ນັກສຶກສາ ແລະ ຄູ-ອາຈານ ຫຼາຍກວ່າ 900 ຄົນ ຈາກໂຮງຮຽນ ແລະ ວິທະຍາໄລເຕັກນິກວິຊາຊີບທົ່ວ 18 ແຂວງ ໄດ້ຮ່ວມມືກັນດຳເນີນກິດຈະກຳ “ສະອາດທົ່ວລາວ”

ພາຍໃຕ້ແຄມເປນ ສຸຂະພາບໜຶ່ງດຽວ (One Health) ເຊິ່ງໄດ້ຮັບການສະໜັບສະໜູນໂດຍຄະນະຜູ້ຕາງໜ້າສະຫະພາບເອີຣົບ ປະຈຳ ສປປ ລາວ ແລະ ກະຊວງສຶກສາທິການ ແລະ ກິລາ ໂດຍໄດ້ຮັບການຮ່ວມມືຈາກຫຼາຍພາກສ່ວນ ລວມທັງຫ້ອງການຄຸ້ມຄອງ ແລະ ບໍລິການຕົວເມືອງວຽງຈັນ ເພື່ອຍົກສູງຄວາມຮັບຮູ້ກ່ຽວກັບການຮັກສາສິ່ງແວດລ້ອມ.
ກິດຈະກຳ “ສະອາດທົ່ວລາວ” (Clean up Laos) ຄັ້ງນີ້ ຈັດຕັ້ງຂຶ້ນເພື່ອປູກຈິດສຳນຶກຂອງປະຊາຊົນກ່ຽວກັບແນວຄວາມຄິດ “ສຸຂະພາບໜຶ່ງດຽວ” ຫຼື One Health. ແນວທາງຂອງສຸຂະພາບໜຶ່ງດຽວແມ່ນເພື່ອໃຫ້ສັງຄົມຮັບຮູ້ວ່າສຸຂະພາບຂອງມະນຸດແມ່ນຕິດພັນກັບສຸຂະພາບຂອງສັດ ແລະ ສິ່ງແວດລ້ອມຢ່າງແໜ້ນແຟ້ນ.
ທ່ານ ປອ ສາຍສະໝອນ ງາມສີ ຮອງຫົວໜ້າກົມອາຊີວະສຶກສາ, ກະຊວງສຶກສາທິການ ແລະ ກິລາ ພ້ອມດ້ວຍ ທ່ານ ນີລ ເລໂອນາດ (Niall Leonard) ຜູ້ຮັກສາການ ອຸປະທູດຂອງສະຫະພາບເອີຣົບ ປະຈໍາ ສປປ ລາວ ໄດ້ເປັນປະທານຮ່ວມໃນງານດັ່ງກ່າວ ເຊິ່ງເປັນສ່ວນໜຶ່ງຂອງແຄມເປນການໂຄສະນາປູກຈິດສຳນຶກສຸຂະພາບໜຶ່ງດຽວທີ່ໄດ້ຮັບການສະໜັບສະໜູນຈາກສະຫະພາບເອີຣົບ.
“ຂ້າພະເຈົ້າຮູ້ສຶກຕື່ນເຕັ້ນທີ່ສຸດທີ່ໄດ້ເຫັນກິດຈະກໍາແບບນີ້ເກີດຂຶ້ນໃນສັງຄົມ. ງານຄັ້ງນີ້ເອງກໍເປັນດັ່ງການຢັ້ງຢືນເຖິງຄວາມສາມາດ ແລະ ຄວາມຊື່ສັດຂອງໄວໜຸ່ມຕໍ່ກັບປະເທດຊາດເຮົາ ແລະ ຍິ່ງໄປກວ່ານັ້ນແມ່ນໄດ້ເຫັນວ່າມີຕົວແທນຈາກທຸກແຂວງໃນທົ່ວປະເທດເຂົ້າຮ່ວມກິດຈະກຳນີ້ອີກດ້ວຍ, ດ້ວຍເຫດນັ້ນຍິ່ງເຮັດໃຫ້ງານດັ່ງກ່າວນີ້ເປັນວາລະແຫ່ງຊາດຢ່າງແທ້ຈິງ” ກ່າວໂດຍ ທ່ານ ປອ ສາຍສະໝອນ ງາມສີ ຮອງຫົວໜ້າກົມອາຊີວະສຶກສາ, ກະຊວງສຶກສາທິການ ແລະ ກິລາ.
ທ່ານ ນີລ ເລໂອນາດ (Niall Leonard) ຜູ້ຮັກສາການອຸປະທູດຂອງສະຫະພາບເອີຣົບ ປະຈໍາ ສປປ ລາວ ໄດ້ກ່າວວ່າ “ການປ່ຽນແປງຂອງດິນຟ້າອາກາດ ແລະ ການເສື່ອມໂຊມຂອງສິ່ງແວດລ້ອມແມ່ນໄພຂົ່ມຂູ່ຕໍ່ກັບເອີຣົບກໍຄືຕໍ່ທົ່ວໂລກເຊັ່ນກັນ. ສະຫະພາບເອີຣົບແມ່ນຜູ້ສະໜັບສະໜູນຫຼັກຂອງ ກິດຈະກໍາ ວັນທໍາຄວາມສະອາດ ໃນທົ່ວໂລກ. ແລະ ທຸກຄັ້ງທີ່ມີການຈັດງານດັ່ງກ່າວຂຶ້ນ ມັນໄດ້ເປັນການເຕົ້າໂຮມຊຸມຊົນຕ່າງໆມາເພື່ອຈຸດປະສົງດຽວກັນ ນັ້ນກໍຄື ການຫຼຸດຜ່ອນຄວາມເສື່ອມໂຊມຂອງສິ່ງແວດລ້ອມ ແລະ ປູກຈິດສໍານຶກກ່ຽວກັບຄວາມສໍາຄັນຂອງຊີວະນາໆພັນໃນພື້ນທີ່ທີ່ພວກເຮົາທຸກຄົນອາໄສຢູ່ຮ່ວມກັນ. ເພາະວ່າ ອາກາດທີ່ສົດຊື່ນ, ນໍ້າທີ່ສະອາດ, ພືດ ແລະ ຊີວະນາໆພັນທີ່ແຂງແຮງ ມີຄວາມສຳຄັນຕໍ່ທຸກໆຄົນ ແລະ ມັນກໍເປັນພື້ນຖານຍຸດທະສາດ ຂໍ້ຕົກລົງສີຂຽວ EU ຂອງພວກເຮົາ (EU Green Deal strategy).”
ນັກສຶກສາທີ່ໄດ້ເຂົ້າຮ່ວມກິດຈະກຳອະນາໄມເກັບຂີ້ເຫຍື້ອໃນພື້ນທີ່ທີ່ກຳນົດໃນງານຄັ້ງນີ້ແມ່ນໄດ້ຮຽນຮູ້ກ່ຽວກັບຜົນກະທົບຂອງຂີ້ເຫຍື້ອ ແລະ ສິ່ງເສດເຫຼືອໃນນໍ້າທີ່ມີຕໍ່ກັບສິ່ງແວດລ້ອມ, ໄດ້ຮຽນຮູ້ວ່າໄມໂຄພລາສຕິກສາມາດເຮັດໃຫ້ເກີດມົນລະພິດຕໍ່ສິ່ງແວດລ້ອມໄດ້ ແລະ ນໍ້າຕົກຄ້າງຈາກສິ່ງເສດເຫຼືອເປັນສາເຫດທີ່ເຮັດໃຫ້ເກີດພາຫະນຳເຊື້ອ, ໜຶ່ງໃນສາເຫດຕົ້ນຕໍຂອງບັນຫາທາງດ້ານໂພສະນາການພາຍໃນປະເທດ.
ກິດຈະກຳດັ່ງກ່າວ, ຍັງໄດ້ຊຸກຍູ້ໃຫ້ປະຊາຊົນມີສະຕິ ແລະ ຖິ້ມຂີ້ເຫຍື້ອໃຫ້ຖືອຕ້ອງຕາມສະຖານທີ່ທີ່ກຳນົດໄວ້ ເພາະວ່າການຖິ້ມຂີ້ເຫຍື້ອທີ່ບໍ່ຖືກຕ້ອງສາມາດນໍາໄປສູ່ການເກີດນ້ຳຂັງໃນບາງພື້ນທີ່ ແລະມັນສາມາດກາຍມາເປັນແຫຼ່ງເພາະພັນຂອງຍຸງທີ່ພາໃຫ້ເກີດພະຍາດໄຂ້ຍຸງໄດ້.
ນຳພາໂດຍຄູ-ອາຈານ, ນັກສຶກສາຈາກໂຮງຮຽນທີ່ເຂົ້າຮ່ວມໄດ້ມີການອະນາໄມບໍລິເວນອ້ອມແອ້ມໂຮງຮຽນ ແລະ ວິທະຍາໄລຂອງຕົນ ພ້ອມກັນ ໃນວັນທີ 13 ກັນຍາ ນີ້. ກິດຈະກຳທັງໝົດແມ່ນໄດ້ມີການຖ່າຍທອດສົດຜ່ານໜ້າເຟສບຸກ One Health Laos ສຸຂະພາບໜຶ່ງດຽວ, ໜ້າເຟສບຸກຂອງສະຫະພາບເອີຣົບ ປະຈຳ ສປປ ລາວ (European Union in Laos) ແລະ ໜ້າເຟສບຸກຂອງ ໂຮງຮຽນ ແລະ ວິທະຍາໄລເຕັກນິກວິຊາຊີບ (TVET) ຂອງແຕ່ລະແຂວງ.
#OneHealthLaos #ສຸຂະພາບໜຶ່ງດຽວ #CleanUpLaosDay #ສະອາດທົ່ວລາວ

