ສະຫະລັດ ຢຶດຢາເສບຕິດຈຳນວນຫລາຍ ທີ່ເຊື່ອງໃນເລໂກ້ ເຄື່ອງຫລິ້ນເດັກນ້ອຍ

ວັນທີ 7 ຕຸລາ 2022 ນີ້, ສຳນັກງານປາບປາມຢາເສບຕິດສະຫະລັດ (ດີເອອີ) ສາມາດຢຶດຢາເສບຕິດ ໄດ້ 15.000 ເມັດ ທີ່ເຊື່ອງໃນກ່ອງເຄື່ອງຫລິ້ນເດັກນ້ອຍ ເພື່ອກຽມສົ່ງໄປທົ່ວນະຄອນນິວຢອກ ໂດຍຢານີ້ຊື່ວ່າ: ເຟນຕານິນ ເປັນກຸ່ມຢາປະສາດຫລອນ (ໂອປິອອຍ ສັງເຄາະ) ມີລິດແຮງກວ່າເຮໂລອິນ 50 ເທົ່າ ແລະ ພວມລະບາດໜັກໃນສະຫະລັດ ເປັນສາເຫດເຮັດໃຫ້ປະຊາຊົນໃນສະຫະລັດທີ່ເສບຢາເກີນຂະໜາດ ເສຍຊີວິດແລ້ວ 1 ແສນຄົນ ເມື່ອປີຜ່ານມາ.
ຢາປະເພດນີ້ມີສີສັນສວຍງາມຄ້າຍຄືເຄື່ອງຫລິ້ນເດັກນ້ອຍ ຄາດວ່າສົ່ງມາຈາກແມັກຊິໂກ ແລະ ການກວາດລ້າງເທື່ອນີ້ສາມາດຢຶດໄດ້ພຽງເລັກໜ້ອຍເທົ່ານັ້ນ. ຂະນະທີ່ປັດຈຸບັນຢາໄດ້ລະບາດໄປທົ່ວສະຫະລັດເປັນຈຳນວນມະຫາສານແລ້ວ.