ຜົ້ງສາລີ ຍົກລະດັບການເປັນຜູ້ນໍາທີ່ດີ ແລະ ຜູ້ຈັດການທີ່ເກັ່ງ ໃຫ້ແກ່ການນຳ

ວັນທີ 4-6 ຕຸລາ 2022 ແຂວງຜົ້ງສາລີ ຈັດກອງປະຊຸມຝຶກອົບຮົມພາວະການເປັນຜູ້ນຳ ໃນຫົວຂໍ້ “ການເປັນຜູ້ນຳທີ່ດີ ແລະ ຜູ້ຈັດການທີ່ເກັ່ງ” ໃຫ້ແກ່ການນຳ  ໂດຍການເຂົ້າຮ່ວມຂອງ ທ່ານ ຄຳຜອຍ ວັນນະສານ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງຜົ້ງສາລີ, ມີທ່ານ ບົວທອງ ອຸແສງຄຳ ຮອງເລຂາພັກແຂວງ ຜູ້ຊີ້ນຳວຽກງານພັກ-ພະນັກງານຂັ້ນແຂວງ ທັງເປັນຫົວໜ້າຄະນະຮັບຜິດຊອບຈັດຝືກອົບຮົມໃນຄັ້ງນີ້, ມີບັນດາທ່ານກຳມະການປະຈຳພັກແຂວງ, ກຳມະ ການພັກແຂວງ, ເຈົ້າເມືອງ 7 ເມືອງທົ່ວແຂວງ, ຫົວໜ້າພະແນກການ – ອົງການທຽບເທົ່າຂັ້ນແຂວງ, ຄະນະທີມງານນັກວິທະຍາກອນຈາກບໍລິສັດເທັກໂດ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ການຈັດຝຶກອົບຮົມຄັ້ງນີ້ແມ່ນມີຄວາມສໍາຄັນ, ເພາະແມ່ນການຈັດຕັ້ງຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ ກໍຄືການຜັນຂະຫຍາຍ ມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງອົງຄະນະພັກແຂວງ ແລະ ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ IX ຂອງແຂວງ (2021-2025);
ແຕ່ການຈັດຕັ້ງຜັນຂະຫຍາຍ ແລະ ການຈັດຕັ້ງປະຕິບັດບັນດາວຽກງານກໍຄືຄາດໝາຍຂອງແຜນການທີ່ກ່າວມານັ້ນ ແມ່ນໃນສະພາບແວດລ້ອມຂອງສາກົນ, ພາກພື້ນ ໄດ້ມີການຜັນແປຢ່າງສັບສົນ;
ພ້ອມກັນນັ້ນ ກໍຢູ່ໃນໄລຍະປະຕິບັດມາດຕະການຜ່ອນຜັນ ແລະ ບໍ່ຜ່ອນຜັນ ໃນການປ້ອງກັນ, ສະກັດກັ້ນ ແລະ ຄວບຄຸມການແຜ່ລະບາດພະຍາດ ໂຄວິດ-19;
ທັງເປັນການທົບທວນຄືນຂະບວນການ ຊີ້ນໍາ-ນໍາພາ ຂອງບັນດາສະຫາຍທີ່ເປັນການນໍາ ລະຫວ່າງ ທິດສະດີ ແລະ ພຶດຕິກໍາໃນການຊີ້ນໍາ-ນໍາພາ ຜ່ານມາແມ່ນຖືກຕ້ອງແລ້ວບໍ່, ມີຜົນສໍາເລັດ ແລະ ມີປະສິດທິຜົນແລ້ວບໍ່, ເພື່ອຮັບຮູ້ສິ່ງໃໝ່, ຕົວຈິງ ແລະ ວິທະຍາສາດ ໃນການນໍາພາ-ຄຸ້ມຄອງ ຂອງພະນັກງານນໍາພາ ໃນລະດັບຕ່າງໆ, ທັງໝົດນັ້ນ ເພື່ອຍົກສູງຄວາມສາມາດໃນການນໍາພາ ແລະ ການຄຸ້ມຄອງບໍລິຫານໃຫ້ສູງຂຶ້ນຕື່ມ ແລະ ເພື່ອຍົກສູງປະສິດທິພາບ ແລະ ປະສິດທິຜົນ ໃນການນໍາພາ ແລະ ການຄຸ້ມຄອງວຽກງານ ເຮັດໃຫ້ການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ທີ XI ຂອງອົງຄະນະພັກແຂວງ ກໍຄືການຈັດຕັ້ງປະຕິບັດຄາດໝາຍຂອງແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ IX (2021-2025) ໃຫ້ບັນລຸຕາມແຜນການ ແລະ ເຮັດໃຫ້ການແກ້ໄຂຄວາມທຸກຍາກຂອງປະຊາຊົນຫຼຸດລົງເປັນກ້າວໆ.
ຊຸດອົບຮົມຄັ້ງນີ້ ນັກສຳມະນາກອນ ໄດ້ຮຽນຮູ້ກ່ຽວກັບຫຼັກການບໍລິຫານງານຂອງຫົວໜ້າ, ການແກ້ໄຂບັນຫາຂອງຜູ້ບໍລິຫານ ແລະ ການວາງແຜນຂອງຜູ້ບໍລິຫານ. ພ້ອມທັງຈັດແບ່ງກຸ່ມສົນທະນາແລກປ່ຽນບົດຮຽນຊຶ່ງກັນ ແລະ ກັນ ໃນຫຼາຍເນື້ອໃນທີ່ຕິດພັນກັບພາວະການເປັນຜູ້ນຳ ຊຶ່ງຈຸດປະສົງຂອງຊຸດຝຶກອົບຮົມຄັ້ງນີ້ ແມ່ນເພື່ອເປັນການຍົກລະດັບຄວາມຮູ້-ຄວາມສາມາດ ດ້ານການພັດທະນາຕົນເອງໃນການຄຸ້ມຄອງພະນັກງານ, ການແກ້ໄຂບັນຫາ, ການແບ່ງວຽກທີ່ມີປະສິດທິຜົນ; ເປັນການເສີມສ້າງແນວຄິດ, ເຕັກນິກການຄຸ້ມຄອງ, ວິໄສທັດໃນການບໍລິຫານ ແລະ ການຕັດສິນບັນຫາທີ່ຖືກຕ້ອງ ເພື່ອສ້າງສະພາບແວດລ້ອມໃນການປະຕິບັດໜ້າທີ່ໃຫ້ດີ ແລະ ມີປະສິດທິພົນ ທັງເປັນການແລກ ປ່ຽນຄວາມຄິດ ແລະ ບົດຮຽນຈາກປະສົບການ ໃນການຄຸ້ມຄອງບໍລິຫານວຽກງານຂອງຕົນໃນໄລຍະຜ່ານມາ.