ກອງປະຊຸມ UN ມີມະຕິ 143 ສຽງ ຮ່ວມປະນາມຣັດເຊຍລວມ 4 ດິນແດນອູແກຣນ

ວັນທີ 12 ຕຸລາ 2022, ກອງປະຊຸມສະມັດຊາໃຫຍ່ແຫ່ງສະຫະປະຊາຊາດ (UNGA) ມີມະຕິ ຜູ້ແທນຈາກ 143 ປະເທດສະມາຊິກ ຮ່ວມສະໜັບສະໜູນການປະນາມຣັດເຊຍ ກໍລະນີລວມ 4 ດິນແດນອູແກຣນ ບໍ່ວ່າຈະເປັນ ໂດເນສ, ລູຮັນ, ຊາປໍຣິຊເຊຍ ແລະ ເຄີຊອນ ເຂົ້າເປັນສ່ວນໜຶ່ງຂອງຕົນ ໃນຕົ້ນເດືອນຕຸລາຜ່ານມາ.
ໂດຍມີ 35 ປະເທດງົດອອກສຽງໃນການລົງມະຕິດັ່ງກ່າວ. ໄທ, ສປປ ລາວ, ຫວຽດນາມ ເປັນພຽງ 3 ປະເທດໃນເຂດອາຊຽນທີ່ຕັດສິນໃຈງົດອອກສຽງໃນມະຕິປະນາມການລວມດິນແດນອູແກຣນຂອງຣັດເຊຍໃນຄັ້ງນີ້ ຮ່ວມກັບຈີນ, ອິນເດຍ, ອາຟຣິກາໃຕ້ ແລະ ອີກຫລາຍປະເທດໃນເຂດອາເມລິກາລາຕິນ ແລະ ອາຟຣິກາ.
ຂະນະທີ່ມີ 5 ປະເທດທີ່ຄັດຄ້ານຮ່າງມະຕິດັ່ງກ່າວ ໄດ້ແກ່ ຣັດເຊຍ, ເບລາຣຸສ, ສປປ ເກົາຫລີ, ຊີຣີ ແລະ ນິກາຣາກົວ.
ໂດຍກ່ອນໜ້ານີ້ກອງປະຊຸມ UNGA ມີມະຕິປະຕິເສດຂໍ້ຮຽກຮ້ອງຂອງທາງການຣັດເຊຍ ທີ່ຂໍໃຫ້ການລົງຄະແນນສຽງມະຕິຮ່າງປະນາມການລວມດິນແດນຂອງຣັດເຊຍນີ້ ກະທຳການລົງຄະແນນລັບ ແທນການເປີດເຜີຍລາຍລະອຽດຕໍ່ສາທາລະນະ.
ອ້າງອີງ:

