ໝວດເລືອດສາມາດບອກພະຍາດໄດ້

- ໝວດເລືອດ A : ຄວນເສີມສ້າງພູມຕ້ານທານຂອງຮ່າງກາຍ ແລະ ເຮັດໃຫ້ຮ່າງກາຍອົບອຸ່ນສະເໝີ.
– ຂໍ້ດີຂອງໝວດເລືອດ A ແມ່ນມີຄວາມອົດທົນທາງກາຍະພາບແຂງແກ່ນຫລາຍ ປົກກະຕິຈະບໍ່ຄ່ອຍເປັນພະຍາດຫຍັງ.
– ຂໍ້ເສຍຂອງໝວດເລືອດ A ທາງສຸຂະພາບແມ່ນ :
- ໃນໝວດເລືອດທັງໝົດ ຄົນໝວດເລືອດ A ມີໂອກາດສູງທີ່ຈະເປັນພະຍາດຄວາມດັນເລືອດສູງ.
- ການເຮັດວຽກຂອງຫລອດເລືອດບໍ່ຄ່ອຍດີ, ມີຄວາມຮູ້ສຶກຕໍ່ຄວາມໜາວເຢັນໄດ້ໄວ.
- ການຍ່ອຍອາຫານບໍ່ຄ່ອຍດີປານໃດ, ມີປະລິມານຂອງກົດ ຫລື ເອັນໄຊທີ່ໃຊ້ໃນການຍ່ອຍອາຫານໜ້ອຍ.
- ໝວດເລືອດ B : ຄວນລະວັງປັບປຸງເລື່ອງຄວາມເຄັ່ງຄຽດໃນຊີວິດ.
– ຂໍ້ດີທາງສຸຂະພາບແມ່ນຜູ້ທີ່ມີໝວດເລືອດ B ຈະມີລະບົບຍ່ອຍອາຫານທີ່ດີ ສາມາດຍ່ອຍ ແລະ ດູດຊຶມສານອາຫານທຸກຢ່າງທີ່ເປັນປະໂຫຍດຕໍ່ຮ່າງກາຍໄດ້ ສາມາດເຜົາຜານອາຫານໄດ້ຢ່າງໄວວາ ແລະ ມີປະສິດທິພາບສູງ.
– ຂໍ້ເສຍທາງສຸຂະພາບແມ່ນ :
- ມັກຈະມີຄວາມເຄັ່ງຄຽດໃນໄລຍະຍາວ ຈຶ່ງເຮັດໃຫ້ສຸຂະພາບບໍ່ແຂງແຮງ ແລະ ເປັນພະຍາດງ່າຍ.
- ຄວາມສາມາດໃນການປ້ອງກັນໄຂ້ຫວັດໃຫຍ່ບໍ່ຄ່ອຍດີ.
- ໝວດເລືອດ O : ຄວນກິນອາຫານທີ່ເປັນປະໂຫຍດຕໍ່ຮ່າງກາຍໃຫ້ຫລາຍຂຶ້ນ.
– ຂໍ້ດີທາງສຸຂະພາບ : ຜູ້ທີ່ມີໝວດເລືອດ O ມີພູມຕ້ານທານຮ່າງກາຍທີ່ແຂງແຮງຫລາຍ ແລະ ສາມາດຕໍ່ຕ້ານກັບພະຍາດ ຫລື ໄວຣັສຕ່າງໆໄດ້ເປັນຢ່າງດີ.
– ຂໍ້ເສຍທາງສຸຂະພາບແມ່ນ :
- ເລືອດອ່າວຈາງ ບໍ່ເອື້ອອຳນວຍຕໍ່ຄວາມແຂງໂຕຂອງເລືອດ.
- ເມື່ອທຽບກັບໝວດເລືອດອື່ນໆແລ້ວ ລະດັບອິນຊູລິນໃນເລືອດອ່າວຕໍ່າ.
- ມີປະລິມານຂອງກົດໃນກະເພາະອາຫານຫລາຍ.
- ໝວດເລືອດ AB : ຄວນປັບການເຮັດວຽກຂອງລະບົບຍ່ອຍອາຫານ ແລະ ຄວນຄວບຄຸມນຳ້ໜັກ.
– ຂໍ້ດີທາງສຸຂະພາບ : ຜູ້ທີ່ມີໝວດເລືອດ AB ເປັນກຸ່ມທີ່ເກີດຫລັງສຸດເທິງໂລກ, ແຕ່ຈຳນວນຄົນທີ່ມີໝວດເລືອດ AB ນັ້ນໄດ້ ເພີ່ມຂຶ້ນເລື້ອຍໆ ເຊິ່ງເຮົາຈະເຫັນໄດ້ວ່າຜູ້ທີ່ມີໝວດເລືອດ AB ຈະສາມາດປັບໂຕໄດ້ເປັນຢ່າງດີ.
– ຂໍ້ເສຍທາງສຸຂະພາບແມ່ນ :
- ມີປະລິມານຂອງກົດໃນກະເພາະອາຫານອ່າວຕໍ່າ ເຊິ່ງຈະມີຜົນກະທົບຕໍ່ລະບົບຍ່ອຍອາຫານ ແລະ ການດູດຊຶມສານອາຫານ.
- ລະບົບທໍ່ຫາຍໃຈ ແລະ ປອດມີພູມຕ້ານທານຕໍ່າ ເຮັດໃຫ້ເຊື້ອແບັກທີເຣຍສາມາດເຂົ້າໄປຂ້າງໃນໄດ້ງ່າຍ.
- ມີປະລິມານຄໍເລສເຕີໂຣນໃນຮ່າງກາຍອ່າວສູງ ເຊິ່ງເຮັດໃຫ້ມີໄຂມັນໃນເລືອດເພີ່ມຂຶ້ນໄດ້ງ່າຍ.

