ທ່ານ ກິມຈອງອຸນ ດີໃຈທົດລອງລູກສອນໄຟ ຕິດຫົວຮົບນິວເຄຼຍໄດ້ສຳເລັດ ກ່າວ ພ້ອມຮັບມືສັດຕູຢ່າງເຕັມທີ່

ທ່ານ ກິມຈອງອຸນ ດີໃຈທີ່ປະສົບຜົນສຳເລັດໃນການທົດລອງລູກສອນໄຟໄລຍະໄກທີ່ສາມາດຕິດຫົວຮົບນິວເຄຼຍໄດ້, ປະກາດພ້ອມຕອບສະໜອງການຍົ່ວຍຸຈາກໄພຄຸກຄາມດ້ວຍປະຕິບັດການນິວເຄຼຍທາງຍຸດທະວິທີ.
ສຳນັກຂ່າວກາງເກົາຫລີ (KCNA) ສື່ລັດຖະບານ ສປປ ເກົາຫລີ ເຜີຍແພ່ພາບທ່ານ ກິມຈອງອຸນ ຜູ້ນຳ ສປປ ເກົາຫລີ ເດີນທາງໄປຮ່ວມສັງເກດການຍິງລູກສອນໄຟທາງຍຸດທະສາດໄລຍະໄກ 2 ລູກດ້ວຍຕົນເອງ ຢູ່ຖານຍິງໃນເມືອງແຄຊອນ ແຂວງພາຍອງອັນໃຕ້ ໃນວັນທີ 12 ຕຸລາ ພ້ອມສະແດງຄວາມເພິ່ງພໍໃຈຕໍ່ຜົນສຳເລັດໃນການທົດລອງລູກສອນໄຟຄັ້ງຫລ້າສຸດ.
KCNA ລາຍງານວ່າ: ລູກສອນໄຟທັງສອງລູກຖືກຍິງອອກຈາກຊາຍຝັ່ງທາງຕາເວັນຕົກຂອງ ສປປ ເກົາຫລີ ນັບແຕ່ເວລາປະມານ 02:00 ໂມງ ຕາມເວລາທ້ອງຖິ່ນ ໂດຍສາມາດເຄື່ອນທີ່ໄປເປັນໄລຍະທາງ 2.000 ກິໂລແມັດ ຕາມວົງໂຄຈອນໃນຮູນແບບເລກ 8 ແລະ ຮູບໄຂ່ ກ່ອນຈະພຸ່ງໂຈມຕີເປົ້າໝາຍໄດ້ຢ່າງແນ່ນອນ. ອີກທັງຍັງມີລະດັບຕໍ່າກວ່າລູກສອນໄຟປົກກະຕິ ເຮັດໃຫ້ຖືກກວດຈັບ ແລະ ສະກັດຍາກຍິ່ງຂຶ້ນ.
ການຍິງລູກສອນໄຟຄັ້ງຫລ້າສຸດນີ້ ຖືເປັນການທົດລອງຄັ້ງທີ 8 ໃນໄລຍະເວລາບໍ່ຮອດ 3 ອາທິດຂອງ ສປປ ເກົາຫລີ ເພື່ອຕອບໂຕ້ປະຕິບັດການຊ້ອມຮົບຮ່ວມທາງທະເລລະຫວ່າງອາເມລິກາ ແລະ ສ.ເກົາຫລີ ໃນບໍລິເວນແຫລມເກົາຫລີ ໂດຍໜຶ່ງໃນການຍິງລູກສອນໄຟທັງ 7 ຄັ້ງຜ່ານມາ ເປັນລູກສອນໄຟໄລຍະກາງທີ່ຖືກຍິງຜ່ານນ່ານຟ້າຍີ່ປຸ່ນໄປຕົກໃນມະຫາສະໝຸດປາຊີຟິກ ເຮັດໃຫ້ຍີ່ປຸ່ນຕ້ອງຍື່ນເລື່ອງຮ້ອງຮຽນຕໍ່ສະຖານເອກອັກຄະລັດຖະທູດ ສປປ ເກົາຫລີ ປະຈຳນະຄອນຫລວງປັກກິ່ງຂອງຈີນມາແລ້ວ.
KCNA ລະບຸໃນລາຍງານວ່າ: ການຍິງລູກສອນໄຟເມື່ອວັນທີ 12 ຕຸລາ ມີເປົ້າໝາຍເພື່ອເພີ່ມປະສິດທິພາບການຕໍ່ສູ້ ແລະ ປະສິດທິພາບຂອງລູກສອນໄຟ ເຊິ່ງເປັນໜຶ່ງໃນຍຸດໂທປະກອນສຳຄັນຂອງໜ່ວຍປະຕິບັດການນິວເຄຼຍໃນກອງທັບ ສປປ ເກົາຫລີ ແລະ ໃນຕອນນີ້ມີລູກສອນໄຟຊະນິດນີ້ໄດ້ຖືກສົ່ງໄປປະຈຳການໃນໜ່ວຍບັນຊາການເພື່ອກຽມຄວາມພ້ອມສຳລັບປະຕິບັດການນິວເຄຼຍທາງຍຸດທະວິທີແລ້ວ.
KCNA ຍັງອ້າງຄຳເວົ້າຂອງຜູ້ນຳ ສປປ ເກົາຫລີ ອີກວ່າ: ກອງກຳລັງຕໍ່ສູ້ດ້ວຍອາວຸດນິວເຄຼຍຂອງ ສປປ ເກົາຫລີ ຢູ່ໃນສະຖານະທີ່ມີຄວາມພ້ອມຢ່າງເຕັມທີ່ສຳລັບການເຮັດສົງຄາມຈິງແລ້ວ ແລະ ການທົດລອງຄັ້ງນີ້ເປັນຄຳເຕືອນທີ່ ສປປ ເກົາຫລີ ຕ້ອງການສົ່ງໄປຫາສັດຕູ ໂດຍທ່ານ ກິມ ເນັ້ນວ່າ: ສປປ ເກົາຫລີ ຈຳເປັນຈະຕ້ອງຂະຫຍາຍຂອບເຂດປະຕິບັດການຂອງກອງກຳລັງຕິດອາວຸດນິວເຄຼຍຢ່າງຕໍ່ເນື່ອງ ເພື່ອຢັບຢັ້ງວິກິດທາງທະຫານ ແລະ ສົງຄາມທີ່ອາດຈະເກີດຂຶ້ນຢ່າງເດັດຂາດ.

