ຊາວຕວກກີຫັນໃຊ້ “ເຕົາຖ່ານ” ຫລັງແກັສທຳມະຊາດລາຄາແພງ

ວັນທີ 14 ຕຸລາ 2022, ສຳນັກຂ່າວຊິນຮົວລາຍງານວ່າ: ປະຊາຊົນພາກັນອອກມາເລືອກຊື້ “ເຕົາຖ່ານ” ຢູ່ຕະຫລາດແຫ່ງໜຶ່ງໃນນະຄອນອິສຕັນບູລຂອງຕວກກີ ຫລັງລາຄາແກັສທຳມະຊາດເພີ່ມສູງຂຶ້ນຕິດຕໍ່ກັນໄລຍະ 6 ເດືອນຜ່ານມາ ແລະ ເພີ່ມສູງເຖິງ 85% ໃນປະເທດ ເຮັດໃຫ້ຜູ້ອາໄສໃນອິສຕັນບູລຫລາຍຄົນເລີ່ມຫັນມາໃຊ້ເຕົາຟືນ ແລະ ເຕົາຖ່ານສຳລັບໃຫ້ຄວາມຮ້ອນ ແທນການໃຊ້ແກັສທຳມະຊາດ.