Facebook ກ່າວວ່າ ກຳລັງແກ້ໄຂບັນຫາ ຈຳນວນຜູ້ຕິດຕາມບໍ່ສອດຄ່ອງກັນໃນໂປຣໄຟລ໌ ຂໍອະໄພໃນຄວາມບໍ່ສະດວກ

ເຊົ້າວັນທີ 12 ຕຸລາ 2022, ຜູ້ໃຊ້ Facebook ຫລາຍຄົນຕ່າງສະແດງຄວາມຄິດເຫັນ ໂພສແຈ້ງຜ່ານໜ້າຟິດຂອງຕົນເອງວ່າ: ຈຳນວນຜູ້ຕິດຕາມ ຫລື ຟໍໂລເວີຫາຍໄປເປັນຈຳນວນຫລາຍ. ບາງຄົນລະບຸວ່າ: ເມື່ອກ່ອນມີຈຳນວນຜູ້ຕິດຕາມຫລາຍກວ່າ 4 ແສນຄົນ, ແຕ່ເຊົ້າວັນທີ 12 ຕຸລາ ຫລຸດເຫລືອ 9 ພັນກວ່າຄົນ.

ຂະນະທີ່, ມາຣ໌ກ ຊັກເຄີເບິກ ຜູ້ບໍລິຫານ ແລະ ຜູ້ສ້າງຕັ້ງ Facebook ພົບບັນຫາດຽວກັນ.

ຫລ້າສຸດໂຄສົກຂອງ Meta ບໍລິສັດເຈົ້າຂອງ Facebook ຊີ້ແຈງວ່າ: “ພວກເຮົາຮູ້ດີວ່າບາງຄົນເຫັນຈຳນວນຜູ້ຕິດຕາມທີ່ບໍ່ສອດຄ່ອງກັນໃນໂປຣໄຟລ໌ Facebook ຂອງພວກເຂົາ, ພວກເຮົາກຳລັງດຳເນີນງານເພື່ອໃຫ້ສິ່ງຕ່າງໆກັບສູ່ສະພາບປົກກະຕິໂດຍໄວທີ່ສຸດ ແລະ ພວກເຮົາຂໍອະໄພໃນຄວາມບໍ່ສະດວກ”.