ວັນທີ 12 ຕຸລາ ວັນປະກາດເອກະລາດແຫ່ງຊາດລາວ

ກ່ອນ​ໜ້າ​ນີ້​ 77 ​ປີ ຄື​ວັນ​ທີ 12 ຕຸລາ 1945, ຢູ່ວຽງຈັນ ໄດ້​​ໂຮມ​ຊຸມນຸມ​ໃຫຍ່​ປະກາດ​ຄວາມ​ເປັນ​ເອກະ ລາດ​ຂອງ​ຊາດ​ລາວ​ເຮົາ ເປັນ​ເທື່ອ​ທຳອິດ​ຈາກ​ແອກ​ປົກຄອງ​ຂອງ​ພວກ​ລ່າ​ເມືອງ​ຂຶ້ນ ແລະ ພວກ​ຮຸກ​ຮານ​ຕ່າງ​ຊາດ ຊຶ່ງ​ເປັນ​ຂີດ​ໝາຍ​ແຫ່ງ​ໄຊຊະນະ​ຂອງ​ການ​ຕໍ່ສູ້​ອັນ​ພິລະ​ອາດ​ຫານ, ດ້ວຍ​ຄວາມ​ສາມັກຄີ ແລະ ການ​ເສຍສະລະອັນ​ໃຫຍ່​ຫຼວງ​ຂອງ​ກອງທັບ ແລະ ປະຊາຊົນ​ເຮົາ​ພາຍ​ໃຕ້​ການ​ນຳພາ ຂອງ​ພັກ​ປະຊາຊົນ ​ປະຕິວັດ​ລາວ​.
ຢ້ອນໄປເມື່ອທ້າຍ​ສະຕະວັດ​ທີ 19, ພວກ​ລ່າ​ເມືອງ​ຂຶ້ນ​ຝຣັ່ງ​​ເຂົ້າ​ມາ​ຮຸກ​ຮານ ແລະ ຢຶດ​ຄອງ​​ປະເທດ​ເຮົາ​ເປັນ​ຫົວ​ເມືອງ​ຂຶ້ນ​ແຕ່​ປີ 1893-1954. ປະເທດ​ລາວ​ສູນ​ເສຍ​ເອກະລາດ, ປະຊາຊົນ​ລາວ​​ຂາດ​ອິດ​ສະລະ​ພາບ​ກາຍເປັນ​ຂ້ອຍ​ຂ້າ​ ແລະ ຖືກ​ຂູດ​ຮີດ​ຢ່າງ​ແສນ​ສາຫັດ. ​ດ້ວຍ​ນໍ້າ​ໃຈ​ຮັກ​ຊາດ, ຄຽດ​ແຄ້ນ​ພວກ​ລ່າ​ເມືອງ​ຂຶ້ນ, ປະຊາຊົນ​ລາວ​ບັນດາເຜົ່າ ​ໄດ້​ລຸກ​ຮື​ຂຶ້ນ​ຕໍ່ສູ້​ຕ້ານ​​ຢ່າງ​ເນື່ອງນິດ​ລຽນຕິດໂດຍ​ເລີ່ມ​ຈາກ​ຂະບວນ​ການ​ຕໍ່ສູ້ທີ່​ບໍ່​ມີ​ພັກ​ນໍາ​ພາ ເປັນຕົ້ນ​ຂະບວນ​ການ​ຕໍ່ສູ້​ຂອງ​ປະຊາຊົນແຂວງ​ສະຫວັນ​ນະ​ເຂດ ພາຍ​ໃຕ້​ການ​ນໍາ​ພາ​ຂອງ​ພໍ່​ກະ​ດວດ​ປີ 1901, ຂະບວນ​ການ​ຕໍ່ສູ້​ຂອງ​ເຈົ້າຟ້າ​ເມືອງ​ສິງປີ 1916, ຂະບວນ​ການ​ຕໍ່ສູ້​ຂອງ​ນາຍ​ຄູ​ຄໍາ​ຢູ່​ວຽງ​ຈັນປີ 1920, ຂະບວນ​ການ​ຕໍ່ສູ້​ຂອງ​ເຈົ້າຟ້າ​ປັດ​ໄຈປີ 