ຮອງນາຍົກລັດຖະມົນຕີ ເຄື່ອນໄຫວເຮັດວຽກ ແລະ ພົບປະໂອ້ລົມ ການນຳແຂວງບໍລິຄຳໄຊ

ໃນລະຫວ່າງວັນທີ 06-07 ຕຸລາ 2022, ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ, ຜູ້ຊີ້ນໍາວຽກງານຂົງເຂດເສດຖະກິດ ພ້ອມດ້ວຍຄະນະໄດ້ສືບຕໍ່ເຄື່ອນໄຫວເຮັດວຽກ ແລະ ພົບປະໂອ້ລົມ ການນຳແຂວງບໍລິຄຳໄຊ ໂດຍມີທ່ານ ກອງແກ້ວ ໄຊສົງຄາມ ເຈົ້າແຂວງບໍລິຄຳໄຊໃຫ້ການຕ້ອນຮັບ ແລະ ນຳພາຄະນະນຳຂອງແຂວງ ເຂົ້າຮ່ວມຮັບຟັງການພົບປະໂອ້ລົມ ແລະ ຮ່ວມເຄື່ອນໄຫວເຮັດວຽກ.
อาจเป็นรูปภาพของ 7 คน
ທ່ານຮອງນາຍົກລັດຖະມົນຕີ ໄດ້ໃຫ້ກຽດມີຄຳເຫັນໂອ້ລົມ ແລະ ມີທິດຊີ້ນໍາ ຕໍ່ການນໍາຫລັກແຫລ່ງຂອງແຂວງ, ກ່ອນອື່ນ ທ່ານໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ຄວາມພະຍາຍາມຂອງອໍານາດການປົກຄອງແຂວງ ແລະ ທຸກພາກສ່ວນສັງຄົມພາຍໃນແຂວງທີ່ໄດ້ປະກອບສ່ວນເຂົ້າໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ຈົນໄດ້ມີຜົນສໍາເລັດຫລາຍດ້ານ ແລະ ມີອັນພົ້ນເດັ່ນ ຕະຫລອດໃນໄລຍະຜ່ານມາ. ອັນສຳຄັນ ທ່ານໄດ້ມີຄໍາເຫັນຊີ້ນໍາພະນັກງານຫລັກແຫລ່ງ ຂອງແຂວງ ເອົາໃສ່ຕື່ມບາງດ້ານ ເປັນຕົ້ນສືບຕໍ່ເອົາໃຈໃສ່ສຶກສາອົບຮົມແນວຄິດໃຫ້ສະມາຊິກພັກ, ພະນັກງານ-ລັດຖະກອນ ເພື່ອເສີມຂະ ຫຍາຍມູນເຊື້ອປະຕິວັດຄວາມຮັກຊາດ, ມູນເຊື້ອດຸໝັ່ນຂະຫຍັນພຽນ, ມີຄວາມສາມັກຄີ ເປັນປຶກແຜ່ນ ແລະ ເດັດດ່ຽວເອກະພາບ ໃນການປະຕິບັດແນວທາງນະໂຍບາຍ ຂອງພັກ ແລະ ລັດ ຖະບານ; ຍົກສູງສະຕິລະວັງຕົວ ຕ້ານປະກົດການທີ່ບໍ່ຖືກຕ້ອງ; ມີສະຕິຕໍ່ອິດທິກໍາລັງປໍລະປັກແລະຄົນທີ່ບໍ່ຫວັງດີຕໍ່ພັກ-ລັດ, ກໍາໄດ້ຫາງສຽງສັງຄົມ, ບໍລິໂພກຂໍ້ມູນຂ່າວສານຜ່ານສື່ອອນລາຍຕ່າງໆຢ່າງມີສະຕິ; ສືບຕໍ່ຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ຕິດພັນກັບການປະຕິບັດສອງວາລະແຫ່ງຊາດ ຂອງແຂວງເປັນຕົ້ນ ການສ້າງຄວາມເຂັ້ມແຂງໃນການເກັບລາຍຮັບ ແລະ ອັດການຮົ່ວໄຫລຂອງງົບປະມານ ໃຫ້ມີປະສິດທິຜົນຕາມທິດປະຢັດໂດຍສະເພາະປະຕິບັດຄໍາສັ່ງຂອງນາຍົກລັດຖະມົນຕີ ວ່າດ້ວຍການເພີ່ມທະວີການຄຸ້ມຄອງ ແລະ ຕ້ານການຮົ່ວໄຫລຂອງງົບປະມານຂອງລັດ, ດໍາລັດວ່າດ້ວຍການປະຢັດ ແລະ ຕ້ານການຟູມເຟືອຍ, ດໍາລັດວ່າດ້ວຍລົດຂອງລັດ; ແກ້ໄຂບັນຫານຳເຂົ້າ ແລະ ນຳໃຊ້ພາຫະນະທີ່ບໍ່ຖືກຕ້ອງ ແລະເອົາໃຈໃສ່ການປະຕິບັດບັນດານິຕິກໍາລຸ່ມກົດໝາຍທີ່ກ່ຽວຂ້ອງໃຫ້ເຂັ້ມງວດ, ເປັນຮູບປະທໍາຫລາຍຂຶ້ນ; ເອົາໃຈໃສ່ແກ້ໄຂບັນຫາຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມຕິດພັນກັບການປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດທີ່ເປັນສາເຫດເກີດປະກົດການຫຍໍ້ທໍ້ຕ່າງໆໃນສັງຄົມ ໂດຍມີມາດຕະການແກ້ໄຂຢ່າງເດັດຂາດ ແລະສອດຄ່ອງຕາມກົດໝາຍກ່ຽວຂ້ອງ; ສືບຕໍ່ຊຸກຍູ້ສົ່ງເສີມການຜະລິດກະສິກໍາ (ການປູກ-ການລ້ຽງ)ທີ່ປະຊາຊົນແຕ່ລະທ້ອງຖິ່ນມີທ່າແຮງໃຫ້ຫລາຍຂຶ້ນ ເພື່ອໃຫ້ສາມາດຄໍ້າປະກັນສະບຽງອາຫານ, ທົດແທນການນຳເຂົ້າ ຄຽງຄູ່ກັບການປຸງແຕ່ງໃຫ້ກາຍເປັນຜະລິດຕະພັນສົ່ງອອກ; ປະສານສົມທົບກັບຂະແໜງການກ່ຽວຂ້ອງ ເພື່ອສືບຕໍ່ກວດກາ ແລະ ປັບປຸງປະສິດທິຜົນໂຄງການລົງທຶນຂອງລັດໃຫ້ມີປະສິດທິຜົນດີຂຶ້ນ ເພື່ອແກ້ໄຂຄວາມທຸກຍາກເປັນບູລິມະສິດ;ສືບຕໍ່ປັບປຸງ ແລະ ພັດທະນາວຽກງານທີ່ຕິດພັນກັບການທ່ອງທ່ຽວ ເປັນຕົ້ນ ພື້ນຖານໂຄງລ່າງຕ່າງໆ, ການບໍລິການບົນພື້ນຖານສາມາດດຶງດູດນັກທ່ອງທ່ຽວໃຫ້ຫລາຍ, ຮັບປະກັນຄວາມສະດວກ, ປອດໄພ ແລະ ສ້າງຄວາມປະທັບໃຈ; ສືບຕໍ່ສົມທົບກັບພາກສ່ວນກ່ຽວຂ້ອງ ຂອງສູນກາງ ແລະ ທ້ອງຖິ່ນ ໃນການປະຕິບັດກິດຈະກຳ ສະເຫລີມສະຫລອງສອງວັນປະຫວັດສາດ ຂອງສອງຊາດ ລາວ-ຫວຽດນາມ ໃຫ້ມີເນື້ອໃນເລິກເຊິ່ງຮອບດ້ານ, ເປັນຂະບວນຟົດຟື້ນ ແລະ ມີຜົນສຳເລັດຕາມຄາດໝາຍທີ່ກຳນົດໄວ້.
ໃນໄລຍະການເຄື່ອນໄຫວເຮັດວຽກຢູ່ແຂວງບໍລິຄໍາໄຊ, ທ່ານຮອງນາຍົກລັດຖະມົນຕີ ພ້ອມດ້ວຍຄະນະ ຍັງໄດ້ລົງຕິດຕາມຊຸກຍູ້ກຸ່ມພັດທະນາທົ່ງແສນ ເມືອງຄໍາເກີດ; ໂຄງການກໍ່ສ້າງຂົວມິດຕະພາບ ແຫ່ງທີ 5 (ບໍລິຄໍາໄຊ-ບຶງການ) ຢູ່ເມືອງປາກຊັນ. ພ້ອມດຽວກັນນີ້ ທ່ານຮອງນາຍົກລັດຖະມົນຕີ ຍັງໄດ້ມອບທຶນສົມທົບຈໍານວນໜຶ່ງ ເພື່ອປະກອບສ່ວນເຂົ້າໃນ ກອງທຶນພັດທະນາເສດຖະກິດ-ສັງຄົມ ແລະ ລຶບລ້າງຄວາມທຸກຍາກຂອງກຸ່ມພັດທະນາທົ່ງແສນ ເມືອງຄໍາເກີດ ຕື່ມອີກ.
อาจเป็นรูปภาพของ กลางแจ้ง