ລັດຖະມົນຕີກະຊວງການເງິນ ຮຽກຮ້ອງໃຫ້ແກ້ໄຂປະກົດການຫຍໍ້ທໍ້ໃນຂົງເຂດລາຍຮັບ, ເລັ່ງການຂຸດຄົ້ນທ່າແຮງທີ່ບົ່ມຊ້ອນໃຫ້ມີຄວາມຄືບໜ້າ ແລະ ມີຜົນສໍາເລັດ, ການຫັນວຽກງານເປັນທັນສະໄໝ, ການອັດຊ່ອງຫວ່າງຕ້ານການຮົ່ວໄຫລຂອງລາຍຮັບງົບປະມານໃນແຕ່ລະຂົງເຂດ, ການສວຍໃຊ້ໜ້າທີ່ຊ່ອງຫວ່າງກົນໄກຕ່າງໆ ຕ້ອງມີມາດຕະການວິທີການ

ໃນລະຫວ່າງວັນທີ 06-07 ຕຸລາ 2022 ນີ້, ກະຊວງການເງິນ ໄດ້ເປີດກອງປະຊຸມ ຄົບຄະນະບໍລິຫານງານພັກກະຊວງ ຄັ້ງທີ 4 ສະໄໝທີ III ຂອງອົງຄະນະພັກ ກະຊວງການເງິນ ໂດຍການເປັນປະທານຂອງສະ ຫາຍບຸນໂຈມ ອຸບົນປະເສີດ ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກກະຊວງ, ລັດຖະມົນຕີກະຊວງການເງິນ, ມີຮອງເລຂາຄະນະບໍລິຫານງານພັກກະຊວງ, ຄະນະບໍລິຫານງານພັກກະຊວງການເງິນເຂົ້າຮ່ວມ.
ທ່ານ ບຸນໂຈມ ອຸບົນປະເສີດ ໄດ້ມີຄຳເຫັນວ່າ: ເພື່ອປະຕິບັດຕາມກົດລະບຽບຂອງພັກ ປະຊາຊົນ ປະຕິວັດລາວ ແລະ ແຜນດໍາເນີນງານຂອງຄະນະບໍລິຫານງານພັກ ກະຊວງການເງິນສະໄໝທີ III, ກອງປະຊຸມໃນຄັ້ງນີ້ ໄດ້ຈັດຂຶ້ນໃນທ່າມກາງບັນຍາກາດທົ່ວພັກ-ລັດ, ສືບຕໍ່ຈັດຕັ້ງຜັນຂະຫຍາຍມະຕິຂອງກອງປະຊຸມໃຫ່ຍຄັ້ງທີ XI ຂອງພັກ ປະຊາຊົນ ປະຕິວັດລາວ ໂດຍສະເພາະທົ່ວຂະແໜງການເງິນ ສືບຕໍ່ຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫ່ຍ ຄັ້ງທີ III ຂອງອົງຄະນະພັກກະຊວງການເງິນ ແລະ ບັນດາມະຕິກອງປະຊຸມຄົບຄະນະບໍລິຫານງານພັກແຕ່ລະຄັ້ງ. ພ້ອມນັ້ນ, ໄດ້ສຸມໃສ່ການຈັດ ຕັ້ງປະຕິບັດແຜນງົບປະມານ 09 ເດືອນ ແລະ ທິດທາງມາດຕະການໃນທ້າຍປີ 2022, ທັງນີ້ ເພື່ອເປັນການກະກຽມເນື້ອໃນ ໃຫ້ແກ່ກອງປະຊຸມຄົບຄະນະເປີດກ້ວາງ ທີ່ໃກ້ຈະມາເຖິງນີ້ ແລະ ເພື່ອພ້ອມກັນສະ ຫລຸບຄືນການນໍາພາ-ຊີ້ນໍາ ຂອງອົງຄະນະພັກກະຊວງ, ຕີລາຄາຄືນກ່ຽວກັບຄວາມຮັບຜິດຊອບຂອງຄະນະພັກທີ່ໄດ້ມີການແບ່ງງານ, ມອບໝາຍໃຫ້ລົງເລິກຊີ້ນໍາໃນແຕ່ລະຂົງເຂດ ໃຫ້ເຫັນໄດ້ຄວາມສໍາເລັດ ແລະບັນດາຂໍ້ຄົງຄ້າງ ທີ່ຍັງບໍ່ສາມາດແກ້ໄຂໄດ້ ທັງສືບຕໍ່ປະຕິບັດວຽກງານໃນຕໍ່ໜ້າໃຫ້ສໍາເລັດ. ລົງເລິກຕີລາຄາຄືນຢ່າງພາວະວິໄສໃນການຊີ້ນໍາ-ນໍາພາ, ສໍາຄັນແມ່ນແຜນດໍາເນີນງານຂອງອົງຄະນະພັກກະຊວງ, ການຕັດສິນໃຈແກ້ໄຂສະພາບການທີ່ສັງຄົມ, ສູນກາງພັກ, ລັດຖະບານ ແລະ ສະພາແຫ່ງຊາດ ໄດ້ມອບໃຫ້ແກ້ໄຂ, ພ້ອມກັນລົງເລິກຕີລາຄາອັນລວມ, ອັນສະເພາະ ແລະ ຄວາມຄືບໜ້າ ສິ່ງທີ່ຮຽກຮ້ອງໃຫ້ແກ້ໄຂເປັນຕົ້ນ: ແມ່ນການແກ້ໄຂປະກົດການຫຍໍ້ທໍ້ໃນຂົງເຂດລາຍຮັບ, ເລັ່ງການຂຸດຄົ້ນທ່າແຮງທີ່ບົ່ມຊ້ອນໃຫ້ມີຄວາມຄືບໜ້າ ແລະ ມີຜົນສໍາເລັດ, ການຫັນວຽກງານເປັນທັນສະໄໝ, ການອັດຊ່ອງຫວ່າງຕ້ານການຮົ່ວໄຫລຂອງລາຍຮັບງົບປະມານໃນແຕ່ລະຂົງເຂດ, ການສວຍໃຊ້ໜ້າທີ່ຊ່ອງຫວ່າງກົນໄກຕ່າງໆ ຕ້ອງມີມາດຕະການວິທີການ.