1918-1922 ແລະ ຂະບວນ​ການ​ຕໍ່ສູ້​ອື່ນໆ ຊຶ່ງ​ສະແດງ​ໃຫ້​ເຫັນ​ເຖິງ​ມູນເຊື້ອ​​ພິລະ​ອາດ​ຫານຂອງ​ປະຊາຊົນ​ລາວ​ບັນດາເຜົ່າໃນ​ທົ່ວ​ປະເທດ, ແຕ່​​ເວລາ​ນັ້ນ ຍັງ​ບໍ່​ທັນ​ມີ​ພັກ​ນໍາ​ພາ​ຂະບວນ​ການ​ຕໍ່ສູ້​ຈຶ່ງ​​ປະ​ລາ​ໄຊ. ຮອດ​ປີ 1934, ອົງຄະ​ນະ​ພັກ​ແຄ້ວນ​ລາວ ໄດ້​​ສ້າງຕັ້ງ​ຂຶ້ນ ການ​ຕໍ່ສູ້​ຂອງ​ປະຊາຊົນ​ລາວຈຶ່ງ​ກ້າວ​ເຂົ້າ​ສູ່​ໄລຍະ​ໃໝ່ດ້ວຍ​ຄຸນ​ນະ​ພາບ​ໃໝ່ ແລະ ພັກ​ໄດ້​ນໍາ​ພາ​ປະຊາ ຊົນ​ລາວ ລຸກ​ຮື​ຂຶ້ນ​ຢຶດ​ອໍາ​ນາດ​ການ​ປົກຄອງ​ທົ່ວ​ປະເທດໃນ​ວັນ​ທີ 23 ສິງຫາ 1945, ຂະບວນ​ການ​ຢຶດ​ອໍາ​ນາດຢູ່​ວຽງ​ຈັນ ໄດ້​ເລີ່ມ​ຈາກ​ການ​ຕໍ່ສູ້​ຂອງ​ກໍາ​ມະກອນ​ໂຮງງານ​ກາ​ຟາ 500 ຄົນ, ການ​ໂຮມ​ຊຸມນຸມ​ ຊຶ່ງ​ມີ​ຜູ້​ເຂົ້າ​ຮ່ວມ​ໝື່ນ​ກວ່າ​ຄົນ, ຢູ່​ສະຫວັນ​ນະ​ເຂດປະຊາຊົນ​ໄດ້​ໂຄ່ນ​ລົ້ມ​ອໍາ​ນາດ​ການ​ປົກຄອງ​ເກົ່າ ສ້າງ​ຕັ້​ງອໍາ​ນາດ​ການ​ປົກຄອງ​ປະຕິວັດ​ຂຶ້ນ​ແທນໃນ​ວັນ​ທີ 30 ສິງຫາ ແລະ ຢູ່​ທ່າ​ແຂກວັນ​ທີ 1 ກັນຍາ, ຢູ່​ຊໍາ​ເໜືອ ແຕ່​ວັນ​ທີ 26 ສິງຫາເຖິງ​ເດືອນ​ຕຸລາໄດ້​ມີ​ຂະບວນ​ການ​ບຸກ​ເຂົ້າ​ໂຈມ​ຕີ​ກອງ​ທະຫານຂອງ​ພວກ​ຮຸກ​ຮານ ແລະ ​ຢຶດ ​ເອົາ​ຕົວ​ເມືອງ​ຄືນ​ໄດ້ໃນ​ໄລຍະ​ບໍ່​ເຖິງ 1 ເດືອນ; ປະຊາຊົນ​ລາວ​ທີ່​ໄດ້​ຮັບ​ການ​ຮ່ວມ​ມື​ຢ່າງ​ຕັ້ງໜ້າ ຂອງ​ອ້າຍ​ນ້ອງ​ຫວຽດນາມ ໄດ້​ລຸກ​ຮື​ຂຶ້ນ​ໂຄ່ນ​ລົ້ມອໍາ​ນາດ​ການ​ປົກຄອງ​ເກົ່າ ແລະ ສ້າງ​ຕັ້​ງອໍາ​ນາດ​ການ​ປົກຄອງ​ປະຕິ ວັດ​ຂຶ້ນຢູ່​ຫລາຍ​ທ້ອງຖິ່ນ ແລະ ໄດ້​ຈັດ​ຕັ້ງ​ບັນດາ​ກອງ​ກໍາ​ລັງປະກອບ​ອາວຸດ​ປ້ອງ​ກັນ​ຕົວ ຢູ່​​ຕົວ​ເມືອງ​ໃຫຍ່​ຕ່າງໆ ເຊັ່ນ: ​ເມືອງ​ວຽງ​ຈັນ, ທ່າ​ແຂກ, ສະຫວັນ​ນະ​ເຂດ, ຊຽງ​ຂວາງ, ຊໍາ​ເໜືອ ແລະ ຫລວງ​ພະ​ບາງ ໂດຍ​ມີ​ຕົວ​ແທນ​​ກໍາ​ລັງ​ປະຕິວັດ​ເປັນ​ແກ່ນ​ສານ​ນໍາ​ພາ ແລະ ປຸກລະດົມ​ມວນ​ຊົນສາມັກຄີ​ກັນ​ເດັດດ່ຽວ​ຕໍ່ສູ້ກູ້​ເອົາ​ເອກະລາດ ແລະ ອິດ​ສະລະ​ພາບ​ອັນ​ແທ້​ຈິງ​ມາ​ໃຫ້​ປະເທດ​ຊາດ. ຈາກ​ເຫດການ​ດັ່ງກ່າວ​ໄດ້​ສ້າງ​ເງື່ອນ ໄຂ​ໃຫ້​ແກ່​ການ​ລຸກ​ຮື​ຂຶ້ນ​ຢຶດ​ອໍາ​ນາດຈາກ​ພວກ​ລ່າ​ເມືອງ​ຂຶ້ນ ແລະ ປະກາດ​ຄວາມ​ເປັນ​ເອກະລາດ​ແຫ່ງ​ຊາດ.
ວັນ​ທີ 12 ຕຸລາ 1945 ໄດ້​ກາຍເປັນ​ເຫດການ​ທີ່​ມີ​ຄວາມ​ໝາຍ​ປະຫວັດສາດ​ຂອງ​ຊາດ​ລາວ​ເຮົາ ຍ້ອນ​ວ່າ​ແມ່ນ​ມື້​ທີ່​ມີ​ການ​ໂຮມ​ຊຸມນຸມ ທີ່​ສະໜາມກິລາ​ແຫ່ງ​ຊາດ (ສະໜາມກິລາ​ເຈົ້າ​ອານຸວົງໃນ​ປັດຈຸບັນ) ຊຶ່ງ​ມີ​ມວນ​ຊົນ​ເຂົ້າ​ຮ່ວມ​ກວ່າ 2 ໝື່ນ​ຄົນ. ໃນ​ມື້ນີ້, ລັດຖະບານ​ລາວ​ອິດສະລະ ໄດ້​ເປັນ​ຕົວ​ແທນ​ໃຫ້​ແກ່​ວົງ​ຄະນາ​ຍາດ​ແຫ່ງ​ຊາດ ປະກາດ​ຄວາມ​ເປັນ​ເອກະລາດຂອງ​ປະເທດ​ລາວຕໍ່​ໂລກຢ່າງ​ເປັນ​ທາງ​ການ, ປະກາດ​ໂຮມ​ແຜ່ນ ດິນ​ລາວ​ເປັນ​ເອກະ​ພາບທັງໄດ້​ອອກ​ຖະແຫລງການ​ກ່ຽວ​ກັບ​ການ​ປ່ຽນແປງ​ການ​ປົກຄອງ, ລຶບ​ລ້າງ​ທຸກໆ​ສັນ ຍາ​ທີ່​ລາວ​ໄດ້​ເຊັນ​ກັບ​ຝຣັ່ງ, ປະກາດ​ໃຊ້​ລັດ​ຖະ​ທໍາ​ມະນູນ​ສະ​ບັ​ບທໍາ​ອິດ, ປະກາດ​ໃຊ້​ເພງ​ຊາດ, ທຸງຊາດ, ( ທຸງຊາດ​ລາວ​ປັດຈຸບັນ) ປະກາດ​ແຕ່ງຕັ້ງ​ຄະນະ​ລັດຖະບານ​ຊົ່ວຄາວ ຊຶ່ງ​ມີ​ສະເດັດ​ເຈົ້າ​ສຸພາ​ນຸ​ວົງ ເປັນ​ລັດ ຖະມົນຕີວ່າການ​ກະຊວງ​ການ​ຕ່າງປະເທດ ແລະ ຕໍ່​ມາ​ໄດ້​ດໍາ​ລົງ​ຕໍາແໜ່​ງ​ເປັນ​ຜູ້​ບັນຊາ​ການ​ທະຫານ​ສູງ​ສຸດ​ອີກ​…ການ​ປະກາດ​ເອກະລາດ​ວັນ​ທີ 12 ຕຸລາ 1945 ​ເຮັດ​ໃຫ້​ຊາວ​ໂລກ​ຮັບ​ຮູ້​​ຄວາມ​ເປັນ​ຊາດ​ລາວຂອງ​ພວກ​ເຮົາ, ຮັບ​ຮູ້​ອະທິປະ​ໄຕ ແລະ ເຂດ​ນໍ້າ​ແດນ​ດິນ​ຂອງ​ລາວ, ​ຮັບ​ຮູ້​ລັດຖະບານ​ຊົ່ວຄາວ​ຂອງ​ລາວ ແລະ ຮັບ​ຮູ້​ວ່າ​ຊາດ​ລາວ-ຄົນ​ລາວ​ເປັນ​ຄົນ​ທີ່​ມີ​ກຽດ​ສັກ​ສີ​ເໝືອນ​ຄົນ​ຊາດ​ອື່ນໆ ແລະ ຢາກ​ມີ​ອິດ​ສະລະ​ພາບ, ເປັນ​ເຈົ້າ​ຊະຕາ​ກໍາ​ຂອງ​ຕົນ​ເອງ ແລະ ຢາກ​​ພັດທະນາ​ຕົນ​ເພື່ອ​ຄວາມ​ຢູ່​ດີ​ກິນ​ດີ ແລະ ຄວາມ​ຈະເລີນ​ວັດທະນາ, ຍ້ອນ​ແນວ​ນັ້ນ​ພວກ​ເຮົາ​ຈຶ່ງ​ຖື​ເອົາ​ວັນ​ປະ​​ກາດເອກະລາດ 12 ຕຸລາ 1945 ເປັນ​ວັນ​ປະຫວັດສາດ​ທີ່​ສໍາ​ຄັນ​ຂອງ​ຊາດ, ເປັນ​ວັນ​ແຫ່ງ​ຄວາມ​ເອກອ້າງ​ທະ​ນົງ​ໃຈ ຕໍ່​ຄວາມ​ອາດ​ຫານ​ຊານ​ໄຊ ໃນ​ການ​ຕໍ່ສູ້​ບົນ​ຈິດໃຈ​ຍອມ​ຕາຍ​ດີ​ກວ່າ​ເປັນ​ຂ້ອຍ​ຂ້າ; ຕາຍ​ເພື່ອ​ເອກະລາດ​ດີກ​ວ່າ​ຢູ່​ພາຍ​ໃຕ້​ແອກ​ປົກຄອງ​ຂອງ​ຕ່າງ​ຊາດ; ຈາກ​ນັ້ນ​ມາ​ນໍ້າ​ໃຈ​ວັນ​ທີ 12 ຕຸລາ ຈຶ່ງ​ກາຍເປັນ​ມູນເຊື້ອ​ແຫ່ງ​ການ​ຕໍ່ສູ້​ມີ​ໄຊຂອງ​ຄົນ​ລາວ​ຜູ້​ຮັກ​ຊາດ ພາຍ​ໃຕ້​ການ​ນໍາ​ພາ​ຂອງ​ພັກ, ສາມາດ​ປົດ​ປ່ອຍ​ຊາດ​ໄດ້​ຢ່າງ​ສົມບູນ ແລະ ໄດ້​ສະຖາປະນາ​ເປັນ​ສາທາລະນະ​ລັດ ປະຊາທິປະ ໄຕ ປະຊາຊົນ​ລາວ ໃນ​ວັນ​ທີ 2 ທັນວາ 1975.
