ອິນໂດເນເຊຍຫ້າມຈຳໜ່າຍຢານ້ຳ ຫລັງພົບເດັກເສຍຊີວິດຈາກອາການ ໝາກໄຂ່ຫລັງລົ້ມເຫລວເກືອບ 100 ຄົນ

ກະຊວງສາທາລະນະສຸກຂອງອິນໂດເນເຊຍຖະແຫລງໃນວັນທີ 20 ຕຸລາ 2022 ວ່າ: ລັດຖະບານມີຄຳສັ່ງຫ້າມການຈຳໜ່າຍຢານ້ຳທຸກປະເພດຊົ່ວຄາວ ຫລັງພົບເດັກບໍ່ສະບາຍຈາກອາການໝາກໄຂ່ຫລັງລົ້ມເຫລວກະທັນຫັນຈຳນວນ 206 ຄົນໃນ 20 ແຂວງ ແລະ ເສຍຊີວິດຈຳນວນ 99 ຄົນ.
ເຖິງຢ່າງໃດກໍດີ, ກະຊວງສາທາຢືນຢັນວ່າ: ກໍລະນີເກີດຂຶ້ນບໍ່ກ່ຽວກັບການສັກວັກຊີນປ້ອງກັນໂຄວິດ-19 ເນື່ອງຈາກຜູ້ທີ່ໄດ້ຮັບການສັກວັກຊີນເປັນເດັກທີ່ມີອາຍຸຫລາຍກວ່າ 6 ປີ.
ລາຍງານດັ່ງກ່າວມີຂຶ້ນ ຂະນະທີ່ລັດຖະບານແກມເບຍກຳລັງກວດສອບສາເຫດການເສຍຊີວິດຂອງເດັກຈຳນວນ 70 ຄົນ ຈາກອາການໝາກໄຂ່ຫລັງລົ້ມເຫລວກະທັນຫັນ ຫລັງຮັບປະທານຢານ້ຳຫລຸດໄຂ້ ເຊິ່ງມີສ່ວນປະສົມຂອງສານໄດເອທິລີນໄກຄໍ (diethylene glycol) ແລະ ເອທິລີນໄກຄໍ (ethylene glycol).
ເຖິງຢ່າງໃດກໍດີ, ເຈົ້າໜ້າທີ່ສຳນັກງານອາຫານ ແລະ ຢາຂອງອິນໂດເນເຊຍຢືນຢັນວ່າ: ຢານ້ຳດັ່ງກ່າວບໍ່ໄດ້ວາງຈຳໜ່າຍໃນອິນໂດເນເຊຍ ແລະ ສານທັງ 2 ຊະນິດຖືກຫ້າມໃຊ້ປະສົມໃນຢານ້ຳສຳລັບເດັກໃນອິນໂດເນເຊຍ.

