ປກສ ເມືອງຄູນຄຳ ແຂວງຄຳມ່ວນ ຢຶດກັນຊາ 139 ກິໂລກລາມ.

ວັນທີ 13 ຕຸລາ 2022 ຜ່ານມານີ້ ເຈົ້າໜ້າ ປກສ ເມືອງຄູນຄຳ ແຂວງຄຳມ່ວນ ໃຫ້ຮູ້ວ່າ: ພາຍຫລັງໄດ້ຮັບລາຍງານຈະມີການຂົນກັນຊາມາຈາກເມືອງວຽງທອງ ເເຂວງບໍລິຄຳໄຊ ໂດຍໃຊ້ເສັ້ນທາງຜ່ານ ເມືອງ ຄູນຄຳ ແຂວງຄຳມ່ວນ, ໃຊ້ລົດກະບະໃນການຂົນສົ່ງ. ພໍຮອດເວລາ 18:30 ໂມງ ຂອງວັນດຽວກັນ. ຈຶ່ງໄດ້ສັງເກດເຫັນລົດເປົ້າໝາຍ ເປັນລົດ TOYOTA VIGO ສີດຳ ຫບ 0091 ກຳແພງນະຄອນ ເຈົ້າໜ້າທີ່ຈຸດກວດກາ ຈຶ່ງໄດ້ສັນຍານກັກລົດເປົ້າໝາຍຄັນດັ່ງກ່າວຈອດ ເພື່ອທຳການກວດຄົ້ນພົບເຫັນກັນຊາອັດແທ່ງ ຈຳນວນ 135 ແທ່ງ, ລວມນໍ້າໜັກ 139 ກິໂລກລາມ ທີ່ຊຸກເຊື່ອງໄວ້ຢູ່ເບາະນັ່ງເບື້ອງຫລັງແຄັບ, ເຈົ້າໜ້າທີ່ຈິ່ງ ຢຶດລົດ ພ້ອມກັກຕົວ ຊື່ທ້າວ ແກ້ວ ອາຍຸ 55 ປີ ບ້ານປາກກະດິງເໜືອ ເມືອງປາກກະດິງ.