ເອັມເວປູ ກອງກາງໄບຣຕັນຈຳເປັນຕ້ອງແຂວນເກີບທັນທີຈາກບັນຫາໂຣກຫົວໃຈ

ໄບຣຕັນ ອອກຖະແຫລງການວ່າ : ອີນ໊ອກ ເອັມເວປູ ກອງກາງທີມຊາດ ແຊມບີ ຈຳເປັນຕ້ອງແຂວນເກີບດ້ວຍໄວອາຍຸພຽງ 24 ປີ ຫລັງຖືກວິນິດໄສວ່າມີບັນຫາກ່ຽວກັບຫົວໃຈ.

ສຳລັບ ເອັມເວປູ ຫລິ້ນໃຫ້ກັບ ໄບຣຕັນ ມາຕັ້ງແຕ່ລະດູການຜ່ານມາ ສ່ວນໃນລະດູການນີ້ ລາວໄດ້ຫລິ້ນຫລິ້ນພຽງ 6 ເກມ ລວມທຸກລາຍການ ແນວໃດກໍຕາມ ດາວເຕະອາຍຸ 24 ປີບໍ່ໄດ້ລົງສະໜາມໃຫ້ກັບ ໄບຣຕັນ ເລີຍໃນໄລຍະ 4 ເກມຫລັງສຸດ.

ຈົນຫລ້າສຸດ ໄບຣຕັນ ຖະແຫລງຜ່ານເວັບໄຊສະໂມສອນວ່າ : ເອັມເວປູ ຈຳເປັນຕ້ອງແຂວນເກີບໃນທັນທີເນື່ອງຈາກຫມໍວິນິດໄສແລ້ວວ່າ ລາວມີພາວະຫົວໃຈລົ້ມເຫລວທາງພັນທຸກຳ ແລະ ອາການຈະຊຸດລົງເລື້ອຍໆ ເຊິ່ງຫາກລາວຍັງຝືນຫລິ້ນບານເຕະຕໍ່ໄປກໍອາດຈະມີຄວາມສ່ຽງເຖິງຊີວິດ.

ໂທນີ ບລູມ ປະທານສະໂມສອນ ໄບຣຕັນ ກ່າວໃນເລື່ອງນີ້ວ່າ : “ ເຮົາທຸກຄົນຕ່າງເສຍໃຈຢ່າງທີ່ສຸດ ສຳລັບ ອີນ໊ອກ ລາວ ແລະ ຄອບຄົວຕ້ອງພົບກັບຄວາມບອບຊ້ຳທາງຈິດໃຈໃນໄລຍະ 2-3 ອາທິດ ແລະ ໃນຂະນະທີ່ເຮົາຮູ້ສຶກຂອບໃຈທີ່ລາວຜ່ານໄລຍະເວລານັ້ນມາໄດ້ ແຕ່ລາວຕ້ອງການເປັນນັກເຕະບານອາຊີບຖືກຕັດຂາດຕັ້ງແຕ່ອາຍຸຍັງໜ້ອຍ ”.

“ ໃນຖານະສະໂມສອນ ເຮົາຈະມອບຄວາມຮັກ ຄວາມຊ່ວຍ ແລະ ການໜັບສະໜາມໜູນທັງຫມົດແກ່ລາວ ເຊິ່ງເຮົາຈະສາມາດເຮັດໄດ້ເພື່ອໃຫ້ຟື້ນຕົວຄື ຈາອກນັ້ນເມື່ອຕັດສິນໃຈກ່ຽວກັບຂັ້ນຕອນໄປໃນຊີວິດຂອງລາວນຳອີກ ”.