ເພື່ອ​ສືບຕໍ່​ເສີມ​ຂະຫຍາຍ​ມູນເຊື້ອ 12 ຕຸລາ​ມະຫາ​ໄຊ, ຄະນະ​ພັກ-ຄະ​ນະ​ນໍາ​ທຸກ​ຂັ້ນ​ຕ້ອງ​ເອົາໃຈໃສ່ໂຄສະ ນາ​ສຶກສາ​ອົບຮົມ​ການເມືອງ-ແນວ​ຄິດ​ພະນັກງານ ສະມາຊິກ​ພັກ ແລະ ປະຊາຊົນ​ບັນດາ​ຊັ້ນ​ຄົນທີ່​ຂຶ້ນ​ກັບ​ການ​ນໍາ​ພາ-ຄຸ້ມ​ຄອງ​ຂອງ​ຕົນ ເຊີດ​ຊູ​ນ້ໍາ​ໃຈ​ຮັກ​ຊາດ​ຕິດ​ພັນ​ກັບ​ການ​ຊຸກຍູ້ການ​ພັດທະນາ​ໃຫ້​ດໍາ​ເນີນ​ໄປ​ຢ່າງ​ຕັ້ງໜ້າ ແລະ ເປັນ​ຂະບວນ​ການ​ຕໍ່​ເນື່ອງ​ໂດບການສືບຕໍ່​ຈັດ​ຕັ້ງ​ການ​ຮຽນ, ຄົ້ນຄວ້າ​ເຊື່ອມ​ຊຶມ​ມະຕິ​ກອງ​ປະ ຊຸມ​ໃຫຍ່​ຂອງ​ພັກ ໃຫ້​ເລິກເຊິ່ງທົ່ວ​ເຖິງ​ທຸກ​ເປົ້າ​ໝາຍ; ຫັນ​ຄວາມ​ຮັບ​ຮູ້-ເຂົ້າໃຈ​ໃຫ້​ກາຍເປັນ​ການ​ກະ​ທໍາ​ຕົວ​ຈິງ​ນັ້ນ​ຄື ການ​ຜັນ​ຂະຫຍາຍ​ເປັນ​ແຜນ​ງານ-ເປັນ​ໂຄງການ​ເຄື່ອນ​ໄຫວ​ລະ​ອຽ​ດ​ແຕ່​ລະ​ໄລຍະໂດຍ​ຄະນະ​ພັກ​ນໍາ​ພາ​-​ຊີ້​ນໍາເຮັດ​ໃຫ້​ສອດຄ່ອງ​ກັບ​ໜ້າທີ່​ການເມືອງ, ໜ້າທີ່​ວິຊາ​ສະເພາະຂອງ​ແຕ່​ລະ​ກົມ​ກອງຂະແໜງການ​ໜ່ວຍ​ງານທັງ​ແບ່ງ​ງານ​ມອບ​ໝາຍ​ຄວາມ​ຮັບຜິດຊອບ​ຈັດ​ຕັ້ງ​ປະຕິບັດ​ໃຫ້​ຈະ​ແຈ້ງ, ເພີ່ມ​ທະວີ​ຄວາມ​ສາມັກຄີ​ປອງ​ດອງຂອງປະຊາຊົນ​ບັນດາເຜົ່າພາຍ​ໃຕ້​ການ​ນໍາ​ພາ​ຂອງ​ພັກ, ເອົາໃຈ​ໃສ່​ຈໍາ​ກັດ ແກ້​ໄຂ​ປາກົດ​ການ​ຫຍໍ້ ທໍ້​ຕ່າງໆ​ໃນ​ສັງຄົມ, ສ້າງ​ບັນຍາກາດ​ເບີກບານ​ມ່ວນຊື່ນເຮັດ​ໃຫ້​ປະເທດ​ຊາດ​ມີ​ຄວາມ​ສະຫງົບ​ປອດ​ໄພ ເປັນ ​ລະບຽບ​ຮຽບຮ້ອຍ, ເປັນ​ປະເທດ​ທີ່​ໜ້າ​ທ່ຽວ​ໜ້າ​ຊົມ, ເອົາໃຈໃສ່​​ກໍ່ສ້າງ​ຮາກ​ຖານ​ການເມືອງ ແລະ ພັດທະ ນາ​ຊົນນະບົດ​ຮອບດ້ານ, ເພີ່ມ​ທະວີ​ການ​ຄຸ້ມ​ຄອງ​ເສດຖະກິດ-​ສັງຄົມໂດຍ​ສະເພາະ​ການ​ຄຸ້ມ​ຄອງ​ຕະຫລາດ,ລາຄາ​ສິນຄ້າ ແລະ ຄ່າ​ບໍລິການ​ບໍ່​ໃຫ້​ມີ​ການ​ສວຍໂອກາດກອບ​ໂກຍ​ກໍາ​ໄລ, ຮັບປະກັນ​ໃຫ້​ຄ່າ​ຄອງ​ຊີບແລະ ຊີວິດ​ການ​ເປັນ​ຢູ່​ຂອງ​ພະນັກງານ, ທະຫານ, ຕໍາ​ຫລວດ ແລະ ພໍ່​ແມ່​ປະຊາຊົນ​ເປັນ​ປົກ​ກະ​ຕິ. ເພີ່ມ​ທະວີ​ຄວາມ​ສັກສິດ​ຄຸ້ມ​ຄອງ​ສັງຄົມຕາມ​ລະບຽບ​ກົດໝາຍ ໂດຍ​​ການ​ແກ້​ໄຂ​ບັນຫາ​ໄພ​ສັງຄົມ ແລະ ປາກົດ​ການ​ຫຍໍ້ທໍ້​ຕ່າງໆ​ດ້ວຍ​ມາດ​ຕະການ​ສັງ​ລວມ ແລະ ດ້ວຍ​ກໍາ​ລັງ​ແຮງ​ຂອງ​ທົ່ວ​ສັງຄົມທັງ​ຍູ້​ແຮງ​​ການ​ສຶກສາ ແລະ ສາທາລະນະ​ສຸກ ແລະ ການ​ປະຕິບັດ​ນະໂຍບາຍຕໍ່​ຜູ້​ມີ​ຄຸນງາມຄວາມດີ ຕໍ່​ປະເທດ​ຊາດ ແລະ ການປະຕິ ວັດ; ເສີມ​ສ້າງ​ຄວາມ​ເປັນ​ທໍາ ແລະ ຄຸນ​ນະ​ທໍາ​ໃນ​ສັງ​ຄົມ, ປະຕິບັດ​ແນວທາງ​ການ​ຕ່າງປະເທດສັນຕິພາບ, ເອກະລາດ, ມິດຕະພາບ ແລະ ຮ່ວມ​ມືຢ່າງ​ຕັ້ງໜ້າ​; ເສີມ​ຂະຫຍາຍ​ຄວາມ​ຮັບຜິດຊອບ ແລະອຄວາມເປັນ​ເຈົ້າ​ການ​ພົວພັນ​ຮ່ວມ​ມືກໍ​ຄື​ການຈັດຕັ້ງ​ປະຕິບັດ​ແຜນການ ແລະ ຂໍ້​ຕົກລົງ​ວ່າ​ດ້ວຍ​ການ​ຮ່ວມ​ມື​ກັບ​ບັນດາ​ປະເທດ​ເພື່ອນ​ມິດ​ຍຸດທະສາດ, ບັນດາ​ປະເທດໃນ​ອາ​ຊຽນ, ປະເທດ​ເພື່ອນ​ມິດ ແລະ ອົງການ​ຈັດ​ຕັ້ງ​ສາ ກົນ ລວມ​ທັງ​ຂອບ​ການ​ຮ່ວມ​ມື​ອື່ນໆ.