ເລສເຕີ ຊິຕີ ຫວັງຄວ້າ ຟານ ເດິ ເບັກ ກູ້ວິກິດ ຫລັງທີມຢູ່ທ້າຍຕາຕະລາງພຣີເມຍລີກ

ເວັບໄຊ goal.com ລາຍງານວ່າ ດອນນີ ຟານ ເດິ ເບັກ ກອງກາງຊາວເນເທີແລນພວມຕົກເປັນເປົ້າຫມາຍໃນການເສີມທີມຂອງ ເລສເຕີ ຊິຕີ.
ເລສເຕີ ຊິຕີ ເປີດສາກພຣີເມຍ ລີກ ລະດູການນີ້ ບໍ່ຄ່ອຍດີ ໂດຍປັດຈຸບັນພວກເຂົາຄອງອັນດັບສຸດທ້າຍຂອງຕາຕະລາງ ເກັບໄປໄດ້ ພຽງ 4 ຄະແນນ ຈາກການລົງຫລິ້ນ 9 ນັດ ເຮັດໃຫ້ຫລ້າສຸດມີການເປີດເຜີຍວ່າພວກເຂົາຕ້ອງການຈະເສີມທີມໃຫ້ແຂງແກ່ນຂຶ້ນ.
ໂດຍລາຍງານລະບຸວ່າ : ເລສເຕີ ຊິຕີ ພວມຈ້ອງໄປທີ່ນັກເຕະໃນຕຳແໜ່ງກອງກາງຢ່າງ ດອນນີ ຟານ ເດິ ເບັກ ກອງກາງຂອງ ແມນເຊສເຕີ ຢູໄນເຕັດ ທີ່ເກືອບບໍ່ໄດ້ຮັບໂອກາດຈາກທີມ.
ສຳລັບ ຟານ ເດິ ເບັກ ຫາກໍລົງຫລິ້ນໃນເກມພຣີເມຍ ລີກ ອັງກິດ ລະດູການນີ້ ໃນຖານະຕົວສຳຮອງໄປພຽງ 3 ນັດ ເທົ່ານັ້ນ ເຮັດໃຫ້ມີຄວາມເປັນໄປໄດ້ທີ່ ແມນຢູ ອາດຈະຍອມປ່ອຍລາວອອກຈາກທີມ ໂດຍມີການເປີດເຜີຍວ່າ ເລສເຕີ ຊິຕີ ຈະພ້ອມຈ່າຍຄ່າຕົວໃນລາຄາ 15 ຢູໂຣ.