ສ່ວນຂົງເຂດລາຍຈ່າຍ ຕ້ອງຮັບປະກັນໄດ້ລາຍຈ່າຍເງິນເດືອນ, ເງິນບໍລິຫານທີ່ເປັນບຸລິມະສິດແລະ ການຊໍາລະໜີ້ຕ່າງປະເທດ, ມີຄວາມໂປ່ງໃສໃນການປະຕິບັດວຽກງານ ແລະ ປະຕິບັດມາດຕະການປະຢັດຕ້ານການຟຸມເຟືອຍ. ພ້ອມນັ້ນ, ສະຫາຍເລຂາຄະນະບໍລິຫານງານພັກກະຊວງ ຍັງໄດ້ຮຽກຮ້ອງໃຫ້ມີການກວດກາພາຍໃນ, ມີສະຕິລະວັງຕົວການຮົ່ວໄຫລ ຄວາມລັບທາງລັດຖະການ ໃຫ້ເບິ່ງຢ່າງພາວະວິໄສ ໃນການແກ້ໄຂບັນຫາ ແລະ ໃຫ້ມີການແກ້ໄຂສະພາບແນວຄິດພະນັກງານ, ປັງປຸງກົງຈັກການຈັດ ຕັ້ງໃຫ້ມີຄວາມສອດຄ່ອງຂຶ້ນກວ່າເກົ່າ ແລະ ດໍາເນີນການແກ້ໄຂ ໂດຍສະເພາະກົງຈັກການຊີ້ນໍາ-ນໍາພາ ໃຫ້ມີປະສິດທິພາບ.
ໃນກອງປະຊຸມ ໄດ້ມີການຜ່ານບົດສະຫລຸບຕີລາຄາ ການຈັດຕັ້ງປະຕິບັດມະຕິກອງປະຊຸມຄົບຄະນະບໍລິຫານງານພັກ ກະຊວງການເງິນ ແລະ ບົດສະຫລຸບຕີລາຄາ ການຈັດຕັ້ງປະຕິບັດແຜນງົບ ປະມານ 09 ເດືອນ, ທິດທາງ 03 ເດືອນທ້າຍ ປີ 2022 ແລະ ທິດທາງແຜນການ ປີ 2023, ຟັງການເຜີຍແຜ່, ເຊື່ອມຊຶມວຽກງານກໍ່ສ້າງຮາກຖານການເມືອງ, ວຽກງານພັດທະນາຊົນນະບົດ, ວຽກງານສາມສ້າງ ແລະ ວຽກງານຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ.
ພ້ອມນັ້ນ, ສະຫາຍ ຮອງເລຂາຄະນະບໍລິຫານງານພັກກະຊວງ ແລະ ຄະນະບໍລິຫານງານພັກກະຊວງການເງິນ ໄດ້ພ້ອມກັນປະກອບຄໍາຄິດຄໍາເຫັນ ຕໍ່ບັນດາເອກະສານທີ່ສໍາຄັນ ໃຫ້ສອດຄ່ອງກັບສະ ພາບຄວາມເປັນນຈິງຂອງຂະແໜງການເງິນ ທີ່ຢູ່ໃນແຕ່ລະຂົງເຂດ ແລະ ພ້ອມກັນນໍາພາ-ຊີ້ນໍາເສີມຂະ ຫຍາຍຫົວຄິດປະດິດສ້າງ ເຮັດໃຫ້ຂະແໜງການເງິນມີການຫັນປ່ຽນໃໝ່ທີ່ດີຂຶ້ນກວ່າເກົ່າ.
อาจเป็นรูปภาพของ 9 คน และ ผู้คนกำลังยืน