ເດິ ຢອງ ເປີດເຜີຍອະນາຄົດ ຫລັງຖືກ ບາເຊໂລນາ ໃຫ້ເປັນສຳຮອງ

ເຖິງຈະຍັງຢູ່ກັບ ບາເຊໂລນາ ແຕ່ປີໜ້າ ແຟຣັງກີ ເດິ ຢອງ ຈະຕັດສິນໃຈອະນາຄົດການເປັນນັກເຕະອີກເທື່ອຫນຶ່ງ ຫລັງມີຂໍ້ສະເໜີຈາກ 2 ສະໂມສອນດັງ.

ເຊິ່ງໃນລະດູການນີ້ ແຟຣັງກີ ເດິ ຢອງ ເລືອກທີ່ຈະຢູ່ກັບ ບາເຊໂລນາ ຕໍ່ ແຕ່ວ່າຈະມີຫລາຍໆທີມຕ່າງຕ້ອງການຕົວ ແລະ ພ້ອມດ້ວຍຄຳສັນຍາຂອງ ຊາບີ ເອີນານເດສ ທີ່ຈະໃຫ້ລາວເປັນຄົນສຳຄັນຂອງທີມ ແນວໃດກໍຕາມ ລາວໄດ້ລົງຕົວຈິງພຽງ 3 ເກມເທົ່ານັ້ນ ຈາກ 10 ນັດທີ່ໄດ້ລົງສະໜາມໃນລະດູການນີ້ ແລະ ຍິງໄດ້ພຽງ 1 ປະຕູໃນລະດູການນີ້.

ລາວໄດ້ເປີດເຜີຍຜ່ານສື່ໄວ້ວ່າ : ຈະຕັດສິນໃຈອະນາຄົດນັກເຕະໃນໄລຍະເດືອນພຶດສະພານີ້ ແລະ ຍັງຢືນຢັນວ່າຫາກເປັນໄປໄດ້ກໍຈະ ຂໍສູ້ເພື່ອຕຳແໜ່ງຕົວຈິງທີ່ບາເຊໂລນາຕໍ່ໄປ ເຖິງວ່າຈະມີຂໍ້ສະເໜີຂອງ ແມນເຊສເຕີ ຢູໄນເຕັດ ແລະ ເຊລຊີ ເຂົ້າມາໃຫ້ພິຈາລະ ນາແດ່ແລ້ວ.

“ ຂໍ້ສະເໜີຂອງ ແມນຢູ ແລະ ເຊລຊີ ບໍ່ ? ຂ້ອຍຈະຕັດສິນທັງຫມົດໃນເດືອນພຶດສະພານີ້ ຂ້ອຍຕ້ອງການຢູ່ຕໍ່ທີ່ນີ້ ແລະ ຄວາມຄິດ ຂ້ອຍບໍ່ເຄີຍປ່ຽນແປງ ຂ້ອຍຍັງຢາກຢູ່ບາເຊໂລນາ ດັ່ງນັ້ນຍັງບໍ່ມີຫຍັງປ່ຽນໃຈຂ້ອຍໄດ້  ”.