ພົບສົບເພດຍິງ 1 ຄົນ ​ໄຫລນ້ຳຂອງຢູ່ທ່າບ້ານ ສາຍລົມ ນະຄອນ​ຫລວງພະບາງ

ອີງຕາມໜ່ວຍກູ້ຊີບອົງການກາແດງລາວ ແຂວງຫລວງພະບາງ ລາຍງານວ່າ: ເວລາ​ ​15:03 ໂມງ ຂອງວັນທີ 7 ຕຸລາ 2022 ຜ່ານມາ, ໄດ້ຮັບແຈ້ງຈາກປະຊາຊົນເຂົ້າເບີ 0711625 ວ່າມີຜູ້ເສຍຊີວິດ​ໄຫລນ້ຳຂອງຢູ່ທ່າບ້ານ ສາຍລົມ ນະຄອນ​ຫລວງພະບາງ ​ແຂວງຫລວງພະບາງ ​ ເມື່ອທີມງານກູ້ຊີບອົງການກາແດງລາວອອກກວດສອບພົບຜູ້ເສຍຊີວິດເພດຍິງ 1 ຄົນ, ບໍ່ຮູ້ຊື່ ແລະ ປະຫວັດຂອງຄົນເສຍຊີວິດ​.

ດັ່ງນັ້ນ, ທີມງານໜ່ວຍ​ກູ້ຊີບອົງກ​ານກາແດງລາວ​ໄດ້ທຳການຫໍ່ສົບຜູ້ເສຍຊີວິດແລ້ວນຳສົ່ງໂຮງເຢັນໂຮງໝໍແຂວງຫລວງພະບາງ ພ້ອມທັງປະກາດເຖິງຍາດພີ່ນ້ອງຂອງຜູ້ເສຍຊີວິດເມື່ອຊາບຂ່າວນີ້ໃຫ້ມາພົວພັນເອົາສົບຜູ້ເສຍຊີວິດເພື່ອໄປເຮັດຕາມພິທີຕາມສາສະໜາ.

ສ່ວນຂໍ້ມູນລາຍລະອຽດຕ່າງໆ ທາງເຈົ້າໜ້າທີ່ຕຳຫລວດພວມສືບສວນ-ສອບສວນ.

ຂໍສະແດງຄວາມ​ເສຍໃຈມາຍັງຄອບຄົວ ແລະ ຍາດພີ່ນ້ອງຂອງຜູ້ເສຍຊີວິດ​ຂໍໃຫ້ດວງວິນຍານຂອງຜູ້ເສຍຊີວິດໄປສູ່ພົບພູມທີ່ດີດ້ວຍ.