ເຈົ້າໜ້າທີ່ເລັ່ງແກ້ໄຂຄະດີລັກພາຕົວ ແລະ ຄາຕະກຳ ອຳພາງສົບໃສ່ກະເປົາແລ້ວຖິ້ມລົງແມ່ນ້ຳຂອງ

 ວັນທີ 7ຕຸລາ 2022 ນີ້ ເຈົ້າໜ້າທີ່ ປ້ອງກັນຄວາມສະຫງົບລາຍງານວ່າ: ຕໍ່ກັບເຫດການສະເທືອນໃຈ ເຈົ້າໜ້າທີ່ປະເທດໄທພົບສົບຜູ້ເສຍຊີວິດຖືກຈັບໃສ່ກະເປົາ ໄຫລຄ້າງຢູ່ແຄມນ້ຳຂອງເຂດເທສະບານເມືອງທາດພະນົມ ຈັງຫວັດນະຄອນພະນົມ ປະເທດໄທ ໃນວັນທີ 28 ກັນຍາ 2022 ເຈົ້າໜ້າທີ່ໄດ້ກວດກະເປົາພົບເຫັນຜູ້ເສຍຊີວິດເປັນເພດຍິງມີລວງສູງປະມານ 160 ຊັງຕີແມັດ ຜິວຂາວ ມີບາດແຜໃຫຍ່ຢູ່ໃບໜ້າ ເຊິ່່ງບໍ່ສາມາດລະບຸໄດ້ຮູບປະພັນສັນຖານລະອຽດໄດ້ ຈາກນັ້ນ ຈຶ່ງໄດ້ມີການເກັບກຳຂໍ້ມູນ ແລະ ສັນນະສູດສົບ ຜ່ານການເກັບກຳຂໍ້ມູນໃນເບື້ອງຕົ້ນຄາດວ່າຜູ້ເສຍຊີວິດອາດຈະເປັນຄົນລາວ.

ດັ່ງນັ້ນເຈົ້າໜ້າທີ່ຕຳຫລວດລາວ ໄທ ໄດ້ປະສານສົມທົບກັນ ເພື່ອຊອກຫາຂ້ມູນທີ່ແທ້ຈິງກ່ຽວກັບຜູ້ເສຍຊີວິດ ແລະ ກໍໄດ້ຮັບຂໍ້ມູນລະອຽດຈາກຍາດພີ່ນ້ອງທີ່າເຂົ້າແຈ້ງຕໍ່ເຈົ້າໜ້າທີ່ຈຶ່ງຮູ້ວ່າຜູ້ເສຍຊີວິດ ຄືນາງ ວິພາພອນ ກອນສິນ ອາຍຸ 36 ປີ ພັກເຊົາຢູ່ບ້ານວຽງຈະເລີນ ເມືອງໄຊເຊດຖາ ນະຄອນຫລວງວຽງຈັນ ເຊິ່ງຜູ້ກ່ຽວໄດ້ຫາຍຕົວໄປຕັ້ງແຕ່ວັນທີ 10 ກັນຍາ 2022.

ຫລ້າສຸດ ກົມໃຫຍ່ຕຳຫຼວດ ກະຊວງ ປກສ ອອກຂໍ້ຕົກລົງ ເລກທີ 421/ຕຫຼ ລົງວັນທີ 4 ຕຸລາ 2022 ວ່າດ້ວຍແຕ່ງຕັ້ງຄະນະສະເພາະກິດຮັບຜິດຊອບດຳເນີນຄະດີການລັກພາຕົວ ແລະ ຄາຕະກຳ ນາງ ວິພາພອນ ກອນສິນ ຜູ້ຖືກເຄາະຮ້າຍໃນລະຫວ່າງວັນທີ 10-28 ກັນຍາ 2022. ໃນນີ້ໄດ້ແຕ່ງຕັ້ງ:

  1. ພົຈວ ແກ່ນຈັນ ພົມມະຈັກ ຮອງຫົວໜ້າກົມໃຫຍ່ຕຳຫຼວດ ຫົວໜ້າກົມຕຳຫຼວດສືບສວນ-ສອບສວນ ເປັນຫົວໜ້າ.
  2. ພັອ ປອ ດວງຈັນ ວົງວິໄຊ ຮອງຫົວໜ້າກົມຕຳຫຼວດສືບສວນ-ສອບສວນ ເປັນຮອງ.
  3. ພັອ ອຸບົນ ຈຸນລະມະນີ ຮອງຫົວໜ້າກອງບັນຊາການ ປກສມນະຄອນຫຼວງວຽງຈັນ ຄະນະ.
  4. ພັອ ວຽງຄອນ ໄຊຍະສີ ຮອງຫົວໜ້າກົມຕຳຫຼວດນິຕິວິທະຍາຄະນະ.

ເພື່ອສ້າງແຜນດຳເນີນຄະດີ ແລະ ດຳເນີນການສືບສວນ ຕາມລະບຽບກົດໝາຍ ເຊິ່ງປະຊາຊົນຫວັງວ່າ ເຫດການຄັ້ງນີ້ ຜູ້ປະສົບເຄາະຮ້າຍຈະບໍ່ສູນເສຍເປົ່າ.

ສະແດງຄວາມເສຍໃຈກັບເຫດການທີ່ເກີດຂຶ້ນຄັ້ງນີ້ດ້ວຍ.