ເມສຊີ ຢືນຢັນ ລົງຫລິ້ນບານໂລກຄັ້ງນີ້ເປັນຮອບສຸດທ້າຍໃນອາຊີບນັກເຕະ

ລີໂອເນລ ເມສຊີ ກອງໜ້າຊຸບເປີສະຕາທີມຊາດອາເຈນຕີນາ ແລະ ປາຣີສ ແຊັງ ແຊັກແມັງ ຢືນຢັນວ່າ ຈະລົງຫລິ້ນບານໂລກ 2022 ເປັນຄັ້ງສຸດທ້າຍໃນອາຊີບ.
ໂດຍ ເມສຊີ ຮັບໃຊ້ຊາດອາເຈນຕີນາມາຕັ້ງແຕ່ປີ 2005 ພ້ອມຜ່ານການລົງຫລິ້ນບານໂລກມາແລ້ວ 4 ຄັ້ງ ຄື 2006, 2010, 2014 ແລະ 2018 ແຕ່ຍັງບໍ່ເຄີຍຄວ້າແຊ໊ມໄດ້ເລີຍ ເຊິ່ງທີ່ໃກ້ຄຽງທີ່ສຸດກໍຄືຕຳແໜ່ງຮອງແຊ໊ມເມື່ອປີ 2014.
ຜ່ານມາມີຂ່າວລືວ່າດາວເຕະອາຍຸ 35 ປີ ອາດຈະລົງຫລິ້ນໃນບານໂລກ 2022 ທີ່ກາຕາ ລະຫວ່າງວັນທີ 20 ພະຈິກ – 18 ທັນວາ ເປັນຄັ້ງສຸດທ້າຍໃນອາຊີບນັກເຕະຫລ້າສຸດ ເມສຊີ ໄດ້ໃຫ້ສຳພາດເຖິງເລື່ອງດັ່ງກ່າວກັບ ເຊບາສຕຽນ ວິນໂຢໂລ ນັກຂ່າວຊາວ ອາເຈນຕີນາວ່າ : “ ນີ້ຈະເປັນບານໂລກຄັ້ງສຸດທ້າຍຂອງຂ້ອຍ ແນ່ນອນ ຂ້ອຍໄດ້ຕັດສິນໃຈແລ້ວ ”.
ເມສຊີ ຈະຕັດສິນໃຈເລື່ອງອະນາຄົດນັກເຕະອີກເທື່ອຫນຶ່ງຫລັງຈົບບານໂລກຄັ້ງນີ້ວ່າຈະຢູ່ກັບ ເປແອສເຊ ຕໍ່ໄປຫລັງຈົບລະ ດູການນີ້ ຫລື ຍ້າຍທີມໂດຍມີ ບາເຊໂລນາ ອະດີດຕົ້ນສັງກັດຕ້ອງການດຶງຕົວກັບໄປຮ່ວມທີມ.

