ຮອງນາຍົກລັດຖະມົົນຕີ ເນັ້ນການນຳຫລັກແຫລ່ງແຂວງໄຊສົມບູນ ປະຕິບັດມາດຕະການແກ້ໄຂປາກົດ ການຫຍໍ້ຢ່າງເດັດຂາດ

ໃນໂອກາດຢ້ຽມຢາມແຂວງໄຊສົມບູນລະຫວ່າງວັນທີ 5-6 ຕຸລາ 2022, ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ, ຜູ້ຊີ້ນໍາວຽກງານເສດຖະກິດ ໄດ້ໃຫ້ທິດຊີ້ນໍາການນໍາຫລັກແຫລ່ງແຂວງ ເອົາໃຈ ໃສ່ສຶກສາອົບຮົມແນວຄິດສະມາຊິກພັກ, ພະນັກງານ-ລັດຖະກອນເພື່ອເສີມຂະຫຍາຍມູນເຊື້ອປະຕິວັດ ແລະ ເດັດດ່ຽວເອກະພາບປະຕິບັດແນວທາງນະໂຍບາຍຂອງພັກ ແລະ ລັດຖະບານ, ຍົກສູງສະຕິລະວັງຕົວຕ້ານປາກົດການຫຍໍ້ທໍ້ຕ່າງໆ, ມີສະຕິຕໍ່ອິດທິກໍາລັງປໍລະປັກ ແລະ ຄົນທີ່ບໍ່ຫວັງດີຕໍ່ພັກ-ລັດ, ກໍາໄດ້ຫາງສຽງສັງຄົມ, ບໍລິໂພກຂໍ້ມູນຂ່າວສານຜ່ານສື່ອອນລາຍຕ່າງໆຢ່າງມີສະຕິ; ສືບຕໍ່ຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ຕິດພັນກັບການປະຕິບັດສອງວາລະແຫ່ງຊາດຂອງແຂວງ ແລະ ການຈັດ ຕັ້ງປະຕິບັດດໍາລັດ 414/ລບ ໂດຍສຸມໃສ່ຈັດເກັບລາຍຮັບໃຫ້ດີກວ່າເກົ່າທັງຄຸ້ມຄອງລາຍຈ່າຍຢ່າງຮັດກຸມ, ມີປະສິດທິຜົນຕາມທິດປະຢັດຕາມຄໍາສັ່ງຂອງນາຍົກລັດຖະມົນຕີວ່າດ້ວຍການເພີ່ມທະວີການຄຸ້ມຄອງແລະ ຕ້ານການຮົ່ວໄຫລຂອງງົບປະມານຂອງລັດ, ດໍາລັດວ່າດ້ວຍການປະຢັດ ແລະ ຕ້ານການຟຸມເຟືອຍ; ດໍາລັດວ່າດ້ວຍລົດຂອງລັດ; ການແກ້ໄຂບັນຫານຳເຂົ້າ ແລະ ນຳໃຊ້ພາຫະນະທີ່ບໍ່ຖືກຕ້ອງ ແລະ ເອົາໃຈໃສ່ປະຕິບັດບັນດານິຕິກໍາລຸ່ມກົດໝາຍທີ່ກ່ຽວຂ້ອງໃຫ້ເຂັ້ມງວດ, ເປັນຮູບປະທໍາຫລາຍຂຶ້ນ; ເອົາໃຈໃສ່ແກ້ໄຂບັນຫາຄວາມບໍ່ສະຫງົບເປັນລະບຽບຮຽບຮ້ອຍຂອງສັງຄົມຕິດພັນກັບການປະຕິບັດວາລະແຫ່ງຊາດວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ທີ່ເປັນສາເຫດຂອງການເກີດປາກົດການຫຍໍ້ທໍ້ຕ່າງໆໃນສັງຄົມ ໂດຍມີມາດຕະການແກ້ໄຂຢ່າງເດັດຂາດ ແລະ ສອດຄ່ອງຕາມກົດໝາຍ; ສືບຕໍ່ຊຸກຍູ້ສົ່ງເສີມການປູກ, ການລ້ຽງທີ່ປະ ຊາຊົນແຕ່ລະທ້ອງຖິ່ນມີທ່າແຮງໃຫ້ຫລາຍຂຶ້ນເພື່ອທົດແທນການນຳເຂົ້າລວມທັງຄຸ້ມຄອງລາຄາສິນຄ້າຢ່າງ ເໝາະສົມ; ປະສານສົມທົບກັບຂະແໜງການກ່ຽວຂ້ອງສືບຕໍ່ກວດກາ ແລະ ປັບປຸງປະສິດທິຜົນໂຄງການລົງທຶນຂອງລັດໃຫ້ດີຂຶ້ນ, ຢຸດການຈັດສັນທຶນໃສ່ໂຄງການໃໝ່ທີ່ບໍ່ມີປະສິດທິຜົນ ແລະ ສຸມໃສ່ໂຄງການລົງ ທຶນເພື່ອແກ້ໄຂຄວາມທຸກຍາກເປັນບຸລິມະສິດ; ສືບຕໍ່ສົມທົບກັບພາກສ່ວນກ່ຽວຂ້ອງຂອງສູນກາງແລະທ້ອງ ຖິ່ນປະຕິບັດກິດຈະກຳສະເຫລີມສະຫລອງສອງວັນປະຫວັດສາດ ລາວ-ຫວຽດນາມໃຫ້ມີເນື້ອໃນເລິກເຊິ່ງຮອບດ້ານ, ເປັນຂະບວນຟົດຟື້ນ ແລະ ຊຸກຍູ້ການຈັດຕັ້ງປະຕິບັດໂຄງການຮ່ວມມືຂອງສອງຝ່າຍໃຫ້ສຳ ເລັດຕາມຄາດໝາຍທີ່ກຳນົດໄວ້.

9 ເດືອນຜ່ານມາ, ແຂວງໄຊສົມບູນໄດ້ຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມຂອງແຂວງຕິດ ພັນກັບການຈັດຕັ້ງປະຕິບັດດໍາລັດ 414/ລບ ຢ່າງຕັ້ງໜ້າ ແລະ 2 ວາລະແຫ່ງຊາດເຂົ້າສູ່ວຽກງານຕົວຈິງ ເຮັດໃຫ້ທົ່ວສັງຄົມເປັນລະບຽບຮຽບຮ້ອຍ ແລະ ຮັບປະກັນໄດ້ຄວາມສະຫງົບປອດໄພໂດຍພື້ນຖານ ສ້າງໄດ້ສະພາບແວດລ້ອມທີ່ດີ ແລະ ສ້າງເງື່ອນໄຂອໍານວຍໃຫ້ແກ່ການສ້າງສາພັດທະນາແຂວງ ເຊິ່ງພົ້ນເດັ່ນເສດຖະກິດຂະຫຍາຍຢ່າງຕໍ່ເນື່ອງ, ໝັ້ນທ່ຽງຕາມທິດຫັນເປັນອຸດສາຫະກໍາ-ທັນສະໄໝໃນລະດັບ 7%,ຈັດ ເກັບລາຍຮັບເຂົ້າງົບປະມານໄດ້ 423,39 ຕື້ກີບບັນລຸກວ່າ 75,8% ຂອງແຜນປີ, ຈ່າຍງົບປະມານ224,6 ຕື້ກີບບັນລຸກວ່າ 62% ຂອງແຜນປີ; ເອົາໃຈໃສ່ສົ່ງເສີມການລົງທຶນຕາມ 5 ທ່າແຮງ, ການບໍລິການເຊື່ອມໂຍງ-ເຊື່ອມຈອດ ແລະ ການຄຸ້ມຄອງວຽກງານງົບປະມານ-ການເງິນ ແລະ ກອງທຶນພັດທະນາແຂວງ ມີປະສິດທິຜົນ ແລະ ເປັນຮູບປະທໍາດີເປັນກ້າວໆ; ການລົງທຶນພາຍໃນ ແລະ ຕ່າງປະເທດທຽບໃສ່ປີ 2020 ເພີ່ມຂຶ້ນ 244,39% ມີມູນຄ່າ 463,09 ຕື້ກີບ.

ປັດຈຸບັນ, ໄດ້ອະນຸມັດການລົງທຶນ 99 ໂຄງການ ໃນນີ້ຂັ້ນສູນກາງອະນຸຍາດ 34 ໂຄງການ; ຂັ້ນແຂວງ 65 ໂຄງການ, ສະເພາະຂັ້ນແຂວງ ຂົງເຂດກະສິກໍາມີ 9ໂຄງການ, ບໍລິການ ແລະ ທ່ອງທ່ຽວ 7 ໂຄງ ການ, ພະລັງງານໄຟຟ້າ 13 ໂຄງການ, ບໍ່ແຮ່ 36 ໂຄງການ; ການຜະລິດເປັນສິນຄ້າຂອງປະຊາຊົນຕົ້ນ ຕໍແມ່ນການປູກຝັງ-ລ້ຽງສັດໄດ້ຊຸກຍູ້ສົ່ງເສີມເປັນຂະບວນກວ້າງຂວາງໂດຍສະເພາະການປູກຢາງພາລາ, ພືດຜັກອິນຊີ, ໝາກນັດ, ມັນສະຄູ, ມັນຕົ້ນ, ສາລີ, ລ້ຽງງົວ, ໝູ ແລະ ອື່ນໆ; ຂະຫຍາຍຕາໜ່າງສາທາ ລະນະສຸກ ລົງສູ່ບ້ານ, ກຸ່ມບ້ານຢ່າງກວ້າງຂວາງ ແລະ ມີຄຸນນະພາບດີຂຶ້ນເປັນກ້າວໆ; ສຸມໃສ່ພັດທະນາຊົນນະບົດ ແລະ ລຶບລ້າງຄວາມທຸກຍາກ ຕິດພັນກັບວຽກງານ 3 ສ້າງ ແລະ ຍົກລະດັບຊີວິດການເປັນຢູ່ຂອງປະຊາຊົນ; ສຳລັບການຈັດຕັ້ງປະຕິບັດວາລະແຫ່ງຊາດ ເພື່ອແກ້ໄຂບັນຫາຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນໄດ້ສຸມໃສ່ມາດຕະການຊຸກຍູ້ການຈັດເກັບລາຍຮັບເຂົ້າງົບປະມານດ້ວຍການກວດກາ, ຊອກຄົ້ນທຸກແຫລ່ງລາຍຮັບທີ່ມີ, ຄົ້ນຄວ້າສ້າງຖານລາຍຮັບໃໝ່ທີ່ຍືນຍົງເພີ່ມທະວີມາດຕະການອັດຊ່ອງຫວ່າງການຮົ່ວໄຫລຂອງງົບປະມານໂດຍໄດ້ເພີ່ມປະສິດທິພາບການຈັດເກັບລາຍຮັບ-ຄຸ້ມຄອງລາຍຈ່າຍໄປສູ່ລະບົບທັນສະໄໝເທື່ອລະກ້າວ, ຊຸກຍູ້ສົ່ງເສີມທຸລະກິດຂະໜາດນ້ອຍ, ຂະໜາດກາງ, ສຸມໃສ່ມາດຕະ ການປະຢັດມັດທະຍັດ, ຫລຸດຜ່ອນການໃຊ້ຈ່າຍເງິນບໍລິຫານຂອງລັດໂດຍການປັບປຸງກົງຈັກການຈັດຕັ້ງແຕ່ລະຂັ້ນໃຫ້ກະທັດຮັດ, ເໝາະສົມກັບສະພາບຕົວຈິງຂອງແຂວງ; ການແກ້ໄຂບັນຫາຢາເສບຕິດໄດ້ສ້າງແຜນດໍາເນີນງານ, ກໍານົດເປົ້າໝາຍການແກ້ໄຂຢ່າງລະອຽດ ແລະ ຈັດຕັ້ງປະຕິບັດຢ່າງເຂັ້ມງວດ. ພ້ອມກັນນີ້ໄດ້ສືບຕໍ່ຫັນລົງຮາກຖານປະຈໍາຢູ່ຈຸດຕ່າງໆ ເພື່ອແກ້ໄຂບັນຫາການເຄື່ອນໄຫວຂອງພົນລະເມືອງຢູ່ຕາມຊາຍແດນ; ບັນຫາການລັກປູກຝິ່ນ, ຈັດກຳລັງປະຈໍາປ້ອງກັນຕາມຈຸດຕ່າງໆ ແລະ ອື່ນໆ.

อาจเป็นรูปภาพของ 9 คน และ ข้อความ