SII ກຽມຜະລິດວັກຊີນປ້ອງກັນອີໂບລາ ເລັ່ງສະກັດການລະບາດໃນຢູກັນດາ

ສະຖາບັນເຊຣຳແຫ່ງອິນເດຍ (SII) ຜູ້ຜະລິດວັກຊີນລາຍໃຫຍ່ທີ່ສຸດຂອງໂລກ ວາງແຜນຜະລິດວັກຊີນປ້ອງກັນອີໂບລາທົດລອງ 20.000-30.000 ໂດສ ໃນທ້າຍເດືອນພະຈິກນີ້ ເພື່ອໃຊ້ໃນການທົດລອງຮັບມືການແພ່ລະບາດໃນຢູກັນດາ.
ວັນທີ 18 ຕຸລາ 2022, ສຳນັກຂ່າວຣອຍເຕີລາຍງານວ່າ: ຢູກັນດາ ມີຜູ້ຕິດເຊື້ອພະຍາດອີໂບລາຢືນຢັນແລ້ວ 54 ຄົນ ແລະ ມີຜູ້ເສຍຊີວິດແລ້ວ 19 ຄົນ ນັບແຕ່ເດືອນກັນຍາຜ່ານມາ, ແຕ່ໜ່ວຍງານສາທາລະນະສຸກຂອງປະເທດເຊື່ອວ່າ: ຕົວເລກຜູ້ຕິດເຊື້ອທີ່ແທ້ຈິງອາດສູງກວ່ານີ້. ອີກທັງການຕອບສະໜອງຕໍ່ການລະບາດຍັງຕິດຂັດ ເນື່ອງຈາກຢູກັນດາບໍ່ມີວັກຊີນທີ່ທົດລອງແລ້ວວ່າສາມາດຕ້ານເຊື້ອໄວຣັສອີໂບລາສາຍພັນຊູດານໄດ້.
ສ່ວນສະຖາບັນເຈນເນີຂອງມະຫາວິທະຍາອອກຟອດ ເຊິ່ງພັດທະນາວັກຊີນປ້ອງກັນພະຍາດໂຄວິດ-19 ຮ່ວມກັບບໍລິສັດແອສຕຣາເຊເນກາ ມີວັກຊີນປ້ອງກັນພະຍາດອີໂບລາທີ່ສະແດງໃຫ້ເຫັນວ່າ: ສາມາດກະຕຸ້ນການຕອບສະໜອງທາງພູມຕ້ານທານຕໍ່ເຊື້ອໄວຣັສ ທັງສາຍພັນຊູດານ ແລະ ສາຍພັນຊາອີ ໃນການທົດລອງໄລຍະທີ 1 ເຊິ່ງທີມນັກພັດທະນາ ກ່າວວ່າ: ວັກຊີນສາມາດນຳໄປໃຊ້ໃນຢູກັນດາ ໂດຍເປັນສ່ວນໜຶ່ງຂອງການທົດລອງທາງຄລີນິກ ເມື່ອທາງການຢູກັນດາໃຫ້ການອະນຸມັດດ້ານກົດລະບຽບແລ້ວ.
ເຖິງວ່າທ່ານ ຄຣິສ ບາໂຢມຸນຊີ ລັດຖະມົນຕີຂໍ້ມູນຂ່າວສານຢູກັນດາ ກ່າວໃນການສຳພາດໃນວັນທີ 16 ຕຸລາຜ່ານມາວ່າ: ທ່ານບໍ່ມີຂໍ້ມູນໃດໆກ່ຽວກັບການນຳເອົາວັກຊີນອອກມາໃຊ້, ແຕ່ການລະບາດຢູ່ພາຍໃຕ້ການຄວບຄຸມຂອງລັດຖະບານແລ້ວ, ສ່ວນປະທານາທິບໍດີ ໂຢເວຣີ ມູເຊເວນີ ຜູ້ນຳຢູກັນດາ ກ່າວໃນວັນດຽວກັນວ່າ: ລັດຖະບານປະກາດມາດຕະການເຄີຟິວ ແລະ ຈຳກັດການເຄື່ອນຍ້າຍເຂົ້າ-ອອກໃນ 2 ເຂດທາງຕອນກາງຂອງຢູກັນດາ ທີ່ໄດ້ຮັບຜົນກະທົບຈາກພະຍາດອີໂບລາເປັນເວລາ 21 ວັນ.
ຂະນະທີ່ຜູ້ອຳນວຍການອົງການອະນາໄມໂລກ (WHO) ກ່າວໃນອາທິດຜ່ານມາວ່າ: ການທົດລອງທາງຄລີນິກຂອງວັກຊີນ 2 ຊະນິດ ຈະເລີ່ມຕົ້ນໃນມໍ່ໆນີ້ ເຊິ່ງກຳລັງຢູ່ລະຫວ່າງລໍຖ້າການອະນຸມັດຈາກລັດຖະບານຢູກັນດາ ໂດຍບໍ່ມີການລະບຸເຖິງຊື່ຂອງວັກຊີນ.
ເຖິງຢ່າງໃດກໍຕາມ, ກຸ່ມນັກວິໄຈຂອງອອກຟອດພັດສະແດງຄວາມບໍ່ພໍໃຈ ທີ່ວັກຊີນຂອງພວກເຂົາບໍ່ພ້ອມຈະນຳໄປໃຊ້ເມື່ອເກີດການລະບາດ ໂດຍກ່າວວ່າ: ລັດຖະບານທົ່ວໂລກບໍ່ໃຫ້ຄວາມສຳຄັນຕໍ່ການລົງທຶນໃນວັກຊີນພຽງພໍ ຫລັງການແພ່ລະບາດຂອງພະຍາດໂຄວິດ-19 ເຊິ່ງວັກຊີນດັ່ງກ່າວຢູ່ລະຫວ່າງການພັດທະນາມາຫລາຍປີແລ້ວ, ແຕ່ຄວາມຄືບໜ້າໃນການທົດລອງທາງຄລີນິກເກີດຄວາມຊັກຊ້າ ເນື່ອງຈາກຂາດເຂີນເງິນທຶນ.

