ມອບ-ຮັບໜ້າທີ່ ອໍານວຍການວິທະຍາໄລວິທະຍາສາດ ສຸຂະພາບ ຈຳປາສັກ ຜູ້ເກົ່າ ແລະ ໃໝ່

ຕາມຂ່າວໜັງສືພິມຈຳປາໃໝ່ ລາຍງານໃຫ້ຮູ້ວ່າ: ວັນທີ 18 ຕຸລາ 2022 ນີ້, ແຂວງຈຳປາສັກ ໄດ້ມີພິທີ ມອບ-ຮັບ ໜ້າທີ່ອໍານວຍການວິທະຍາໄລ ວິທະຍາສາດ ສຸຂະພາບ ຈຳປາສັກ (ວສຈ) ຂອງ ທ່ານ ດຣ. ສີພັນ ປັນຍາສະຫວັດ ຜູ້ອໍານວຍການ ວສຈ ຜູ້ເກົ່າ ທີ່ຮອດອາຍຸກະສຽນອອກພັກການ-ຮັບອຸດໜູນບໍານານ ແລະ ທ່ານ ດຣ. ບຸນຄໍ້າ ເພັດທານີ ຮອງອໍານວຍການໂຮງໝໍແຂວງ ຖືກແຕ່ງຕັ້ງມາເປັນອໍານວຍການ ວສຈ ຜູ້ໃໝ່.
ໂດຍການຮ່ວມຂອງ ທ່ານ ໂສມ ບຸດຕະກຸນ ຮອງເຈົ້າແຂວງຈໍາປາສັກ, ທ່ານ ດຣ. ວຽງສີ ສຸພັກດີ ຫົວໜ້າພະແນກສາທາລະນະສຸກແຂວງ, ພ້ອມພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ພ້ອມນີ້, ໃນພິທີຍັງໄດ້ປະກາດຮອງຜູ້ອໍານວຍການ ວສຈ 2 ທ່ານ ອອກພັກການ-ຮັບອຸດໜູນບໍານານ ແລະ ປະກາດແຕ່ງຕັ້ງປ່ຽນແທນຕໍາແໜ່ງຮອງຜູ້ອໍານວຍການ ຕື່ມອີກ 2 ທ່ານ.

