ແຂວງຈຳປາສັກ ເປີດນຳໃຊ້ອາຄານຫລັງໃໝ່ຂອງດ່ານສາກົນວັງເຕົ່າ ເພື່ອປັບປຸງການບໍລິການຄົນເຂົ້າ-ອອກດ່ານ

ພິທີເປີດນຳໃຊ້ອາຄານຫລັງໃໝ່ຂອງດ່ານສາກົນວັງເຕົ່າ ຊາຍແດນລາວ-ໄທ ໄດ້ມີຂຶ້ນວັນທີ 9 ຕຸລາ 2022, ໂດຍການເຂົ້າຮ່ວມຂອງ ທ່ານ ພົນເອກ ວິໄລ ຫລ້າຄໍາຟອງ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ, ມີທ່ານ ວິໄລວົງ ບຸດດາຄໍາ ເຈົ້າແຂວງຈໍາປາສັກພ້ອມທັງເຈົ້າໜ້າທີ່ປະຈຳດ່ານຊ່ອງເມັກ-ວັງເຕົ່າ ຊາຍແດນລາວ-ໄທ,ໄທ-ລາວ ເຂົ້າຮ່ວມ.
ໃນທ້າຍປີ 2012 ລັດຖະບານ ໄດ້ເຫັນດີໃຫ້ແຂວງຈຳປາສັກນຳ ໃຊ້ງົບປະມານລາຍຮັບສູນກາງຈາກດ່ານສາກົນວັງເຕົ່າ ທີ່ເປັນສ່ວນແບ່ງມອບໃຫ້ແຂວງ ຈຳນວນ 10% ເພື່ອມານຳໃຊ້ການປັບປຸງດ່ານປະຈຸບັນໃຫ້ເປັນດ່ານ ສາກົນທີ່ທັນສະໄໝ. ຜ່ານການປະມູນຖືກຕ້ອງຕາມລະບຽບການ ບໍລິສັດພົງຊັບທະວີກໍ່ສ້າງໄດ້ເປັນຜູ້ຮັບເໝົາກໍ່ສ້າງ, ເຊິ່ງປະກອບມີ 7 ໜ້າວຽກໃຫຍ່ຄື: 1. ວຽກກໍ່ສ້າງອາຄານດ່ານ, 2. ວຽກກໍ່ສ້າງອາຄານຫໍພັກ, 3. ວຽກກໍ່ສ້າງທາງເບຕົງ, 4. ວຽກກໍ່ສ້າງຫ້ອງນໍ້າ 5. ວຽກກໍ່ສ້າງອາຄານສີດຜົ່ນ-ຂ້າເຊື້ອ, 6. ເຄື່ອງເຟີນິເຈີ້ຄົບຊຸດ, ກ້ອງວົງຈອນ ແລະ ລະບົບIT, 7. ລະບົບ ດັບເພີງ ແລະ ນໍ້າປະປາຮັບໃຊ້ດ່ານ ລວມມູນຄ່າກໍ່ສ້າງທັງໝົດ 98,3 ຕື້ກີບ, ສັນຍາ 36 ເດືອນ ແລະ ລັດຈະສຳລະມູນຄ່າໂຄງການໃຫ້ ພາຍໃນກຳນົດ 5 ປີ, ໂຄງການ ດັ່ງກ່າວໄດ້ດໍາເນີນການກໍ່ສ້າງແຕ່ຕົ້ນປີ 2013 ເປັນຕົ້ນມາ ແລະ ໄດ້ຮັບການກວດກາຄວາມຄືບໜ້າຂອງໂຄງການແລ້ວ 3 ຄັ້ງ, ຫຼ້າສຸດປະຕິບັດສຳເລັດ 82.96% ເທົ່າກັບມູນຄ່າ 81,5 ຕື້ກີບ, ຈ່າຍເງິນແລ້ວ 56,4 ຕື້ກີບ, ໃນນັ້ນບ້ວງເງິນສະພາອະນຸມັດ 10 ຕື້ກີບ ແລະ ຢືມຈາກຄັງເງິນແຫ່ງ ຊາດ 46,4 ຕື້ກີບ, ຍັງຄ້າງຕາມ ການກວດກາ 25,1 ຕື້ກີບ, ຄ້າງຕາມສັນຍາ 16,8 ຕື້ກີບ.
