ຍ້ອນລາຄານ້ຳມັນດິບ ແລະ ນ້ຳມັນສຳເລັດຮູບ ໃນຕະຫລາດໂລກແພງຂຶ້ນ ຈຶ່ງປັບຂຶ້ນລາຄານ້ຳມັນເຊື້ອໄຟຂາຍຍ່ອຍທົ່ວປະເທດ

ກົມການຄ້າພາຍໃນ ກະຊວງອຸດສາຫະກຳ ແລະ ການຄ້າ ລາຍງານສາເຫດທີ່ມີການປັບຂຶ້ນລາຄານ້ຳມັນເຊື້ອໄຟຂາຍຍ່ອຍທົ່ວປະເທດວ່າ: ຍ້ອນລາຄານ້ຳມັນດິບ ແລະ ນ້ຳມັນສຳເລັດຮູບໃນຕະຫລາດໂລກມີອັດ ຕາສະເລ່ຍສູງຂຶ້ນ ໂດຍໃນວັນທີ 5-12 ຕຸລາ 2022 ຜ່ານມາ, ສະເລ່ຍລາຄານ້ຳມັນດິບໃນຕະຫລາດ Brent 94,7 ໂດລາ/ບາເລນ ເພີ່ມຂຶ້ນ 5,2 ໂດລາ/ບາເລນ, WTI 89,4 ໂດລາ/ບາເລນເພີ່ມຂຶ້ນ 6,8 ໂດລາ/ບາເລນ, Dubai 93,6 ໂດລາ/ບາເລນ.ຂະນະທີ່ສະເລ່ຍລາຄານໍ້າມັນສໍາເລັດຮູບ ແອັດຊັງພິເສດ95,6 ໂດລາ/ບາເລນ ເພີ່ມຂຶ້ນ 3,5 ໂດລາ/ບາເລນ, ແອັດຊັງທໍາມະດາ 92,6 ໂດລາ/ ບາເລນ ເພີ່ມຂຶ້ນ 4 ໂດລາ/ບາເລນ, ແລະ ກາຊວນ 139,9 ໂດລາ/ບາເລນ ເພີ່ມຂຶ້ນ 16,7 ໂດລາ/ບາເລນ (ທຽບໃສ່ວັນທີ 28 ກັນຍາ ຫາ 4 ຕຸລາ 2022).

ດ້ວຍເຫດຜົນດັ່ງກ່າວ, ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ປະສານສົມທົບກັບຂະແໜງການກ່ຽວ ຂ້ອງ, ສະມາຄົມນ້ຳມັນເຊື້ອໄຟ ແລະ ອາຍແກ໊ສລາວ ປັບລາຄານ້ຳມັນເຊື້ອໄຟຂຶ້ນ ເພື່ອຮັບປະກັນການສະໜອງນ້ຳມັນເຊື້ອໄຟພາຍໃນ ແລະ ບໍ່ໃຫ້ນ້ຳມັນເຊື້ອໄຟຂາດຄືດັ່ງຜ່ານມາ. ຕາມແຈ້ງການສະບັບເລກທີ 1411/ອຄ, ລົງວັນທີ 13 ຕຸລາ 2022 ໂດຍໃນການປັບລາຄາເທື່ອນີ້ໄດ້ຄໍານຶງເຖິງຜົນກະທົບຕໍ່ປະຊາຊົນເປັນຫລັກເຊິ່ງລັດຖະບານກໍໄດ້ດັດສົມລາຄານ້ຳມັນເຊື້ອໄຟໄວ້ບໍ່ໃຫ້ມີລາຄາແພງຈົນເກີນໄປໂດຍການຫລຸດ ບໍ່ເກັບອາກອນຊົມໃຊ້, ອັດຕາການເກັບຄັງແຮນ້ຳມັນເຊື້ອໄຟ ແລະ ນະໂຍບາຍອື່ນໆ.