ເຕືອນແຟນບານຖອດເສື້ອເຊຍບານໂລກ 2022 ມີສິດຖືກປັບໃໝ

ແຟນບານອັງກິດ ໄດ້ຮັບຄຳເຕືອນຈາກ ສະຫະພັນບານເຕະນາໆຊາດ ຫລື FIFA ວ່າຫ້າມ ຖອດເສື້ອເຊຍໃນບານໂລກ 2022 ທີ່ປະເທດກາຕາເດັດຂາດ ເຖິງວ່າຈະອຸນຫະພູມສູງເຖິງ 50 ອົງສາກໍຕາມ ເນື່ອງຈາກຂັດຕໍ່ຫລັກສາສະໜາທີ່ເຂັ້ມງວດ.

ໂດຍແຟນບານຊາຍ ເຊິ່ງມັກຈະຖອດເສື້ອເຊຍບານ ບໍ່ສາມາດເຮັດໄດ້ໃນບານໂລກຄັ້ງນີ້ ໂດຍຟີຟາ ສົ່ງຄຳເຕືອນວ່າ ຄວນໃສ່ ເສື້ອຜ້າທີ່ເຫມາະສົມ ນັກທ່ອງທ່ຽວຈະຕ້ອງໃສ່ເສື້ອທີ່ຄຸມໄຫລ່ ແລະ ເຂົ່າ ໃນພື້ນທີ່ສາທາລະນະ ເຊັ່ນ : ພິພິຕະພັນ ຫລື ສະຖານທີ່ລາສະການ ຊຸດລອຍນ້ຳ ອະນຸຍາດໃຫ້ໃສ່ໃນຊາຍຫາດຂອງໂຮງແຮມ ຫລື ສະລອຍນ້ຳ ແຟນບານທີ່ເຂົ້າໃນສະໜາມ ບໍ່ໄດ້ຮັບອະນຸຍາດໃຫ້ຖອດເສື້ອ ເຊິ່ງອາດຈະມີຜົນໃຫ້ຖືກປັບເຖິງ 2,400 ປອນ.

ໄນຍາສ ອະບູລຣາຮີມານ ຫົວໜ້າຝ່າຍເຕັກນິກລະບຸວ່າ ພາຍໃນສະໜາມຈະມີກ້ອງກວ່າ15,000 ຕົວ ເພື່ອສອດສ່ອງພຶດຕິກຳ ແຟນບານໃຫ້ຢູ່ໃນກົດລະບຽບ “ ເຮົາສາມາດລະບຸໄດ້ວ່າ ແຟນບານຄົນໃດມີພຶດຕິກຳທີ່ບໍ່ເຫມາະສົມ ຫລື ແມ່ນແຕ່ການ ໂດດໃນບ່ອນນັ່ງ ”.