ກອງເຕ ຫມົດສິດໄປບານໂລກ ຫລັງເຂົ້າຜ່າຕັດພັກຍາວ 4 ເດືອນ

ເອັນໂກໂລ ກອງເຕ ກອງກາງເຊລຊີ ກາຍເປັນອີກໜຶ່ງນັກເຕະທີ່ຈະພາດການລົງຫລິ້ນບານເຕະໂລກ 2022 ຫລັງຈາກຕັດສິນໃຈເຂົ້າຮັບການຜ່າຕັດປິ່ນປົວອາການບາດເຈັບ.

ກອງກາງທີມຊາດຝຣັ່ງອາຍຸ 31 ປີ ພົບກັບບັນຫາອາການບາດເຈັບມາຕະຫລອດຕັ້ງແຕ່ລະດູການຜ່ານມາ ແລະ ການເຈັບກ້າມຊີ້ນກົກຂາດ້ານຫລັງໃນຮອບຫລ້າສຸດ ເຮັດໃຫ້ລາວຕ້ອງພັກຍາວມາຕັ້ງແຕ່ຕົ້ນລະດູການກ່ອນ ຈົນສຸດທ້າຍໄດ້ຕັດສິນໃຈເລືອກການຜ່າຕັດເຊິ່ງຈະຕ້ອງໃຊ້ວເລາເຖິງ 4 ເດືອນໃນການປິ່ນປົວອາການບາດເຈັບ.

ທັງນີ້ ຣິສ ເຈມ ຫມູ່ຮ່ວມທີມເຊລຊີກໍຢູ່ໃນສະຖານະການດຽວກັນ ແລະ ມີໂອກາດຫລາຍທີ່ຈະພາດລົງຫລິ້ນບານ ເຕະໂລກທີ່ຈະເລີ່ມຕົ້ນໃນກາງເດືອນພະຈິກທີ່ຈະເຖິງນີ້.