ບັນດາໜ້າວຽກຕ່າງໆໄດ້ມີຜົນມີຜົນສຳເລັດຄື: ວຽກປັບປຸງ-ສ້ອມແປງພາຍໃນອາຄານດ່ານ, ວຽກໄຟຟ້າ, ຈັດຫາວັດຖຸອຸປະກອນກ່ຽວກັບການຮັບໃຊ້ຫ້ອງການ, ຫ້ອງປະຊຸມ, ປ່ອງບໍລິການ ແລະ ສຳລັບດ້ານນອກອາຄານ ແມ່ນໄດ້ສຳເລັດວຽກອະນາໄມ ແລະ ປະດັບປະດາ-ປູກຫຍ້າ, ແຕ້ມເສັ້ນ ຈໍລະຈອນ ແລະ ເຫັນວ່າສາມາດ ນຳໃຊ້ອາຄານໄດ້ໂດຍພື້ນຖານ, ສຳລັບວຽກທີ່ຍັງຄ້າງເຊັ່ນ: ວຽກກໍ່ສ້າງວົງວຽນນໍ້າພຸ, ຫລັກທຸງ, ປ້າຍບອກຊື່ດ່ານ, ວຽກຕົບແຕ່ງສັນຍາລັກວັດພູ, ວຽກທັບມ້າງອາຄານດ່ານຫລັງເກົ່າ, ວຽກກໍ່ສ້າງເສັ້ນ ທາງຂາອອກ ແລະ ເດີ່ນເບຕົງ ບໍລິສັດຮັບເໝົາຈະສຶບຕໍ່ ສູ້ຊົນປະຕິບັດໃຫ້ສຳເລັດໃນທ້າຍປີ 2022 ທີ່ຈະມາເຖິງນີ້.
ມາຮອດເວລານີ້ການກະກຽມຄວາມພ້ອມອາຄານດ່ານເບື້ອງຂາເຂົ້າທີ່ສ້າງໃໝ່ນີ້ແມ່ນໄດ້ສໍາເລັດໂດຍພື້ນຖານ, ສາມາດນໍາໃຊ້ອາຄານດ່ານ ແລະ ຊ່ອງບໍລິການເຂົ້າ – ອອກ ຂອງພາຫານະໄດ້ແລ້ວ. ຜົນສໍາເລັດຂອງໂຄງການກ່ໍສ້າງອາຄານດ່ານສາກົນວັງເຕົ່າ ແມ່ນຜົນສໍາເລັດໜືີ່ງທີີ່ມີຄວາມໝາຍ-ຄວາມສໍາຄັນ ເປັນປະຕູເຂົ້າ-ອອກເມືອງ, ເປັນບ່ອນເຊືີ່ອມຈອດ-ເຊືີ່ອມໂຍງກັບປະເທດເພື່ອນບ້ານ, ເປັນທາງຜ່ານເຂົົ້າສູ່ພາກໃຕ້ຂອງ ສປປ ລາວ, ເປັນບ່ອນສ້າງລາຍຮັບ ທັງເປັນການສ້າງໃບໜ້າໃໝ່ໃນການອໍານວຍຄວາມສະດວກ – ດຶງດູດນັກທ່ອງທ່ຽວ ແລະ ການບໍລິການ,ຄົມມະນາຄົມ – ຂົນສົ່ງ ໃຫ້ນັບມື້ນັບດີຂຶ້ນເທືີ່ອລະກ້າວ.

