ອິນໂດນີເຊຍ ກຽມທຸບສະໜາມເກີດເຫດໂສກນາດຕະກຳຖິ້ມ, ຟີຟາ ຍື່ນມືຊ່ວຍເຫລືອ

ຈາກເຫດາດໂສກນາດຕະກຳຂອງວົງການບານເຕະ ໃນລີກອິນໂດນີເຊຍ ຄູ່ລະຫວ່າງ ອາເຣມາ ເອຟຊີ ເປີດບ້ານຕ້ອນຮັບການ ມາຢາມຂອງ ເປີເຊບາຢາ ສຸຣາບາຢາ ທີ່ສະໜາມຈູຣູຮັນ ໃນເມືອງມາລັງ ປະເທດອິນໂດນີເຊຍ ໂດຍຫລັງຈາກທີ່ເກມຈົບລົງດ້ວຍ ທີມຢາມບຸກເອົາຊະນະ 3-2 ແຟນບານທັງສອງທີມໄດ້ລົງມາກໍ່ເຫດໃນສະໜາມ ກ່ອນເຈົ້າໜ້າທີ່ຈະລະງັບເຫດດ້ວຍແກສນ້ຳຕາ ສຸດທ້າຍແລ້ວມີຜູ້ເສຍຊີວິດຈາກເຫດການນີ້ກວ່າ 130 ຄົນ.
ຫລ້າສຸດ ໂຈໂກ ວິໂດໂດ ປະທານາທິບໍດີອິນໂດນີເຊຍ ໄດ້ກ່າວຫລັງຈາກຮ່ວມປະຊຸມກັບ ຈານນີ ອິນຟານຕີໂນ ປະທານສະ ຫະພັນບານເຕະນາໆຊາດ ຫລື FIFA ວ່າ ພວກເຂົາຈະຮື້ຖອນສະໜາມດັ່ງກ່າວ ແລະ ສ້າງສະໜາມຂຶ້ນມາໃຫມ່ໃຫ້ໄດ້ຕາມມາດ ຕະຖານຂອງຟີຟາ ເຮົາເຫັນດີກັບການປ່ຽນແປງບານເຕະໃນອິນໂດນີເຊຍໃຫ້ດີຂຶ້ນ.
ສ່ວນທາງດ້ານ ອິນຟານຕີໂນ ປະທານຟີຟາ ກໍໃຫ້ຄຳຫມັ້ນສັນຍາວ່າຈະຊ່ວຍປະຕິຮູບ ແລະ ພິກໂສມ ວົງການບານເຕະຂອງອິນ ໂດນີເຊຍ ໂດຍຈຸດມຸ່ງໄປທີ່ປັບປຸງການປະຕິບັດງານໃນສະໜາມກິລາ ແລະ ພຶດຕິກຳການເຊຍຂອງແຟນບານ ເຊ່ັນດຽວກັບ ການສ້າງພື້ນຖານສຳລັບບານໃນລະດັບໂຮງຮຽນ ເຮົາຈະນຳຜູ້ຊ່ຽວຊານຂອງເຮົາມາຊ່ວຍ ແລະ ລົງທຶນ ເຮົາຈະເຮັດໃຫ້ແນ່ໃຈວ່າອິນ ໂດນີເຊຍເປັ່ງປະກາຍໃນເວທີບານເຕະລະດັບໂລກ.

