ທ່ານ ເຈເຣມີ ຮັນ ດຳລົງຕຳແໜ່ງ ລັດຖະມົນຕີການເງິນອັງກິດຄົນໃໝ່

ທ່ານ ເຈເຣມີ ຮັນ ອະດີດລັດຖະມົນຕີວ່າການກະຊວງຕ່າງປະເທດຂອງອັງກິດ ໄດ້ຮັບການແຕ່ງຕັ້ງໃຫ້ດຳລົງຕຳແໜ່ງລັດຖະມົນຕີການເງິນຄົນໃໝ່ ຫລັງຈາກທ່ານ ຄວາຊີ ກວາເຕັງ ລາອອກຈາກຕຳແໜ່ງໃນວັນທີ 14 ຕຸລານີ້.

ທ່ານ ກວາເຕັງ ລາອອກຈາກຕຳແໜ່ງຫລັງຈາກທ່ານປະກາດມາດຕະການຫລຸດພາສີຄັ້ງໃຫຍ່ໃນເດືອນກັນຍາ ຈົນສ້າງຄວາມປັ່ນປ່ວນໃນຕະຫລາດການເງິນ ສົ່ງຜົນໃຫ້ເງິນປອນຫລຸດຕໍ່າສຸດເປັນປະຫວັດສາດທຽບໃສ່ໂດລາສະຫະລັດ. ຂະນະທີ່ນັກລົງທຶນແຫ່ເທຂາຍພັນທະບັດລັດຖະບານອັງກິດ ທ່າມກາງຄວາມກັງວົນກ່ຽວກັບສະຖານະການທາງການເງິນຂອງລັດຖະບານ.

ທັງນີ້, ທ່ານ ກວາເຕັງ ດຳລົງຕຳແໜ່ງລັດຖະມົນຕີການເງິນອັງກິດໄດ້ພຽງ 38 ວັນ ຖືເປັນໜຶ່ງໃນລັດຖະມົນຕີທີ່ດຳລົງຕຳແໜ່ງສັ້ນທີ່ສຸດໃນປະຫວັດສາດຂອງອັງກິດ.