ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດຜູ້ນຳຍິງອາຊຽນ ຄັ້ງທີ 2

ວັນທີ 12 ຕຸລາ 2022 ນີ້ ທ່ານ ພັນຄໍາ ວິພາວັນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ນຳພາຄະນະຜູ້ແທນລາວ ເຂົ້າຮ່ວມກອງປະຊຸມສຸດຍອດຜູ້ນຳຍິງອາຊຽນ ຄັ້ງທີ 2 ພາຍໃຕ້ຫົວຂໍ້: “ການສ້າງອະນາຄົດແບບຍືນຍົງ, ກວມລວມ ແລະ ເຂັ້ມແຂງ: ການສົ່ງເສີມຜູ້ປະກອບການຍິງໃນອາຊຽນ”, ພາຍໃຕ້ການເປັນປະທານຂອງ ສົມເດັດ ອັກຄະ ມະຫາ ເສນາ ບໍດີ ເຕໂຈ ຮຸນ ເຊນ ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກໍາປູເຈຍ ປະທານອາຊຽນປີ 2022, ໂດຍມີບັນດາຜູ້ນຳອາຊຽນ, ລັດຖະມົນຕີ, ຕາງໜ້າຜູ້ນຳຍິງອາຊຽນ, ເລຂາທິການໃຫຍ່ອາຊຽນ ແລະ ແຂກຖືກເຊີນ ເຂົ້າຮ່ວມ. 
ໃນກອງປະຊຸມຄັ້ງນີ້, ບັນດາຜູ້ນໍາອາຊຽນ ໄດ້ຕີລາຄາສູງ ບົດບາດຂອງແມ່ຍິງ ກໍຄືບັນດາຜູ້ປະກອບການແມ່ຍິງ ທີ່ໄດ້ປະກອບສ່ວນອັນສໍາຄັນເຂົ້າໃນຂະບວນການຟື້ນຟູເສດຖະກິດ-ສັງຄົມ ຢູ່ໃນພາກພື້ນອາຊຽນ ພາຍຫຼັງການແຜ່ລະບາດຂອງພະຍາດໂຄວິດ-19 ຊຶ່ງແມ່ຍິງໄດ້ມີສ່ວນຮ່ວມໃນຂະບວນການລວມຂອງອາຊຽນ ກໍຄືການພັດທະນາແບບຍືນຍົງຢູ່ໃນພາກພື້ນ.
ກອງປະຊຸມໄດ້ເຫັນດີສືບຕໍ່ການເຊື່ອມສານບົດບາດຍິງ-ຊາຍ ເຂົ້າໃນວຽກງານ ແລະ ກິດຈະກຳຕ່າງໆ ຂອງອາຊຽນ ລວມທັງການຈັດຕັ້ງປະຕິບັດວິໄສທັດປະຊາຄົມອາຊຽນຫຼັງປີ 2025 ແລະ ແຜນຟື້ນຟູຮອບດ້ານຂອງອາຊຽນ ເພື່ອແນໃສ່ສົ່ງເສີມການສ້າງຄວາມເຂັ້ມແຂງຮອບດ້ານໃຫ້ກັບແມ່ຍິງໃນແຕ່ລະຂົງເຂດ ໂດຍການສ້າງເງື່ອນໄຂ ແລະ ກາລະໂອກາດ ໃຫ້ແມ່ຍິງໄດ້ເຂົ້າເຖິງການສຶກສາ, ສົ່ງເສີມການມີວຽກເຮັດງານທຳ, ການເຂົ້າເຖິງແຫຼ່ງທຶນ ແລະ ແຫຼ່ງຂໍ້ມູນຂ່າວສານ ເພື່ອສົ່ງເສີມທ່າແຮງໃຫ້ຜູ້ປະກອບການແມ່ຍິງ ຈາກວິສາຫະກິດຂະໜາດນ້ອຍໃຫ້ກາຍເປັນວິສາຫະກິດຂະໜາດໃຫຍ່ໃນຂົງເຂດທີ່ກວ້າງຂຶ້ນ.
ດັ່ງນັ້ນ, ການສ້າງຄວາມຍືນຍົງ, ກວມລວມ ແລະ ເຂັ້ມແຂງ ໃນອະນາຄົດໃຫ້ກັບຜູ້ປະກອບການຍິງ ໄດ້ຮຽກຮ້ອງໃຫ້ທຸກພາກສ່ວນ ແລະ ຂະແໜງການຕ້ອງໄດ້ມີສ່ວນຮ່ວມນໍາກັນ.
ພ້ອມນີ້, ທ່ານນາຍົກລັດຖະມົນຕີ ພັນຄໍາ ວິພາວັນ ໄດ້ຢໍ້າວ່າ ການເລັ່ງລັດຈັດຕັ້ງປະຕິບັດແຜນງານຍຸດທະສາດ ວ່າດ້ວຍ ການເຊື່ອມສານບົດບາດຍິງ-ຊາຍໃນອາຊຽນ ຈະເປັນການສ້າງເງື່ອນໄຂ ແລະ ອໍານວຍຄວາມສະດວກ ໃນການສ້າງຄວາມເຂັ້ມແຂງໃຫ້ແກ່ແມ່ຍິງ ໃນທຸກຂົງເຂດວຽກງານ ໂດຍສະເພາະການສົ່ງເສີມຜູ້ປະກອບການແມ່ຍິງ.
ພ້ອມທັງ, ໄດ້ກ່າວວ່າ ໃນທິດທາງຕໍ່ໜ້າ, ເພື່ອເຮັດໃຫ້ບັນດາກົນໄກ, ແຜນງານ ແລະ ແຜນການຕ່າງໆຂອງອາຊຽນ ໄດ້ຮັບການຈັດຕັ້ງເປັນຮູບປະທໍາ, ອາຊຽນ ຄວນສຸມໃສ່ສ້າງທຸກເງື່ອນໄຂໃນການອໍານວຍຄວາມສະດວກໃຫ້ແກ່ບັນດາຜູ້ປະກອບການແມ່ຍິງ ໃຫ້ໄດ້ມີໂອກາດພັດທະນາຕົນເອງໃນດ້ານຕ່າງໆໄປຕາມແຕ່ລະຍຸກສະໄໝຂອງການພັດທະນາ ເພື່ອເຮັດໃຫ້ບັນລຸເປົ້າໝາຍການສ້າງຄວາມເຂັ້ມແຂງໃຫ້ກັບແມ່ຍິງ ກໍຄື ຜູ້ປະກອບການຍິງໃນອາຊຽນ.
ຂ່າວ: ກະ​ຊວງ​ການ​ຕ່າງ​ປະ​ເທດ