເຂົ້າແຖວລໍຖ້າສົ່ງພັດສະດຸໃຫ້ນັກໂທດຢູ່ຄຸກອິນເສັງໃຫ້ຕອນເຊົ້າວັນທີ 19 ຕຸລາ ແຕ່ໃນຖະແຫລງການບໍ່ໄດ້ລະບຸຢ່າງຈະແຈ້ງວ່າເກີດລະເບີດຂຶ້ນທັງໝົດຈັກຄັ້ງ.
ລັດຖະບານມຽນມາລະບຸອີກວ່າ: ເຫດລະເບີດຄັ້ງນີ້ເປັນຝີມືຂອງ “ກຸ່ມກໍ່ການຮ້າຍ”.
ນອກຈາກນີ້, ສື່ທ້ອງຖິ່ນມຽນມາລາຍງານໂດຍອ້າງອີງຂໍ້ມູນຈາກເຈົ້າໜ້າທີ່ໃນຄຸກວ່າ: ເຈົ້າໜ້າທີ່ໃນຄຸກ 3 ຄົນເສຍຊີວິດຈາກເຫດການດັ່ງກ່າວ.

