ມາເລເຊຍສະໜັບສະໜູນມະຕິ “ໂອເປັກພລັສ” ເພື່ອຮັກສາສົມດູນຕະຫລາດ

ລັດຖະບານມາເລເຊຍກ່າວວ່າ: ມະຕິຂອງໂອເປັກພລັສໃນການຫລຸດເພດານການຜະລິດນ້ຳມັນ ໄດ້ຮັບສຽງສະໜັບສະໜູນເປັນເອກະພາບ ເພື່ອການຮັກສາສະຖຽນລະພາບຂອງຕະຫລາດ.
ວັນທີ 19 ຕຸລາ 2022, ສຳນັກຂ່າວຕ່າງປະເທດລາຍງານວ່າ: ກະຊວງເສດຖະກິດຂອງມາເລເຊຍອອກຖະແຫລງການໃນຖານະເປັນໜຶ່ງໃນສະມາຊິກການຮ່ວມມື “ໂອເປັກພລັສ” ເຊິ່ງເປັນການລວມຕົວລະຫວ່າງກຸ່ມປະເທດນອກອົງການກຸ່ມປະເທດຜູ້ສົ່ງນ້ຳມັນອອກ (ໂອເປັກ) ຈຳນວນ 11 ປະເທດ ກັບສະມາຊິກໂອເປັກດັ້ງເດີມ 13 ປະເທດວ່າ: ແຜນຫລຸດອຸປະທານໃນເດືອນພະຈິກນີ້ “ເປັນມະຕິເອກະພາບ” ໂດຍເປັນການຄຳນຶງເຖິງສະຖຽນລະພາບ ແລະ ຄວາມສົມດູນຂອງຕະຫລາດໂລກເປັນຫລັກ ແລະ ມາເລເຊຍຈະຮ່ວມມືຢ່າງໃກ້ຊິດກັບທຸກຝ່າຍທີ່ກ່ຽວຂ້ອງຕໍ່ໄປ.
ທັງນີ້, ໂອເປັກພລັສ ກຽມຫລຸດເພດານການຜະລິດລົງວັນລະ 2 ລ້ານບາເຣລ ເລີ່ມເດືອນພະຈິກນີ້ ເຊິ່ງເປັນການຫລຸດອຸປະທານຕໍ່ເນື່ອງເປັນເດືອນທີສອງ ແລະ ເປັນການປັບຫລຸດກຳລັງການຜະລິດຄັ້ງໃຫຍ່ສຸດ ນັບແຕ່ປີ 2020 ສ້າງຄວາມບໍ່ພໍໃຈຢ່າງໜັກໃຫ້ອາເມລິກາ ໂດຍກ່າວຫາວ່າ: ໂອເປັກ “ເຂົ້າຂ້າງຣັດເຊຍ” ເນື່ອງຈາກການຫລຸດເພດານການຜະລິດຄັ້ງນີ້ ຈະເປັນການເພີ່ມລາຍໄດ້ໃຫ້ຣັດເຊຍ ສວນທາງລາຄາເຊື້ອໄຟໃນຕະຫລາດໂລກ ລວມທັງໃນອາເມລິກາຈະແພງຂຶ້ນ.
ຂະນະທີ່ປະທານາທິບໍດີ ໂຈ ໄບເດນ ສັ່ງໃຫ້ມີການ “ທົບທວນການພົວພັນ” ລະຫວ່າງອາເມລິກາກັບຊາອຸດິອາຣະເບຍ ແລະ “ບໍ່ມີແຜນ” ພົບປະຫາລືແບບສ່ວນຕົວກັບເຈົ້າຊາຍໂມຮຳເໝັດ ບິນ ຊັລມານ ມົງກຸດຣາຊະກຸມານແຫ່ງຊາອຸດິອາຣະເບຍ ລະຫວ່າງກອງປະຊຸມສຸດຍອດຜູ້ນຳກຸ່ມປະເທດເສດຖະກິດຂະໜາດໃຫຍ່ “G20” ຢູ່ເກາະບາຫລີຂອງອິນໂດເນເຊຍ ລະຫວ່າງວັນທີ 15-16 ພະຈິກນີ້.

