ມອບອຸປະກອນທີ່ຢຶດໄດ້ຈາກຄົນຮ້າຍ ຄືນໃຫ້ເຈົ້າຂອງເດີມ ມູນຄ່າຫລາຍກວ່າ 30 ລ້ານກີບ

ຂ່າວແຂວງສາລະວັນລາຍງານໃຫ້ຮູ້ວ່າ: ພະແນກອຸດສາຫະກຳ ແລະ ການຄ້າແຂວງສາລະວັນ ມອບອຸປະກອນ ປະກອບມີ: ໝໍ້ໄຟ ຍີ່ຫໍ້ນາຣາດ້າ (Narada) 5 ໜ່ວຍ ແລະ ສາຍກາວທອງ 10 ແມັດ ມູນຄ່າທັງໝົດ 30 ລ້ານກວ່າກີບ ຄືນໃຫ້ແກ່ບໍລິສັດລາວສະຕາໂທລະຄົມໂດຍທ່ານ ຄຳຜ່ານ ສີລາວີ ຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າແຂວງ ແລະ ຮັບໂດຍ ທ່ານ ນົບພະດົນ ພົມເວຫາ ຫົວໜ້າຂະແໜງເຕັກນິກ ບໍລິສັດລາວສະຕາໂທລະຄົມ ສາຂາແຂວງສາລະວັນ ໂດຍມີພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.
ອຸປະກອນດັ່ງກ່າວ, ໄດ້ຈາກການຢຶດຂອງເຈົ້າໜ້າທີ່ກວດກາການຄ້າແຂວງ ທີ່ ກວດພົບການຊື້ຂາຍສິນຄ້ານອກລະບົບ, ການເກັບມ້ຽນຂອງຜູ້ປະກອບການເກັບຊື້ອຸປະກອນຕ່າງໆ (ເຄື່ອງເສດ) ແລະ ກວດພົບການເຄື່ອນຍ້າຍຕາມລົດໂດຍສານ, ຜ່ານການກວດສອບ, ສອບຖາມຂໍ້ມູນເບື້ອງຕົ້ນ ສິນຄ້າດັ່ງກ່າວ ແມ່ນບໍ່ມີເອກະສານເຄື່ອນຍ້າຍ ຈຶ່ງໄດ້ກັກຢຶດໄວ້. ຈາກນັ້ນກໍ່ໄດ້ປະສານຫາພາກສ່ວນທີ່ກ່ຽວຂ້ອງ ໂດຍສະເພາະຕາມກາ ໝາຍສິນຄ້າ ຂອງບໍລິສັດດັ່ງກ່າວ ເພື່ອມອບຄືນໃຫ້ເຈົ້າຂອງເດີມ. ນອກຈາກອຸປະກອນດັ່ງກ່າວ, ຍັງມີສິນຄ້າປະເພດທອງແດງ 7 ສອບ, ສາຍສັນຍານໂທລະສັບ 1 ສອບ ແລະ ສາຍໂຍມ ທີ່ປອກແລ້ວ ຈຳນວນ 2 ເປົາ, ທັງໄດ້ພົວພັນປະສານຫາເຈົ້າຂອງເດີມ ເພື່ອມອບສົ່ງຄືນ.
ມາດຕະການຕໍ່ກັບຜູ້ທີ່ຮັບຊື້-ຂາຍສິນຄ້າ ນອກລະບົບ ທີ່ບໍ່ຖືກ, ເຈົ້າໜ້າທີ່ໄດ້ສຶກສາອົບຮົມຜູ້ກະທຳຜິດ, ປັບໃໝ, ລົງໂທດຕາມລະບຽບການ. ນອກນັ້ນ, ກໍໄດ້ເພີ່ມທະວີການເຄື່ອນ ໄຫວເຮັດວຽກງານດັ່ງກ່າວຢ່າງຕໍ່ເນື່ອງ, ນໍາເອົານິຕິກໍາຕ່າງໆທີ່ກ່ຽວຂ້ອງ, ກົດໝາຍ ແລະ ແຈ້ງໃຫ້ບັນດາຜູ້ປະກອບການໃນທົ່ວແຂວງ, ທົ່ວເມືອງ ໃຫ້ຮັບຮູ້ເຂົ້າໃຈ ເພື່ອສະກັດກັ້ນການເຄື່ອນໄຫວຂອງກຸ່ມຄົນບໍ່ຫວັງດີ ລັກລອບເອົາຊັບສິນຂອງລັດ.