ຟີລິບປິນເລີ່ມບັງຄັບໃຊ້ກົດໝາຍ “ລົງທະບຽນຊິມມືຖື”

ປະທານາທິບໍດີຟີລິບປິນລົງນາມໃນກົດໝາຍ ວ່າດ້ວຍກໍລະນີປະຊາຊົນຕ້ອງຢືນຢັນຕົວຕົນຢ່າງເປັນທາງການ ວ່າເປັນເຈົ້າຂອງຊິມໂທລະສັບເຄື່ອນທີ່ ບໍ່ວ່າໝາຍເລກໃດກໍຕາມ.

ວັນທີ 10 ຕຸລາ 2022, ສຳນັກຂ່າວຕ່າງປະເທດລາຍງານວ່າ: ປະທານາທິບໍດີ ເຟີດິນານ ມາກອດ ຈູເນຍ ລົງນາມຮັບຮອງກົດໝາຍ ວ່າດ້ວຍການລົງທະບຽນ ແລະ ການຈັດເກັບຂໍ້ມູນຜູ້ໃຊ້ບໍລິການໂທລະສັບເຄື່ອນທີ່ ດ້ວຍເລກບັດປະຈຳຕົວ ແລະ ຂໍ້ມູນສຳຄັນໃນເບື້ອງຕົ້ນໃຫ້ຄົບຖ້ວນ ເພື່ອປິດໂອກາດຂອງມິດສາຊີບ ໃນການໃຊ້ໝາຍເລກໂທລະສັບເຄື່ອນທີ່ຂອງປະຊາຊົນເພື່ອກໍ່ອາດຊະຍາກຳ.

ປັດຈຸບັນ ຟີລິບປິນເປັນໜຶ່ງໃນປະເທດທີ່ມີອັດຕາການເຂົ້າເຖິງໂທລະສັບມືຖືສູງສຸດໃນທະວີບອາຊີ ຄື 61% ຈາກປະຊາກອນປະມານ 110 ລ້ານຄົນ ແລະ ຍັງຢູ່ໃນກຸ່ມຫົວຕາຕະລາງຂອງການຈັດອັນດັບໂດຍບໍລິສັດວິໄຈນາໆຊາດຫລາຍແຫ່ງ ກ່ຽວກັບການໃຊ້ເວລາໃນສະມາດໂຟນ ແລະ ໂຊຊຽວມີເດຍຕໍ່ວັນນຳອີກ.

ຢ້ອນກັບໄປໃນເດືອນເມສາຜ່ານມາ, ຜູ້ນຳຟີລິບປິນໃນເວລານັ້ນ ຄືປະທານາທິບໍດີ ໂຣດຣິໂກ ດູເຕີເຕ ໃຊ້ອຳນາດຕອບໂຕ້ ຮ່າງປັດຕົກກົດໝາຍ ວ່າດ້ວຍການທີ່ປະຊາຊົນຕ້ອງ “ຢືນຢັນຕົວຕົນທາງກົດໝາຍ” ບໍ່ວ່າຈະເປັນຊື່, ນາມສະກຸນ ແລະ ໝາຍເລກໂທລະສັບ ເມື່ອສະໝັກໃຊ້ບໍລິການເຄືອຂ່າຍສັງຄົມອອນລາຍ ພ້ອມທັງອະນຸຍາດໃຫ້ເຈົ້າໜ້າທີ່ໃຊ້ຂໍ້ມູນດັ່ງກ່າວໃນດ້ານຄວາມໝັ້ນຄົງ.

ທັງນີ້, ກົດໝາຍທີ່ທ່ານ ດູເຕີເຕ ຄັດຄ້ານ ແລະ ສັ່ງໃຫ້ສະພາຄອງເກຣດແກ້ໄຂເນື້ອໃນ ຈົນມີການອະນຸມັດໃນຍຸກຂອງທ່ານ ມາກອດ ຈູເນຍ ນັ້ນ ຊາວຟີລິບປິນເອີ້ນວ່າ: “ກົດໝາຍຊິມກາດ” ຖືກວິພາກວິຈານຈາກຫລາຍຝ່າຍ ວ່າຍັງຂາດແນວທາງປະຕິບັດທີ່ຊັດເຈນສຳລັບອີກຫລາຍບັນຫາປີກຍ່ອຍ ເຊິ່ງເລື່ອງນີ້ອາດກາຍເປັນ “ຊ່ອງຫວ່າງອັນຕະລາຍ” ໃຫ້ເຈົ້າໜ້າທີ່ລັດເປັນຝ່າຍກໍ່ການລ່ວງລະເມີດ ແລະ ການສອດແນມຂອງເຈົ້າໜ້າທີ່ອາດສຸ່ມສ່ຽງ ເຂົ້າຂ່າຍເປັນການລະເມີດລັດຖະທຳມະນູນເອງ. ນອກຈາກນີ້ ຍັງບໍ່ແນ່ນອນວ່າບັນດາຜູ້ໃຫ້ບໍລິການຈະຮູ້ ຫລື ມີວິທີກວດສອບໄດ້ແນວໃດ ວ່າຂໍ້ມູນທີ່ມີການລົງທະບຽນ “ເປັນຄວາມຈິງ”.