UN ເຜີຍລາຍງານເຕືອນວິກິດຄື້ນຄວາມຮ້ອນ ເຂດອາຟຣິກາ-ອາຊີຮຸນແຮງຂຶ້ນຈົນຂ້າຊີວິດຄົນ ຈຳນວນຫລາຍໄດ້ໃນອີກບໍ່ເທົ່າໃດທົດສະວັດ

ສຳນັກງານເພື່ອການປະສານງານດ້ານມະນຸດສະທຳແຫ່ງສະຫະປະຊາຊາດ (OCHA) ແລະ ສະຫະພັນສະພາກາແດງ ແລະ ສະພາສ້ຽວວົງເດືອນແດງສາກົນ (IFRC) ເຜີຍແພ່ລາຍງານເຕືອນຜົນກະທົບຈາກສະພາບໂລກປັ່ນປ່ວນວ່າ: ຈະສົ່ງຜົນໃຫ້ຄື້ນຄວາມຮ້ອນທະວີຄວາມຮຸນແຮງຂຶ້ນໃນທະວີບອາຟຣິກາ ແລະ ອາຊີພາຍໃນໄລຍະເວລາອີກບໍ່ເທົ່າໃດທົດສະວັດ ແລະ ຈະສົ່ງຜົນໃຫ້ມີຜູ້ເສຍຊີວິດເປັນຈຳນວນຫລາຍ.
ລາຍງານດັ່ງກ່າວ ເຊິ່ງຈັດ ແລະ ເຜີຍແພ່ຮ່ວມກັນໃນວັນທີ 10 ຕຸລາ ໃນຊື່ຫົວຂໍ້ “ການກຽມຄວາມພ້ອມຮັບມືຄື້ນຄວາມຮ້ອນໃນອະນາຄົດ” ເນື້ອໃນລາຍງານລະບຸວ່າ: ສະພາບຄື້ນຄວາມຮ້ອນທີ່ເກີດຂຶ້ນທົ່ວໂລກຈຳນວນ 38 ຄັ້ງ ລະຫວ່າງປີ 2010-2019 ມີສ່ວນເຮັດໃຫ້ມີຜູ້ເສຍຊີວິດຫລາຍກວ່າ 7 ໝື່ນຄົນ ເຊິ່ງຄາດວ່າອາດຈະຕໍ່າກວ່າຕົວເລກແທ້.
ຕົວເລກຜູ້ເສຍຊີວິດດັ່ງກ່າວມີອັດຕາສ່ວນປະມານ 1 ໃນ 6 ຂອງຜູ້ເສຍຊີວິດຈາກໄພພິບັດທີ່ເຊື່ອມໂຍງກັບສະພາບອາກາດຮຸນແຮງກວ່າ 4,1 ແສນຄົນ ໂດຍຖ້າເບິ່ງຈາກທ່າອ່ຽງຂອງສະຖານະການໂລກຮ້ອນໃນປັດຈຸບັນ ມີຄວາມເປັນໄປໄດ້ວ່າສະພາບຄື້ນຄວາມຮ້ອນໃນຫລາຍພາກພື້ນເຊັ່ນ: ພາກພື້ນຊາເຮລ ເຊິ່ງເປັນເຂດຮອຍຕໍ່ເຄິ່ງທະເລຊາຍໃນທະວີບອາຟຣິກາເໜືອ ຕະຫລອດຈົນປະເທດເຂດອາຊີໃຕ້ ແລະ ຕາເວັນຕົກສຽງໃຕ້ ອາດທະວີຄວາມຮຸນແຮງ ແລະ ມີລະດັບຄວາມຮ້ອນເພີ່ມສູງຂຶ້ນຈົນເກີນຂີດຈຳກັດຂອງຮ່າງກາຍມະນຸດພາຍໃນອີກບໍ່ເທົ່າໃດທົດສະວັດຕໍ່ໜ້າ.
ຜ່ານມາມີຫລາຍອົງກອນອອກມາເຕືອນກ່ຽວກັບຜົນກະທົບທີ່ເກີນມາດຕະຖານຂອງສະພາບຄື້ນຄວາມຮູ້ຕໍ່ປະເທດກຳລັງພັດທະນາ ໂດຍຍົກຕົວຢ່າງຈາກບັງກະລາເທດ ເຊິ່ງໃນວັນທີ່ມີຄື້ນຄວາມຮ້ອນມີຜູ້ເສຍຊີວິດເພີ່ມຂຶ້ນກວ່າ 20%.
ນອກຈາກນີ້, ເນື້ອໃນລາຍງານຍັງຮຽກຮ້ອງໃຫ້ລັດຖະບານຕ່າງໆດຳເນີນງານ “ຂັ້ນຕອນທາງບຸກ” ຢ່າງຮີບດ່ວນ ເພື່ອປ້ອງກັນໄພພິບັດຈາກຄື້ນຄວາມຮ້ອນໃນອະນາຄົດ.
ຜ່ານມານັກວິທະຍາສາດທົ່ວໂລກເນັ້ນມາໂດຍຕະຫລອດ ເຖິງຄວາມຈຳເປັນໃນການຈຳກັດການເພີ່ມຂຶ້ນຂອງອຸນຫະພູມໂລກໄວ້ລະດັບ 1,5 ອົງສາ ເຊິ່ງຖ້າເຮັດບໍ່ໄດ້ຕາມເປົ້າ ແລະ ຮັກສາລະດັບອຸນຫະພູມໄວ້ຕໍ່າກວ່າ 2 ອົງສາ ຍັງມີທ່າອ່ຽງທີ່ຜົນກະທົບຈາກສະພາບຄື້ນຄວາມຮ້ອນຈະທະວີຄວາມຮຸນແຮງຂຶ້ນເກືອບ 14 ເທົ່າ ເຊິ່ງອາດເປັນອັນຕະລາຍຫລາຍ.
ອ້າງອີງ:

